"ຂົວ​ພາສາ​ຈີນ​"ການ​ແຂ່ງ​ຂັນ​ພາ​ສາ​ຈີນ​ຂອງ​ນັກ​ຮຽນ​ມັດ​ທະ​ຍົມ​ໂລກ​ກາຍ​ເປັນ​ຂົວ​ມິດ​ຕະ​ພາບ​ແລະ​ແລກ​ປ່ຽນ​ວັດ​ທະ​ນະ​ທຳ

(GMT+08:00) 2011-10-17 17:24:52     cri
"ຂົວ​ພາສາ​ຈີນ"ຄັ້ງ​ທີ4​ຊຶ່ງ​ເປັນການ​ແຂ່ງຂັນ​ພາສາ​ຈີນ​ຂອງນັກຮຽນ​ມັດທະຍົມໂລກ​ໄດ້ໄຂ​ຂຶ້ນ​​ໃນ​ວັນ​ທີ17​ຕຸລາ​ນີ້​ຢູ່​ນະຄອນ​ຈຸ່ງ​ກິ່ງ ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ.ການ​ແຂ່ງຂັນ​ພາສາ​ຈີນ​ຄັ້ງ​ນີ້​ມີ​ຫົວ​ຂໍ້​ວ່າ"​ໄວ​ໜຸ່ມນັດ​ກັນ​ຮຽນ​ພາສາ​ຈີນ​ດ້ວຍ​ຄວາມ​ເບີກບານ​ມ່ວນ​ຊື່ນ​",ມີ​ນັກຮຽນ​ຜູ່​ດີ​ເລີດ​ແລະ​ຄູ​ເກືອ​ບ200ຄົນ​ທີ່​ມາ​ຈາກ43​ປະ​ເທດ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຄັ້ງ​ນີ້.

ທ່ານ​ຫູ​ຈື້ພິງ ຮອງ​ຫົວໜ້າ​ຫ້ອງການ​ໜ່ວຍ​ນຳພາ​ການ​ເຜີຍ​ແຜ່​ພາສາ​ຈີນ​ແຫ່ງ​ຊາດ​ຈີນ​ແຈ້ງ​ໃຫ້​ຊາບ​ວ່າ,​ເລີ່​ມ​ແຕ່​ປີ2008​ເປັນ​ຕົ້ນ​ມາ, ​ໄດ້ມີ​ນັກຮຽນ​ມັດທະຍົມ​ຈາກປະ​ເທດ​ຕ່າງໆ​ຈຳນວນ1​ໝື່ນ​ກວ່າຄົນ​ໄດ້​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​"ຂົວ​ພາສາ​ຈີນ",ຜູ່​ຊົມ​ທັງ​ພາຍ​ໃນ​ແລະ​ຕ່າງປະ​ເທດ​ນັບ​ເປັນ10​ລ້ານ​ຄົນ​ໄດ້​​ເບິ່ງ​ການ​ແຂ່ງຂັນ.ທ່ານຫູ​ຈື້ພິງ​ກ່າວ​ວ່າ:

"ຂົວ​ພາສາ​ຈີນ​ໄດ້​ກາຍ​ເປັນ​ໂຄງການ​ທີ່​ມີ​ຊື່​ສຽງ​ໃນ​ການ​ແລກປ່ຽນ​ທາງ​ດ້ານວັດທະນະທຳ​ພາສາ​ລະຫວ່າງ​ຈີນ​ກັບ​ຕ່າງປະ​ເທດ​ແລ້ວ.ຜູ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ຈະ​ມີ​ໂອກາດມາ​ສຳຜັດ​ກັບ​ວັດທະນະທຳ​ຈີນ​ດ້ວຍ​ຕົນ​ເອງ,ສາມາດ​ສຳຜັດ​ກັບ​ສັງຄົມ​ຈີນ,​ຜູກ​ມິດ​ໄມ​ຕີ​ກັບ​ໝູ່​ເພື່ອນ​ຄົນ​ຈີນ​ໂດຍ​ສະ​ເພາະ​ໝູ່​ເພື່ອນ​ທີ່​ມີ​ອາ​ຍຸ​ໃນໄວ​ດຽວ​ກັນ.​ຜ່ານ​ຈາກ​ການ​ແລກ​ປ່ຽນ​ເຫຼົ່າ​ນີ້,​ຈະ​ໄດ້​ເຂົ້າ​ໃຈ​ປະ​ເທດ​ຈີນ​ຫຼາຍ​ກວ່າ​ເກົ່າ,​ມີ​ຄວາມ​ສົນ​ໃຈ​ແລະ​ຄວາມ​ເຊື່ອ​ໝັ້ນ​ຫຼາຍ​ຂຶ້ນ​ຕື່ມ​ອີກ​ໃນ​ການ​ຮຽນ​ພາສາ​ຈີນ."

ປະຈຸ​ບັນ,​ໃນ​ທົ່ວ​ໂລກ,ຖ້າ​ຍົກ​ເວັ້ນປະ​ເທດ​ແລະ​ເຂດ​ແຄວ້ນ​ທີ່​ໃຊ້​ພາ​ສາ​ຈີນ​ເປັນ​ພາ​ສາ​ແມ່​ແລ້ວ,​ຈຳ​ນວນ​ຄົນ​ທີ່​ຮຽນ​ພາສາ​ຈີນ​ລວມ​ທັງ​ໝົດ​ມີ​ເຖິງ40​ລ້ານ​ຄົນ​ແລ້ວ.​ເພື່ອ​ຕອບ​ສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​ໃນ​ການ​ຮຽນ​ພາສາ​ຈີນ​ທີ່​ນັບ​ມື້​ນັບ​ເພີ່ມ​ຂຶ້ນ​ຢ່າງ​ຫຼວງ​ຫຼາຍນັ້ນ,ຫ້ອງການ​ພາສາ​ຈີນກໍ່​ຄື​ສຳນັກງານ​ສະ​ຖາ​ບັນ​ຂົງຈື້​ໄດ້​ສ້າງ​ຕັ້ງ​ສະ​ຖາ​ບັນ​ຂົງ​ຈື້​300ກວ່າ​ແຫ່ງ​ແລະ​ຫ້ອງ​ຮຽນ​ຂົງຈື້300ກວ່າ​ແຫ່ງ​ຢູ່96​ປະ​ເທດ​ແລະ​ເຂດ​ແຄວ້ນ.ປີ2010​,ສະ​ຖາ​ບັນ​ຂົງຈື້​ແລະ​ຫ້ອງ​ຮຽນ​ຂົງຈື້​ລວມທັງ​ໝົດ​ແລ້ວ​ໄດ້​ເປີດ​ຫຼັກ​ສູດ​ການ​ສອນ​ພາສາ​ຈີນ​1​ໝື່ນ​ຫ້ອງ,ນັກຮຽນ​ທີ່​ຈົດ​ທະບຽນ​ເຂົ້າ​ຮຽນ​ມີ​ເຖິງ3​ແສນ​ຄົນ.

ທ່ານ​ນາງ ຄາ​ສ​ເທີລີ​ນ ວິ​ເຕັກ ​ໄດ້​ນຳພາຄະນະ​ຜູ່​ແທນ​ເຢຍລະ​ມັນ​ມາ​ເຂົ້າ​ຮ່ວມ​ການ​ແ​ຂ່ງຂັນ​"ຂົວ​ພາສາ​ຈີນ"ຢູ່​ປະ​ເທດຈີນ​ເທື່ອ​ນີ້,ນາງ​ເປັນ​ຄູ​ສອນ​ພາສາ​ຈີນ​ໃນ​ໂຮງ​ຮຽນ​ແຫ່ງ​ໜຶ່ງ​ຂອງ​ນະຄອນຫຼວງ​ແບັກ​ແລ່ງ​ຂອງເຢຍລະ​ມັນ.ນາງ​ກ່າວ​ວ່າ,​ເມື່ອ15​ປີ​ກ່ອນ,​ແບັກ​ແລ່ງ​ມີ​ໂຮງ​ຮຽນ​ມັດ​ທະ​ຍົມ​ພຽງ​​ແຫ່ງ​ດຽວ​ເທົ່າ​ນັ້ນ​ທີ່​ຕັ້ງ​ຫຼັກສູດ​ສອນພາສາ​ຈີນ,ສ່ວນ​ປະຈຸ​ບັນ​ມີ​ໂຮງ​ຮຽນ​10​ກວ່າ​ແຫ່ງ​ໄດ້​ຕັ້ງ​ຫຼັກ​ສູດ​ສອນ​ພາ​ສາ​ຈີນ​ແລ້ວ,​ນັກ​ຮຽນ​ນັບ​ມື້​ນັບ​ຫຼາຍ​ມີ​ຄວາມ​ສົນ​ໃຈ​ນຳ​ການ​ຮຽນ​ພາ​ສາ​ຈີນ.​ນາງ​ກ່າວ​ວ່າ:

"​ເວລາ​ຂ້ອຍ​ຍັງ​ຮຽນ​ຢູ່​ມະຫາວິທະຍາ​ໄລ​ເມື່ອ20​ກວ່າ​ປີ​ກ່ອນ,ຂ້ອຍ​ບໍ່​ໄດ້​ຄິດ​ເລີຍ​ວ່າການ​ສິດສອນ​ພາສາ​ຈີນ​ໄດ້​ມີຄວາມ​ກ້າວໜ້າ​ຫຼາຍ​ພາຍ​ໃນ​ເວລາ​ອັນ​ສັ້ນໆ​ປານ​ນີ້,ຂ້ອຍ​ຄິດ​ວ່າ​ນັກຮຽນ​ລຸ້ນ​ໃໝ່​ມີ​ໂອກາດ​ທີ່​ດີ​ຫຼາຍ​ໃນ​ການ​ຮຽນ​ພາສາ​ຈີນ​ໂດຍ​ສະ​ເພາະ​ແມ່ນ​ການ​ແຂ່ງຂັນ"ຂົວພາສາ​ຈີນ"​​ເປັນ​ເວທີ​ທີ່​ດີ​ສຳລັບຊາວ​ໜຸ່ມ​​ເຍົາວະ​ຊົນ​ຢູ່​ແຫ່ງ​ຕ່າງໆ​ຂອງ​ໂລກ​​ໃນ​ການສະ​ແດງ​ໝາກຜົນ​ຂອງການ​ຮຽນ​ພາສາ​ຈີນ."

ເພື່ອ​ເຮັດ​ໃຫ້ການ​ແຂ່ງຂັນ​ສ່​ອງ​ແສງ​ເຖິງ​ຈຸດປະສົງ​ທີ່​ເພີ່ມ​ທະວີ​ມິດຕະພາບ,ຝ່າຍ​ຮັບຜິດຊອບ​ໃນ​ການຈັດ​ຕັ້ງ​ການ​ແຂ່ງຂັນ​ໄດ້​ຄັດ​ເລືອກ​ເປັນ​ພິ​ເສດ​ເອົາ​ຄອບຄົວ​ອາສາ​ສະໝັກ150​ຄອບຄົວ,ຜູ່​ເຂົ້າ​ຮ່ວມ​ການ​ແຂ່ງຂັນ​ສາມາດ​​ໄປ​ຢູ່​ນຳຄອບຄົວ​ຄົນຈີນ​ເຫຼົ່າ​ນີ້​ເພື່ອ​ສຳຜັດ​ກັບ​ວັດທະນະທຳ​ຈີນ.ການ​ແຂ່ງຂັນ"ຂົວ​ພາສາ​ຈີນ"ຄັ້ງ​ນີ້​ຈະ​ສິ້ນ​ສຸດ​ລົງ​ໃນ​ວັນ​ທີ30​ເດືອນ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ