ຈີນ​ຫວຽດ​ນາມ​ອອກ​ຖະ​ແຫຼງ​ການ​ຮ່ວມ,​ໂດຍ​ກ່າວ​ເນັ້ນ​ວ່າ​ຈະ​ແກ້​ໄຂ​ຄວາມ​ຂັດ​​ແຍ່ງ​ກັນ​ກ່ຽວ​ກັບ ບັນ​ຫາ​ທະ​ເລ​ຈີນ​ໃຕ້​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​ດ້ວຍ​ໄມຕີ​ຈິດ​ມິດ​ຕະ​ພາບ​ແລະ​ການ​ເຈ​ລະ​ຈາ

(GMT+08:00) 2011-10-15 16:03:16     cri
ວັນ​ທີ15​ຕຸລາ​ນີ້,ຈີນ​ແລະ​ຫວຽດນາມ​ອອກ​ຖະ​ແຫຼງການ​ຮ່ວມ​ໂດຍ​ກ່າວ​ວ່າ,ສອງ​ຝ່າຍ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເປີດ​ໃຈ​ກ່ຽວ​ກັບ​ບັນ​ຫາ​ເທິງ​ທະ​ເລ,​ເນັ້ນ​ໜັກ​ເຖິງ​ຄວາມ​ປາ​ຖະ​ໜາ​ທາງ​ການ​ເມືອງ​ແລະ​ຄວາມ​ຕັດ​ສິນ​ໃຈ​ທີ່​ຈະ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ໂດຍ​ຜ່ານ​ການ​ປຶກ​ສາ​ຫາ​ລື​ດ້ວຍ​ໄມ​ຕີ​ຈິດ​ມິດ​ຕະ​ພາບ​ແລະ​ການ​ເຈ​ລະ​ຈາ,​ແລະ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້.

ຖະ​ແຫຼງການ​ຂຽນ​ວ່າ,ສອງ​ຝ່າຍ​ຈະ​ອີງ​ຕາມ​ຄວາມ​ເຫັນ​ທີ່​ເປັນ​ເອກະສັນ​ກັນ​ຂອງ​ຜູ່​ນຳ​ສອງ​ພັກ​ສອງ​ລັດ​ແລະ​"​ສັນ​ຍາ​ຫຼັກ​ການ​ພື້ນ​ຖານ​ກ່ຽວ​ກັບ​ການ​ຊີ້​ນຳ​ການ​ແກ້​ໄຂ​ບັນ​ຫາ​ເທິງ​ທະ​ເລ​ຈີນ​ຫວຽດ​ນາມ",​ເພີ່ມ​ຄວາມ​ແຮງ​ໃນ​ການ​ເຈ​ລະ​ຈາ​ກ່ຽວ​ກັບ​ບັນ​ຫາ​​ເທິງ​ທະ​ເລ,​ຊອກ​ຫາ​ວິ​ທີ​ແກ້​ໄຂ​ອັນ​ເປັນ​ພື້ນ​ຖານ​ແລະ​ເປັນ​ເວລາ​ຍາວ​ນານ​ທີ່​ສອງ​ຝ່າຍ​ລ້ວນ​ແຕ່​ຮັບ​ເອົາ​ໄດ້,​ແລະ​ຕັ້ງ​ໜ້າ​ຄົ້ນ​ຄວ້າ​ຫາ​ລື​ວິ​ທີ​ແກ້​ໄຂ​ລັກ​ສະ​ນະ​ຂ້າມ​ຜ່ານ,​ລັກ​ສະ​ນະ​ຊົ່ວຄາວ​ທີ່​ບໍ່​ມີ​ຜົນ​ກະ​ທົບ​ຕໍ່​ຫຼັກ​ໝັ້ນ​ແລະ​ຈຸດ​ຢືນ ຂອງ​​ໃຜລາວ​.

ຖະ​ແຫຼງການ​ຂຽນ​ວ່າ,ສອງ​ຝ່າຍ​ຈະ​ຊຸກຍູ້​ການ​ເຈລະຈາ​ກ່ຽວ​ກັບ​ການ​ຂີດ​ແບ່ງ​ເສັ້ນຊາຍ​ແດນ​ຢູ່​ເຂດ​ທະ​ເລ​ນອກ​ປາກ​ອ່າວ​ເປີຍ​ປູ້​ຢ່າງ​ໝັ້ນ​ທ່ຽງ,​ພ້ອມ​ກັນ​ນັ້ນ,​ຕັ້ງ​ໜ້າ​ປຶກ​ສາ​ຫາ​ລື​ບັນ​ຫາ​ການ​ພັດ​ທະ​ນາ​ຮ່ວມ​ກັນ​ຂອງ​ເຂດ​ທະ​ເລ​ແຫ່ງ​ນີ້.​ຕັ້ງ​ໜ້າ​ຊຸກ​ຍູ້​​ການ​ຮ່ວມ​ມື​ໃນ​ຫຼາຍ​ຂົງ​ເຂດ,​ເຊັ່ນ:​ການ​ອະ​ນຸ​ລັກ​ສິ່ງ​ແວດ​ລ້ອມ​ທະ​ເລ,​ການ​ຄົ້ນ​ຄວ້າ​ວິ​ທະ​ຍາ​ສາດ​ທາງ​ດ້ານ​ທະ​ເລ,​ການ​ກູ້​ໄພ​ເທິງ​ທະ​ເລ,​ການ​ຂຸດ​ຄົ້ນ​ນ້ຳ​ມັນ​ແລະ​ອາຍ​ແກັສ​ທຳ​ມະ​ຊາດ​ແລະ​ການ​ຫຼຸດຄວາມ​ເສຍ​ຫາຍ​ຈາກ​ໄພ​ພິ​ບັດ​ປັນ​ຕົ້ນ.

ຖະ​ແຫຼງການ​ຂຽນ​ວ່າ,ກ່ອນບັນຫາ​ຄວາມ​ຂັດ​ແຍ່ງ​ກັນ​ເທິງ​ທະ​ເລຈະ​ໄດ້​ຮັບ​ການ​​ແກ້​ໄຂ​ໃນ​ທີ່​ສຸດ,ສອງ​ຝ່າຍ​ຈະ​ຮ່ວມ​ກັນ​ປົກ​ປັກ​ຮັກ​ສາ​ສັນ​ຕິ​ພາບ​ແລະ​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ທະ​ເລຈີ​ນ​ໃຕ້,​ຮັກ​ສາ​ຄວາມ​ໃຈ​ເຢັນ​ແລະ​ອົດ​ກັ້ນ,​ຈະ​ບໍ່​ໃຊ້​ການ​ກະ​ທຳ​ທີ່​ເຮັດ​ໃຫ້​ຄວາມ​ຂັ​ດ​ແຍ່ງ​ກັນ​ສັບ​ສົນ​ແລະ​ໜັກ​ໜ່ວງ​ກວ່າ​ເກົ່າ.​ບໍ່​ເຮັດ​ໃຫ້​ອິດ​ທິ​ກຳ​ລັງ​ທີ່​ເປັນ​ປໍ​ລະ​ປັກ​ກັນ​ໃດໆ​ທຳ​ລາຍ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​ແລະ​ສອງ​ລັດ,​ແລະ​ຊຳ​ລະ​ແກ້​ໄຂ​ບັນ​ຫາ​ທີ່​ປະ​ສົບ​ດ້ວຍ​ທ່າ​ທີ​ລັກ​ສະ​ນະ​ສ້າງ​ສັນ,​ບໍ່​ເຮັດ​ໃຫ້​ບັນ​ຫາ​ເຫຼົ່າ​ນີ້​ມີ​ຜົນ​ກະ​ທົບ​ຕໍ່​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ພັກ​ແລະ​ສອງ​ລັດ,​ພ້ອມ​ດ້ວຍ ສັນ​ຕິ​ພາບ,​ສະ​ຖຽນ​ລະ​ພາບ​ຂອງ​ເຂດ​ທະ​ເລ​ຈີນ​ໃຕ້.

ຖະ​ແຫຼງການ​ຍັງ​ຂຽນ​ວ່າ,ຈະ​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນດ້ວຍ​ໄມຕີ​ຈິດ​ມິ​ດຕະພາບ​ລະ ຫວ່າງ​ສອງ​ປະ​ເທດ​ຈາກ​ລະ​ດັບ​ຍຸດ​ທະ​ສາດ​ແລະ​ສະ​ພາບ​ລວມ,​ຊຸກ​ຍູ້​​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື ຍຸດ​ທະ​ສາດ​ຮອບດ້ານ​ຈີນ​ຫວຽດ​ນາມ​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ປອດ​ໄສ,​ໝັ້ນ​ທ່ຽງ​ເປັນ​ເວລາ​ຍາວ​ນານ.​ລົງ​ເລິກ​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ປະ​ເທດ​ໃນ​ຂົງ​ເຂດ​ການ​ປະ​ຕິ​ບັດ​ກົດ​ໝາຍ​ແລະ​ຄວາມ​ປອດ​ໄພ,​ເພີ່ມ​ການ​ຕິດ​ຕໍ່​ພົວ​ພັນ​ກັນ​ລະ​ຫວ່າງ​ເຈົ້າ​ໜ້າ​ທີ່​ລະດັບ​ສູງ​ຂອງ​ສອງ​ກອງທັບ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ