ຈີນ​ປະກາດ​ໃຊ້​ແຜນການ​ສຸກ​ເສີນ​ຕໍ່​ເຫດ​ການ​ຄວາມ​ປອດ​ໄພ​ດ້ານ​ອາ​ຫານ

(GMT+08:00) 2011-10-15 15:53:10     cri
ວັນ​ທີ14​ຕຸລາ​ນີ້,​ເວັບ​ໄຊ​ລັດຖະບານ​ຈີນ​ໄດ້​ເປີດ​ເຜີຍ​ແຜນການ​ຮັບ​ມື​ສຸກ​ເສີນ​ຕໍ່​ເຫດການ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ຂອງ​ຈີນ​ສະ​ບັບ​ດັດ​ແກ້​ໃໝ່,ຊຶ່ງ​ຈະ​ແບ່ງ​ເຫດການ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ເປັນ4ກໍລະນີ​ຄື​ເຫດການ​ຄວາມ​ປອດ​ໄພ​ດ້ານ​ອາ​ຫານ​ກໍ​ລະ​ນີ​ໜັກ​ໜ່ວງ​ທີ່​ສຸດ,​ເຫດ​ການ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ກໍ​ລະ​ນີໜັກ​ໜ່ວງ,​ເຫດການ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ກໍລະນີ​ໜັກ​ໜ່ວງ​ສົມ​ຄວນ​ແລະ​ເຫດການ​ຄວາມ​ປອດ​ໄພ​ດ້ານ​ອາຫານກໍ​ລະ​ນີທຳ​ມະ​ດາ

ຕາມ​ແຜນການ​ດັ່ງກ່າວ,ພາຍຫຼັງ​ເກີດ​ເຫ​ດການ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ແລ້ວ,ພາກສ່ວນບໍລິຫານ​ສາທາລະນະ​ສຸກ​ຈະ​ອີງ​ຕາມ​ກົດໝາຍ​ທີ່​ກ່ຽວຂ້ອງ​ຈັດ​ຕັ້ງ​ການ​ວິ​ເຄາະ​ປະ​ເມີນ​ຜົນ​ຕໍ່​ເຫດການ,​ແລ້ວ​ກວດ​ສອບ​ຕົກລົງ​ເຫດການ​ເປັນ​ກໍລະນີ​ໜັກ​ຫຼື​ເບົາ.ຖ້າ​ເປັນ​ກໍ​ລະ​ນີ​ໜັກ​ທີ່​ສຸດ,ພາຍຫຼັງ​ໄດ້​ຮັບ​ການ​ອະນຸມັດ​ຈາກ​ຄະນະ​ລັດຖະບານ​ແລ້ວ,ສ້າງ​ຕັ້ງ​ຫ້ອງການ​ແກ້​ໄຂ​ສຸກ​ເສີນ​ຄວາມ​ປອດ​ໄພ​ດ້ານ​ອາຫານ​ແຫ່ງ​ຊາດເພື່ອ​ນຳພາ​ແລະ​ຊີ້​ນຳ​ວຽກ​ງານ​ແກ້​ໄຂເຫດການ​ຢ່າງ​ເປັນ​ເອກະ​ພາບ​ກັນ.

ນອກ​ນີ້,​ແຜນການ​ຮັບມື​ສຸກ​ເສີນ​ຍັງ​ຮຽກຮ້ອງ​ໃຫ້​ສ້າງ​ຕັ້ງລະບົບ​ຮັບປະກັນ​​ໃນ​ການ​ຮັບ​ມື​ກັບ​ເຫດການຈາກ​ດ້ານ​ຕ່າງໆ​ເຊັ່ນຂໍ້​ມູນ​ຂ່າວສານ,ການ​ປິ່ນປົວ​ແລະ​ຮັກສາ​ສຸຂະພາບ,ບຸກຄະລາ​ກອນ​ແ​ລະ​ເຕັກນິກ,​ວັດຖຸ​ຊັບ​ສິນ​ແລະ​ຄ່າ​ໃຊ້​ຈ່າຍ​ເປັນຕົ້ນ.ກະຊວງ​ສາ​ທາ​ລະ​ນະ​ສຸກ​ເປັນ​ຜູ່​ຮັບຜິດຊອບ​ການ​ຄຸ້ມ​ຄອງ​ເປັນ​ເອກະ​ພາບ​ກັນ​ຕໍ່​ລະບົບ​ເຄືອ​ຂ່າຍ​ຂໍ້​ມູນ​ຂ່າວສານກ່ຽວ​ກັບ​ຄວາມ​ປອດ​​ໄພ​ດ້ານ​ອາ​ຫານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ