ວົງ​ການ​ທຸ​ລະ​ກິດ​ຈີນ​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່​ຍັດ​ຕິ​ກົດ​ໝາຍ​ວ່າ​ດ້ວຍ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ຂອງ​ວຸດ​ທິ​ສະ​ພາ​ອາ​ເມ​ລິ​ກາ

(GMT+08:00) 2011-10-14 18:55:41     cri
ວັນ​ທີ13​ຕຸ​ລາ​ນີ້,​ສະ​ພາ​ການ​ຄ້າ​ສາກົນ​ຈີນ​ຕາງໜ້າ​ວົງ​ການ​ອຸດ​ສາ​ຫະ​ກຳ​ການ​ຄ້າ​ຈີນ​ສະ​ແດງ​ຄວາມ​ຄັດ​ຄ້ານ​ຢ່າງ​ຮຸນ​ແຮງ​ຕໍ່​ສະ​ພາ​ສູງ​ອາ​ເມ​ລິ​ກາ​ທີ່​ຜ່ານ​ຮັບ​ຮອງ​"ຍັດ​ຕິ​ກົດ​ໝາຍ​ວ່າ​ດ້ວຍ​ການ​ກວດ​ກາ​ການ​ປະ​ຕິ​ຮູບ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ປີ​2011"​ທີ່​ກ່ຽວ​ພັນ​ເຖິງ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຢວນ​ຈີນ.

​ໃນ​ຖະ​ແຫຼງການ,ສະພາ​ການ​ຄ້າ​ສາກົນ​ຈີນ​ກ່າວ​ວ່າ,​ວຸດ​ທິ​ສະ​ພາ​ອາ​ເມ​ລິ​ກາ​ໄດ້​ຜ່ານ​ຮັບ​ຮອງ​ຍັດ​ຕິ​ກົດ​ໝາຍ​ສະ​ບັບ​ນີ້​ແມ່ນ​ບໍ່​ໄດ້​ເອົາ​ຫົວ​ຊາ​ນຳ​ເລື່ອງ​ຄວາມ​ເປັນ​ຈິງ​ເພື່ອ​ປ່ຽນ ​ແປງ​ຄວາມ​ກົດ​ດັນ​ທີ່​ໄດ້​ມາ​ຈາກ​ການ​ປະ​ກອບ​ອາ​ຊີບ​ພາຍ​ໃນ​ປະ​ເທດ​ອາ​ເມ​ລິ​ກາ,​ທັງ​ບໍ່​ມີ ຄວາມ​ເປັນ​ທຳ,​ທັງ​ໄດ້​ຝ່າ​ຝືນ​ລະ​ບຽບ​ການ​ທີ່​ກ່ຽວ​ຂ້ອງ​ຂອງ​ອົງ​ການ​ການ​ຄ້າ​ໂລກ​ຢ່າງ​ໜັກ​ໜ່ວງ.​ນີ້​ບໍ່​ພຽງ​ແຕ່​ຈະ​ບໍ່​ສາ​ມາດ​ແກ້​ໄຂ​ບັນ​ຫາ​ຂອງ​ອາ​ເມ​ລິ​ກາ,​ທີ່​ມີ​ເງິນ​ສະ​ສົມ​ບໍ່​ພຽງ​ພໍ,​ມີ​ຂຸມ​ການ​ຄ້າ​ແລະ​ອັດ​ຕາ​ຄົນ​ຫວ່າງ​ງານ​ສູງ​ເທົ່າ​ນັ້ນ,​ຍັງ​ຈະ​ມີ​ຜົນ​ກະ​ທົບ​ຢ່າງ​ໜັກ​ໜ່ວງ​ຕໍ່​ການ​ພັດ​ທະ​ນາ​ຢ່າງ​ໝັ້ນ​ທ່ຽງ​ຂອງ​ການ​ພົວ​ພັນ​ທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ເມ​ລິ​ກາ​ຕື່ມ​ອີກ.

ສະພາ​ການ​ຄ້າ​ສາກົນ​ຈີນ​ຮຽກຮ້ອງ​ໃຫ້​ລັດ​ຖະ​ບານ​ອາ​ເມ​ລິ​ກາ,​ລັດ​ຖະ​ສະ​ພາ,​ບຸກ​ຄົນ ສຳ​ຄັນ​ໃນ​ວົງ​ການ​ຕ່າງໆ​ຕັ້ງ​ໜ້າ​ໃຊ້​ມາດ​ຕະ​ການ​ຢ່າງ​ບັງ​ເກີດ​ຜົນ,​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ບັນ​ຫາ​ອັດ​ຕາ​ແລກ​ປ່ຽນ​ເງິນ​ຕາ​ນັ້ນ​ເລື່ອນ​ລະ​ດັບ​ອີກ​ແລະ​ບໍ່​ໃຫ້​ລັດ​ທິ​ປົກ​​ປ້ອງ​ການ​ຄ້າ​ຂອງ​ອາ​ເມ​ລິ​ກາ​ແຜ່​ຂະ​ຫຍາຍ​ກວ້າງ​ອອກ​ໄປ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ