ໃນສົກ​ການ​ເງິນ​ປີ2011,ລັດ​ຖະ​ບານ​ອາ​ເມ​ລິ​ກາ​ມີ​ຂຸມ​ການ​ເງິນ​ເກືອບ​1300​ຕື້​ໂດ​ລາ,​ຊຶ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ທີ່​ມີ​ຂຸມ​ການ​ເງິນ​ຫຼາຍ​ກວ່າ​1000​ຕື້​ໂດ​ລາ​ເປັນ​3​ປີ​​ລຽນ​ຕິດ

(GMT+08:00) 2011-10-15 14:26:37     cri
ຕາມ​ຕົວ​ເລກ​ທີ່​ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ເຜີຍ​ແຜ່​​ໃນ​ວັນ​ທີ14​ຕຸລາ​ນີ້​ສະ​ແດງ​ໃຫ້​ເຫັນ​ວ່າ,​ໃນ​ສົກ​ການ​ເງິນ​ປີ2011​(ຊຶ່ງ​ນັບ​ມາ​ຮອດ​ທ້າຍ​ເດືອນ​ກັນ​ຍາ​ປີ​2011​ນີ້),​ຂຸມ​ການ​ເງິນ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ​ອາ​ເມ​ລິ​ກາ​ແມ່ນ​1299​ຕື້​ໂດ​ລາ,​ຊຶ່ງ​ໄດ້​ສ້າງ​ສະ​ຖິ​ຕິ​ທີ່​ຂຸມ ການ​ເງິນ​ຂອງ​ລັດ​ຖະ​ບານ​ສະ​ຫະ​ລັດ​ຫຼາຍ​ກວ່າ​1000​ຕື້​ໂດ​ລາ​ເປັນ​3​ປີ​ລຽນ​ຕິດ.

ກະຊວງ​ການ​ເງິນ​ອາ​ເມ​ລິ​ກາ​ກ່າວ​ວ່າ,ຂຸມ​ການ​ເງິນ​ໃນສົກ​ປີ2011​ແມ່ນ​ຢູ່​ໃນ​ລະ​ດັບ​ສູງ​ທີ​ສອງ​ໃນ​ປະ​ຫວັດ​ສາດ,​ຕ່ຳ​ກວ່າ​ລະ​ດັບ​ສູງ​ສຸດ​ໃນ​ປະ​ຫວັດ​ສາດ ຄື​ໃນ​ສົກ​ປີ​2009​ມີ​1410​ຕື້ ​ໂດ​ລາ​ນັ້ນ​ໜ້ອຍ​ໜຶ່ງ.

ຕົວ​ເລກ​ສະ​ແດງ​ໃຫ້​ເຫັນ​ວ່າ,ຂຸມ​ການ​ເງິນ​ໃນ​ສົກ​ການ​ເງິນ​ປີ​2011​ກວມ​8,7%​ຂອງ ລວມ​ຍອດ​ຜະ​ລິດ​ຕະ​ພັນ​ພາຍ​ໃນ​ຫຼື​GDP,​ ອັດ​ຕາ​ສ່ວນ​ນີ້​ແມ່ນ​ຕ່ຳ​ກວ່າ​ປີ​2010​ແລ້ວ​ນີ້​ໜ້ອຍ​ໜຶ່ງ.​ລາຍ​ໄດ້​ການ​ເງິນ​ມີ​2300​ຕື້​ໂດ​ລາ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລ​ຍະ​ດຽວ​ກັນ​ຂອງ​ປີ​ກາຍ 6,5%;​ສ່ວນ​ລາຍ​ຈ່າຍ​ການ​ເງິນ​ມີ​3600​ຕື້​ໂດ​ລາ,​ເພີ່ມ​ຂຶ້ນ​ຫຼາຍ​ກວ່າ​ໄລຍະ​ດຽວ​ກັນ​ຂອງ​ປີກາຍ 4,2%.

ນັກ​ເສດຖະສາດ​ເຫັນ​ວ່າ,ຍ້ອນ​​ຂຸມ​ການ​ເງິນ​ອາ​ເມ​ລິ​ກາ​ແມ່ນ​ມີ​ລະ​ດັບ​ສູງ​ເປັນ​ຫຼາຍ​ປີ​ຕິດໆ​ກັນ,ໜີ້​ສິນ​ສາ​ທາ​ລະ​ນະ​ຢູ່​ສະ​ພາບ​ການ​ທີ່​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ​ບໍ່​ໄດ້,​ອັດ​ຕາ​ຫວ່າງ​ງານ​ຍັງ​ສູງ​ຫຼາຍ,​ເສດ​ຖະ​ກິດ​ເຕີບ​ໂຕ​ຢ່າງ​ຊັກ​ຊ້າ,​ສະ​ພາບ​ການ​ທີ່​ອາ​ເມ​ລິ​ກາ​ມີ​ຂຸມ​ການ​ເງິນ​ຫຼາຍ​ນັ້ນ​ແມ່ນ​ຍາກ​ທີ່​ຈະ​ມີ​ການ​ປ່ຽນ​ແປງ​ໃນ​ເວ​ລາ​ສັ້ນໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ