ເອກ​ອັກຄະ​ລັດຖະທູດ​ຈີນປະຈຳ​​WTOສອງ​ທ່ານ​ກ່າວ​ວ່າ, ນັບ​ແຕ່​ເຂົ້າ​ເປັນ​ສະມາຊິກ​WTO10ປີ​ມາ​ນີ້  ​ເສດຖະກິດ​ຈີນ​ພັດທະນາ​ໄດ້​ດີ​ທີ່​ສຸດ ​ແລະ ​ໄວ​ທີ່​ສຸດ

(GMT+08:00) 2011-10-13 15:57:37     cri

ວັນ​ທີ 12 ຕຸລາ​ນີ້, ​ໃນ​ກອງ​ປະຊຸມ​ລະ​ລຶກຈີນ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ ຫຼື WTO ຄົບຮອບ 10 ປີ​ທີ່​ຈັດ​ຂຶ້ນ​ຢູ່​​ເມືອງ​ເຊີ່ນ​ເຈີ້ນ, ທ່ານ​ຊຸ່ນ​ເຈີ້ນ​ອີ ​ເອກ​ອັກຄະ​ລັດຖະທູດຜູ່​ທຳ​ອິດ​ຄະນະ​ຜູ່​ແທນ​ຈີນ​ປະຈຳ WTO ​ແລະ ທ່ານ​ອີ້​ສຽວ​ຈູ​ນ ​ເອກ​ອັກຄະ​ລັດຖະທູດ​ຈີນປະຈຳWTOຜູ່ປັດຈຸບັນກ່າວ​ວ່າ, ນັບ​ແຕ່​ເຂົ້າ​ເປັນ​ສະມາຊິກ WTO ​ເປັນ​ເວລາ 10 ປີ​ມາ​ນີ້, ​ແມ່ນ 10 ປີ​ທີ່​ເສດຖະກິດ​ຈີນ​ພັດທະນາ​​ໄດ້ດີ​ທີ່​ສຸດ ​ແລະ ​ໄວ​​ທີ່​ສຸດ.

ທ່ານ​ອີ້​ສຽວ​ຈູ​ນກ່າວ​ວ່າ, ໝາກຜົນອັນ​ພົ້ນ​ເດັ່ນ​ທີ່​ສຸດ​ຕັ້ງ​ແຕ່​ເຂົ້າ​ເປັນ​ສະມາຊິກ WTO 10 ປີ​ມາ​ນີ້​ກໍ່​ແມ່ນ, ​ເສ​ດຖະກິດ​ໄດ້​ຮັບ​ການພັດທະນາ​ແບບ​ກ້າວ​ກະ​ໂດດ,ສຳ​​ເລັດ​ການ​ປ່ຽນ​ແປງ​​ເປັນ​ປະ​ເທດ​ໃຫຍ່​ດ້ານເສດຖະກິດ​ການ​ຄ້າ. ຕົວ​​ເລກ​ສະຖິຕິ​ສະ​ແດງໃຫ້​​ເຫັນ​ວ່າ, ​ໃນ​ເວລາ 10 ປີ​ມາ​ນີ້, ການ​ສົ່ງ​ອອກ​ຂອງ​ຈີນ​ໄດ້​ເພິ່ມຂຶ້ນ​ເກືອບ 5 ​ເທົ່າ, ການ​ນຳ​ເຂົ້າ​ກໍ່​ເພິ່ມຂຶ້ນ 4,7 ​ເທົ່າ, ກາຍ​ເປັນ​ປະ​ເທດ​ສົ່ງ​ອອກ​ໃຫຍ່​ທີ່​ສຸດ​ໃນ​ໂລກ. ນອກຈາກ​ການ​ເຕີບ​​ໂຕ​ຂອງ​ເສດຖະກິດ, ຂະ​ບວນການ 10 ປີ​ນັບ​ແຕ່ເຂົ້າ​​ເປັນ​ສະມາຊິກ WTOກໍ່​ແມ່ນ​ຂະ​ບວນການ​ທີ່ຈີນ​ຮ່ຳຮຽນ ​ແລະ ​ເຂົ້າ​ຮ່ວມ​ໂລກາ​ພິວັດ.

ທ່ານ​ຊຸ່ນ​ເຈີ້ນອີ​ຊີ້​ອອກ​ວ່າ, ຈີນ​ເຂົ້າ​​ເປັນ​ສະມາຊິກWTO, ບໍ່​ພຽງ​ແຕ່​ໄດ້​ປ່ຽນ​ແປງ​ຈີນ​ເທົ່າ​ນັ້ນ, ກໍ່​ໄດ້​ປ່ຽນ​ແປງ​ອົງການ​ການ​ຄ້າ​ໂລກ, ​ໄດ້​ຊຸກ​ຍູ້​ເສດຖະກິດ​​ໂລກ​ໃຫ້​ພັດທະນາ. ຮອດ​ປີ​ກາຍ​ນີ້, ຈີ​ນ​ໄດ້​ກາຍ​ເປັນ​ຕະຫຼາດ​ໃຫຍ່​ອັນ​ດັບ​ທີ​ໜຶ່ງຂອງອົງ​ກອນ​ເສດຖະກິດ​ຕ່າງໆ ​ເຊັ່ນ, ຍີ່​ປຸ່ນ, ສ.​​ເກົາຫຼີ ​ແລະ ອົສຕຼາຣີ​ເປັນ​ຕົ້ນ.ນອກ​ນີ້, ມາດ​ຕະການ​ຕ່າງໆ​​ເຊັ່ນ,ສ້າງ​ການ​ຄ້າ​ໃຫ້ຈະ​ເລີ​ນການຄ້າ​ດ້ວຍ​ເຕັກ​ນິກວິທະຍາສາດ ​ແລະ ຍຸດ​ທະ​ສາດ​ຍີ່​ຫໍ້​ດັງທີ່​ຈີ​ນປະຕິບັດ​ນັ້ນ​ກໍ່​​​ເຮັດ​ໃຫ້​ຄວາມ​ຕ້ອງການ​ນຳ​ເຂົ້າ​ສິນຄ້າງວດ​ໃຫຍ່​ຂອງ​ຈີນ​ເພິ່ມຫຼາຍ​ຂຶ້ນ​ຢ່າງ​ເດັ່ນ​ຊັດ, ​ປະກອບສ່ວນ​ຢ່າງ​ຫຼວງ​ຫຼາຍ​ເຂົ້າ​ໃນ​ຕະຫຼາດ​ສາກົນ,​ໄດ້​ກາຍ​ເປັນ​"​ເຄື່ອງ​ຍົນ"​ໃໝ່ທີ່​ຊຸກ​ຍູ້​ການ​ຄ້າ​ໂລກ​ໃຫ້​ເຕີບ​ໂຕ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ