ໄທ​ກ່າວ​ວ່າ​ຍິນ​ດີ​ຮ່ວມ​ມື​ຢ່າງ​ໃກ້ຊິດ​ກັບ​ຈີນ​ເພື່ອ​ສືບສວນ​ເຫດການ​ລູກ​ເຮືອ​ຈີນ​ຖືກ​ໂຈມ​ຕີ

(GMT+08:00) 2011-10-15 13:53:28     cri
ຄືນ​ວັນ​ທີ13​ຕຸລາ​ນີ້,ກະຊວງ​ການ​ຕ່າງປະ​ເທດ​ໄທ​ໄດ້​ອອກ​ຖະ​ແຫຼ​ງການ​ກ່ຽວ​ກັບ​ເຫດການ​ລູກ​ເຮືອ​ຈີນ​ຖືກ​ໂຈມ​ຕີ​ຢູ່​ແມ່​ນ້ຳຂອງ​ໂດຍ​ແຈ້ງວ່າ​ໄທ​ຍິນ​ດີ​ຮ່ວມ​ມື​ຢ່າງ​​ໃກ້ຊິດ​ກັບ​ຈີນ​ເພື່ອ​ດຳ​ເນີນ​ການ​ສືບສວນ​ເຫດການ​ນີ້​ຢ່າງ​ວ່ອງ​ໄວ.

ຖະ​ແຫຼ​ງການ​ແຈ້ງວ່າ,ລັດຖະບານ​ໄທ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ເຫດການ​ທີ່​ລູກ​ເຮືອ​ຈີນ​ຖືກ​ໂຈມ​ຕີ,ພາກສ່ວນ​ທີ່​ກ່ຽວຂ້ອງ​ຈະ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ທີ່​ເປີດ​ເຜີຍ​ແລະ​ໂປ່​ງ​ໃສ,​ດຳ​ເນີນ​ການ​ສືບສວນ​ຢ່າງ​ວ່ອງ​ໄວ​ຢູ່​ບົນ​ພື້ນຖານ​ທີ່​ເຄົາ​ລົບ​ປະ​ຕິ​ບັດ​ຕາມ​ກົດ​ໝາຍ​ຂອງ​ໄທ.ລັດ​ຖະບານ​ໄທ​ຍິນ​ດີ​ຮ່ວມ​ກັບ​ໜ່ວຍ​ງານ​ພ້ອມ​ດ້ວຍ​ເຈົ້າ​ໜ້າ​ທີ່​ກະຊວງ​ການ​ຕ່າງປະ​ເທດ​​ແລະ​ກະຊວງ​ປ້ອງ​ກັນ​ຄວາມ​ສະ​ຫງົບ​ຂອງ​ຈີນ​ທີ່​ເດີນ​ທາງ​ໄປ​ອຳ​ເພີ​ຊຽງ​ແສນ​ນັ້ນ​ຮ່ວມ​ມື​ຢ່າງ​ໃກ້ຊິດ​ໃນ​ການ​ກວດ​ສົບ​ຂອງ​ລູກ​ເຮືອ​ທີ່​ເສຍ​ຊີ​ວິດ,​ສອບ​ຖາມ​ຜູ່​ເຫັນ​ເຫດ​ການ​ແລະ​ອື່ນໆ.

ຖະ​ແຫຼ​ງການ​ຍັງ​ຂຽນ​ວ່າ,​ໄທ​ໄດ້​ເພີ່ມ​ຄວາມ​ເຂັ້ມ​ງວດ​ໃນ​ການ​ປະຕິບັດ​ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ​ຢູ່​ຕາມ​ລຳ​ແມ່​ນ້ຳຂອງ​ແຕ່3​ຫຼ່ຽມຄຳ​ຫາ​ອຳ​ເພີ​ຊຽງ​ແສນ​ທີ່​ຍາວ10​ກິ​ໂລ​ແມັດ.​ເພື່ອ​ປ້ອງ​ກັນ​ບໍ່​ໃຫ້​ເຫດການ​ທີ່​ຄ້າ​ຍຄື​ກັນ​ນີ້​ເກີດ​ຂຶ້ນ​ອີກ,​ໄທ​ຍິນ​ດີ​ຮັກສາ​ການ​ແລກປ່ຽນ​ຄວາມ​ຄິດ​ຄວາມ​ເຫັນແລະ​ສົນທະນາ​ກັນ​ກັບ​ຈີນ,ລາວ​ແລະ​ມຽນມາ​ເພື່ອ​ຮ່ວມ​ກັນ​ຄົ້ນຄວ້າ​ມາດ​ຕະການ​ໃນ​ການ​ເພີ່ມ​ຄວາມ​ປອດ​ໄພ​​ໃນ​ການ​ເດີນ​ເຮືອ​ຢູ່​ຕາມ​ແມ່​ນ້ຳ​ລ້ານ​ຊ້າງ-​ແມ່​ນ້ຳຂອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ