ຈີນ​ຫວັງ​ວ່າ​ໄທ​ຈະປະ​ສານ​ງານ​ຢ່າງ​ຕັ້ງ​ໜ້າ​ເພື່ອ​ຊຸກ​ຍູ້​ວຽກ​ງານສື​ບສວນ​ຄະດີ​ທີ່​ລູກ​ເຮືອ​ຈີນ​ຖືກ​ຫຼອນ​ໂຈມ​ຕີ​ຢູ່​ແມ່​ນ້ຳຂອງ

(GMT+08:00) 2011-10-17 10:38:03     cri
ວັນ​ທີ16ຕຸລາ​ນີ້, ຢູ່​ຈັງຫວັດ​ຊຽງຣາຍ​ຂອງ​ໄທ, ​ເຈົ້າ​ໜ້າ​ທີ່​ລັດຖະ​ບານຈີນ​ໄດ້​ພົບ​ປະ​ເຈລະຈາ​ກັບ​ທ່ານ​ພັນ​ສິລິ ປຣະພາ​ວັດ, ຜູ່​ບັນຊາ​ການຕຳ​ຫຼວດ​ໄທ​ກ່ຽວ​ກັບ​ເຫດ​ການ​ທີ່​ລູກ​ເຮືອ​ຈີນ​ຖືກ​ຫຼອນ​ໂຈມ​ຕີ​ຢູ່ລ້ອງ​ແມ່​ນ້ຳຂອງ, ຫວັງ​ວ່າ​ໄທຈະ​ສືບ​ຕໍ່​ຮັກສາ​ທ່າ​ທີ​ອັນ​ຕັ້ງ​ໜ້າ​ໃນ​ການ​ປະສານ​ງານ​ກັບ​ຝ່າຍ​ຈີນ​ໃນ​ການອຳ​ນວຍ​ຄວາມ​ສະ​ດວກ​ທາງດ້ານ​ຕ່າງໆ​ໃຫ້​ແກ່​ໜ່ວຍ​ງານ​​ແລະ​ເຈົ້າ​ໜ້າ​ທີ່ຂອງ​ລັດ​ຖະ​ບານ​ຈີນ​ໃນ​ການ​ດຳ​ເນີນ​ວຽກ​ງານ​ຢູ່​ໄທ, ​ເພື່ອ​ຊຸກ​ຍູ້​ວຽກ​ງານ​ສືບສວນ​ຄະດີ​ໃຫ້​ມີ​ຄວາມ​ຄືບ​ໜ້າ.

ທ່ານ​ກົ່ວ​ຊ້າ​ວຊຸ່ນ, ຫົວໜ້າ​ໜ່ວຍ​ງານ​ລັດຖະ​ບານ​ຈີນ​ກ່າວ​ວ່າ, ຜູ້ນຳ​ຈີນ​ໃຫ້​ຄວາມ​ສຳຄັນ​ໃນ​ລະດັບ​ສູງ​ຕໍ່​ເຫດການ​ທີ່​ລູກ​ເຮືອ​ຈີນ​ຖືກ​ລອບ​ຄາດ​ຕະກຳ​ຢູ່ແມ່​ນ້ຳຂອງ, ປະຊາ​ຊົນ​ແລະ​ສື່​ມວນ​ຊົນ​ຈີນ​ກໍ່​ເອົາ​ໃຈ​ໃສ່​ຫຼາຍ​ຕໍ່​​ເຫດການ​ທີ່​ເກີດ​ຂຶ້ນ​ແລະຜົນ​ຄວາມ​ຄືບ​ໜ້າ​ຂອງການ​ສືບສວນ. ທັງ​ສອງ​ປະ​ເທດ​ຈີນ​​ໄທ​ແລະ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ມີ​ຄວາມ​ຮັບຜິ​ດຊອບ​ໃນ​ການ​ສືບ​ສວນ​ຄະ​ດີ​ແລະ​ລົງ​ໂທດ​ຄົນ​ຮ້າຍ​ໂດຍ​ໄວ.

ທ່ານ​ພັນ​ສິລິ​ກ່າວ​ວ່າ, ຕຳຫຼວດ​ໄທ​ໃຫ້​ຄວາມ​ສຳຄັນ​ໃນ​ລະດັບ​ສູງ​ຕໍ່​ເຫດການ​ດັ່ງກ່າວ​ແລະ​ຄວາມ​ເອົາ​ໃຈ​ໃສ່​ຂອງ​ຝ່າຍ​ຈີນ, ​ໄດ້​ຕັ້ງ​ໜ່ວຍ​ສືບສວນ​, ສອບ​ສວນ​ພິ​ເສດພິ​ເສດ, ​ໄທ​ຈະ​ປະສານ​ສົມທົບ​ກັບຝ່າຍ​ຈີນ​ຢ່າງຮອບດ້ານ​ແລະ​ຕັ້ງໜ້າ, ຮ່ວມ​ກັນ​ດຳ​ເນີນ​ການ​ສືບສວນ​ສອບ​ສວນ​ແລະແກ້​ໄຂ​ຄະດີ​ດັ່ງກ່າວ​​ໂດຍ​ໄວ.

ມື້​ດຽວ​ກັນ, ​ເຮືອ​ບັນທຸກ​ສິນຄ້າ​ຂອງ​ຈີນ11ລຳ​ແລະ​ລູກ​ເຮືອ78ຄົນ​ທີ່​ຄ້າງ​ຢູ່​ທ່າ​ເຮືອຊຽງ​ແສນ​ຈັງຫວັດ​ຊຽງຣາຍ​ຂອງ​ຂອງ​ໄທ​ຍ້ອນ​ເຫດ​ການ​ຫຼອນ​ໂຈມ​ຕີ​ຢູ່​ຕາມ​ລຳແມ່​ນ້ຳຂອງ​ນັ້ນ​ໄດ້​ກັບ​ຄືນ​ສູ່​ທ່າ​​ເຮືອ​ກ່ວນ​ເລີຍ​ກິ່ງ​ແຂວງ​ປົກຄອງ​ຕົນ​ເອງ​ເຜົ່າ​ລື້​ສິບ​ສອງ​ພັ່ນ​ນາ​ແຂວງ​ຢຸນນານ​ຢ່າງ​ປອດ​ໄພ​ພາຍ​ໃຕ້​ການ​ປ້ອງ​ກັນ​ຂອງ​ເຮືອລາດ​ຕະ​ເວນ​ປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ຈີນ. ນອກ​ນີ້​​ເຮືອ​ບັນທຸກ​ສິນ​ຄ້າ​15ລຳ​ແລະ​ລູກ​ເຮືອ​86ຄົນ​ໄດ້​ເຂົ້າ​ສູ່​ເຂດນ່ານ​ນ້ຳ​ທີ່​ປອດ​ໄພ, ຫຼັງ​ຈາກ​ສຳ​ເລັດ​ໜ້າ​ທີ່ຂົນ​ຖ່າຍ​ສິນຄ້າ​ຢູ່​ຕ່າງປະ​ເທດ​ແລ້ວ​ກໍ່​ຈະ​ກັບ​ຄືນ​ປະ​ເທດ​ຈີນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ