ຮ່ວມ​ກັນ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພທາງ​ດ້ານ​ການ​ເດີນ​ເຮື​ອຢູ່​ແມ່​ນ້ຳຂອງ​ແມ່ນ​ໜ້າ​ທີ່​ອັນຮີບ​ດ່ວນ​ທີ່​ສຸດ​ໃນ​ປະຈຸບັນ

(GMT+08:00) 2011-10-14 18:33:40     cri
ຂ່າວສານ​ຊິນ​ຮວາ​ລາຍ​ງານ​ວ່າ: ພາຍ​ໃຕ້​ການ​ຊ່ວຍ​ເຫຼືອ​ຂອງ​ລັດຖະບານ​ຈີນ,ຄອບຄົວ​ຂອງ​ລູກ​ເຮືອ​ທີ່​ເສຍ​ຊີວິດ​ຈາກ​ເຫດການ​ໂຈມ​ຕີຢູ່​ເຂດ​ນ້ຳ3ຫຼ່ຽມຄຳ​ແມ່​ນ້ຳຂອງ​ໄດ້​ເດີນທາງ​ໄປ​ຮອດ​ໄທ​ໃນ​ວັນ​ທີ13​ຕຸລາ​ນີ້​ເພື່ອ​ຮັບ​ເອົາ​ສົບ​ຂອງຄົນໃນ​ຄອບຄົວ.ມື້​ດຽວ​ກັນ,ກະຊວງ​ການ​ຕ່າງປະ​ເທດ​ຈີນຍັງ​ໄດ້​ຮຽກຮ້ອງຢ່າ​ງຮີບ​ດ່ວນ​ຕໍ່ທູດ​ໄທ,ມຽນມາ​ແລະ​ລາວ​ທີ່​ປະຈຳ​ຢູ່​ຈີນ​ໃຫ້​ຈັບ​ຕົວ​ແລະ​ລົງ​ໂທດ​ອາ​ຊະ​ຍາກ​ອນ​ເພື່ອ​ຮັບປະກັນ​ຄວາມ​ປອດ​ໄພ​ຂອງລູກ​​ເຮືອ​ແລະເຮືອ.

ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ທີ່​ຍາວ​ທັງ​ໝົດ​ເກືອບ5000​ກິ​ໂລ​ແມັດ​ແມ່ນ​ແມ່​ນ້ຳ​ທີ່​ຍາວ​ທີ່​ສຸດ​ຂອງ​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້,​ແລະ​ກໍ່​ເປັນ​ສາຍ​ນ້ຳ​ທຳ​ມະ​ຊາດ​ທີ່​ເຊື່ອມ​ຕໍ່ ​ຈີນ,ລາວ,ມຽນມາ,​ໄທ,ກຳປູ​ເຈຍ​ແລະ​ຫວຽດນາມ.ນັບ​ຕັ້ງ​ແຕ່​ປະຕິບັດ​ສັນຍາ​ວ່າ​ດ້ວຍ​ການ​ເດີນ​ເຮືອ​ຂອງ​ເຮືອ​ການ​ຄ້າ4​ປະ​ເທດ​ຄື​ຈີນ,ລາວ,ມຽນມາ​ແລະ​ໄທ​ໃນ​ປີ2001​ເປັນ​ຕົ້ນ​ມາ,ການ​ຂົນ​ສົ່ງ​ທາງ​ນ້ຳຢູ່ແມ່​ນ້ຳ​ສາກົນ​ສາຍ​ນີ້​ໄດ້​ດຳ​ເນີນ​ໄປ​ເປັນ​ປົກ​ກະ​ຕິ,ປະ​ເທດ​ຕ່າງໆ​ຢູ່​​ເຂດ​ລ້ອງແມ່​ນ້ຳລ້ານ​ຊ້າງ-​ແມ່​ນ້ຳຂອງ​ໄດ້​ດຳ​ເນີນ​ການ​ຮ່ວມ​ມື​ຢ່າງຮອບດ້ານ​ໃນ​ດ້ານ​ຕ່າງໆ​ເຊັ່ນ​ເສດຖະກິດ​ການ​ຄ້າ,ການທ່ອງທ່ຽວ,ການ​ພັດທະນາ​ຊັບພະຍາກອນ,ການ​ຮ່ວມ​ມື​ດ້ານ​ເຕັກ​ນິກ,​ການ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ,​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທຳ​ມະ​ຊາດ​ແລະ​ອື່ນໆ,​ປະ​ຊາ​ຊົນ​70​ລ້ານ​ກວ່າ​ຄົນ​ຢູ່​ລຽບ​ຕາມ​ສອງ​ຝັ່ງ​ແມ່​ນ້ຳ​ໄດ້​ຮັບ​ຜົນ​ປະ​ໂຫຍ​ດ​ໂດຍກົງ.

ປະ​ເທດ​ຕ່າງໆ​ຢູ່​ເຂດ​ລ້ອງ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ໄດ້​ທຳ​ຄວາມ​ພະຍາຍາມ​ຢ່າງ​ຫຼວງ​ຫຼາຍ​ຕະຫຼອດ​ມາ​ເພື່ອ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ຂອງ​ທາງ​ນ້ຳຄຳ​ສາຍ​ນີ້. ສັນຍາ​ວ່າ​ດ້ວຍ​ການ​ເດີນ​ເຮືອ​ຂອງ​ເຮືອ​ການ​ຄ້າ​ຈີນ-​ໄທ-ລາວ-ມຽນມາ​ໄດ້​ລະບຸ​ຢ່າງ​ຈະ​ແຈ້ງວ່າ"​ເພີ່ມ​ຄວາມ​ປອດ​​ໄພ​ໃນ​ການ​ເດີນ​ເຮືອ."ມາດຕາ​ທີ1​ຂອງບົດ​ບັນທຶກ​ຄວາມ​ເຂົ້າ​ໃຈ​ຂອງ​ສັນຍາ​ດັ່ງກ່າວກໍ່​ໄດ້​ລວມທັງ​ເອກ​ກະສາ​ນ​ເພີ່ມ​​ເຕີມ​ກ່ຽວ​ກັບ​ລະບຽບ​ການ​ເດີນ​ເຮືອ​ຢ່າງ​ມີ​ຄວາມ​ປອດ​ໄພ​ຂອງ​​ເຮືອ​.

ສິ່ງ​ທີ່ຄວນ​ຊີ້​ອອກນັ້ນ​ແມ່ນ,​ໃນ​ຖານະ​ເປັນ​ແມ່​ນ້ຳ​ພຽງ​ສາຍ​ດຽວ​​ທີ່​ເຊື່ອ​ມຕໍ່6​ປະ​ເທດ​ຂອງ​ອາຊີ,ສະພາບ​ແວດ​ລ້ອມ​ທາງ​ດ້ານ​ການ​ເດີນ​ເຮືອ​ຕາມ​ລຳແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ​ມີ​ເອກ​ກະ​ລັກ​ພິ​ເສດ​ແລະ​ຄວາມ​ສັບສົນ​ໂດຍ​ສະ​ເພາະ​ແມ່ນ​ຢູ່​ເຂດ​3​ຫຼ່ຽມຄຳ​ທີ່​ເປັນ​ບ່ອນ​ເກີດ​ເຫດການ​ປຸ້ນ​ຈີ້​ນັ້ນ,​ແມ່​ນ້ຳຂອງ​ທີ່​ນ້ຳ​ໃສ​ສະອາດ​ແຫ່ງ​ນີ້​ໄດ້​ແຍກ​ເປັນ​ສອງ​ສາຍ​ຊຶ່ງ​ກາຍ​ເປັນ​ເສັ້ນຊາຍ​ແດນ​ທຳ​ມະ​ຊາດ​ລະຫວ່າງ​ໄທ,ມຽນມາ​ແລະ​ລາວ.​ແຫ່ງ​ນີ້​ເປັນ​ບ່ອນ​ຫ່າງ​ໄກ​ສອກຫຼີກ,​ເງື່ອນ​ໄຂ​ຄົມມະນາຄົມ​ບໍ່​ສະດວກດີປານ​ໃດ,ປະຊາຊົນຫຼາຍ​ເຜົ່າຮ່ວມ​ກັນດຳລົງ​ຊີວິດ​ຢູ່​​ແຫ່ງ​ນີ້,ຍັງ​ມີຊື່​ທີ່​ບໍ່​ດີ​ວ່າ​ເປັນ3​ຫຼ່ຽມພິດ,ບັນຫາ​ຄວາມ​ບໍ່​ສະຫງົບ​ທາງ​ສັງຄົມ​ແມ່ນ​ມີ​ຢູ່​ຕະຫຼອດ.ສະພາບ​ສັງຄົມ​ຄື​ແນວ​ນີ້​ໄດ້ສ້າງ​ບັນຫາຫຍຸ້ງຍາກຕ່າງໆ​ນາໆ​ໃນ​ການ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ທາງ​ດ້ານ​ການ​ເດີນ​ເຮືອ.ດ້ວຍ​ເຫດ​ນີ້,ຈິ່ງ​ຕ້ອງການ​​​ເປັນ​ພິ​ເສດໃຫ້​ປະ​ເທດ​ທີ່​ກ່ຽວຂ້ອງ​ກ້າ​ເອົາ​ຊະນະ​ຄວາມ​ຫຍຸ້ງຍາກ,ຖື​ການ​ຮ່ວມ​ກັນ​ປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ທາງ​ການ​ເດີນ​ເຮືອ​ຕາມ​ລຳແມ່​ນ້ຳຂອງ​ເປັນ​ໜ້າ​ທີ່​ອັນຮີບ​ດ່ວນ​ທີ່​ສຸດ​ໃນ​ປະຈຸ​ບັນ.

ພາຍຫຼັງສະຫຼຸບ​ບົດຮຽນ​ຈາກເຫດການ​ທີ່​ໜ້າ​ສັງ​ເວດ,ຄົນ​ເຮົາ​ຫວັງ​ແຮງ​ກ້າ​ໃຫ້ປະ​ເທດ​ຕ່າງໆລຸ່ມ​​ແມ່​ນ້ຳ​ເພີ່ມ​ທະວີ​ການ​ປະສານ​ງານ​ໃນ​ການ​ຮັບ​ມື​ກັບ​ສະພາບ​ສຸກ​ເສີນ​ແລະ​ການ​ຮ່ວມ​ມືຮັກສາ​ຄວາມ​ປອດ​ໄພ​ຂ້າມ​ແດນ,ຮ່ວມ​ກັນທຳ​ຄວາມ​ພະຍາຍາມ​ຈົນ​ສຸດ​ຄວາມ​ສາມາດ​ເພື່ອປົກ​ປັກ​ຮັກສາ​ຄວາມ​ປອດ​ໄພ​ຕາມ​ລຳແມ່​ນ້ຳຂອງ,​ເຮັດ​ໃຫ້​ທາງ​ນ້ຳຄຳ​ສາຍ​ນີ້​ມີການພັດທະນາ​ຢ່າງ​ມີ​ຊີວິດ​ຊີວາ,ສືບ​ຕໍ່​ສ້າງ​ຄວາມ​ຜາ​ສຸກ​ໃຫ້​ແກ່​ປະຊາຊົນ​ບັນດາ​ປະ​ເທດ​ຢູ່​ລຽບ​ຕາມ​ຝັ່ງ​ແມ່​ນ້ຳຂອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ