ຄາດ​ວ່າການ​ນຳ​ເຂົ້າສິນຄ້າ​ຂອງ​ຈີນ​ໃນ​ໄລ​ຍະ​ແຜນ​ການ 5 ປີ​ຄັ້ງ​ທີ 12 ຈະ​ບັນ​ລຸ 8000 ຕື້​ໂດ​ລາ

(GMT+08:00) 2011-10-17 10:57:48     cri


ຫວ່າງ​ມໍ່ໆ​ມາ​ນີ້ ຢູ່​ນະຄອນ​ກວາງ​ໂຈ່​ວ, ທ່ານ​ຫວາງ​ຊາວ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ການ​ຄ້າ​ຈີນກ່າວ​ວ່າ, ​ໃນ​ໄລຍະ​ແຜນການ 5 ປີຄັ້ງທີ 12, ຄາດ​ວ່າ​ມູນ​ຄ່າ​ການນຳ​ເຂົ້າສິນຄ້າ​ຂອງ​ຈີນ​ຈະ​ບັນລຸ 8000 ຕື້​ໂດ​ລາ​ສະຫະລັດ.

ທ່ານ​ຫວາງ​ຊາວ ກ່າວ​ວ່າ, ນັບ​​ແຕ່​ຈີນ​ເຂົ້າ​ເປັນ​ສະມາຊິກ​ອົງການ​ການ​ຄ້າ​ໂລກ​ເປັນ​ເວລາ 10 ປີ​ມາ​ນີ້, ​ ການ​ນຳ​ເຂົ້າ​ສິນ​ຄ້າ​ຂອງ​ຈີນ​ໃນແຕ່ລະ​ປີ ລ້ວນ​ແຕ່​ມີ​ການ​ເພີ່ມ​ຂຶ້ນເກືອບຮອດ 100 ຕື້​ໂດ​ລາ ຫຼືຫຼາຍກວ່າ​ນີ້​ອີກ, ການ​ນຳ​ເຂົ້າ​ສິນ​ຄ້າ​ເພີ່ມ​ຂຶ້ນ​ໄວ​ຄື​ແນວ​ນີ້​ແມ່ນ​ມີ​ໜ້ອຍ​ໃນ​ປະ​ເທດ​ອື່ນ. ​ໃນ​ຖານະ​ທີ່​ເປັນ​ປະ​ເທດ​ທີ່​ພວມ​ພັດ​ທະ​ນາ​​ໃຫຍ່​ກວ່າ​ໝູ່ໃນ​ໂລກ, ຈີນ​ພວມຢູ່​ໃນ​ໄລຍະ​ທີ່​ຫັນ​ເປັນ​ອຸດສາຫະກຳ ​ແລະ ຫັນ​​ເປັນ​ຕົວ​ເມືອງ​ຢ່າງ​ວ່ອງ​ໄວ, ມີ​ຕະຫຼາດທີ່​ກວ້າງ​ໃຫຍ່​ແລະ​ມີ​ທ່າ​ແຮງ​ບົ່ມ​ຊ້ອນທາງ​ດ້ານ​ການ​ພັດ​ທະ​ນາ​ຢ່າງ​ໃຫຍ່ຫຼວງ, ນີ້​ຈະ​ໄດ້​ນຳ​ເອົາ​ໂອກາດ​ຕະຫຼາດ ​ມາ​ໃຫ້​ແກ່​ປະ​ເທດ​ຕ່າງໆ​ໃນ​ໂລກ​ຫຼາຍກວ່າ​ເກົ່າໃນ​ການ​ເປີ​ດກວ້າງ​ການ​ສົ່ງ​ອອກ​ຕໍ່​ຈີນ.

​ໃນ​ຕໍ່ໜ້າ, ​ໃນ​ຂະນະ​ທີ່​ຊຸກ​ຍູ້​ການ​ສົ່ງ​ອອກສິນຄ້າ​ຢ່າງ​ໝັ້ນທ່ຽງ, ຈີນກໍ​ຈະ​​ເອົາ​ໃຈໃສ່​ຕໍ່​ການ​ເປີດ​ກວ້າງ​ການ​ນຳ​ເຂົ້າ, ຊຸກຍູ້​ໃຫ້ການ​ຄ້າ​ກັບ​ຕ່າງປະ​ເທດ​ສາມາດ​ພັດທະ ນາ​ຢ່າງ​ດຸນ​ດ່ຽງ​ແລະຕໍ່​ເນື່ອງ ​ໂດຍ​ຜ່ານ​ການ​ປັບປຸງ​ໂຄງ​ປະກອບການ​ນຳເຂົ້າ, ຜ່ອນຄາຍ ​ແລະ ​ເຮັດ​ໃຫ້ມາດ​ຕະການ​ຄຸ້ມ​ຄອງ​ການ​ນຳ​ເຂົ້າກະທັດ​ຮັດ​ກວ່າ​ເກົ່າ, ປັບປຸງ​ລະບົບ​ການ​ຊຸກ​ຍູ້​ການນຳ​ເຂົ້າ​ໃຫ້​​ເໝາະ​ສົມ ​ແລະ ຊ່ອງ​ທາງ​ອື່ນໆອີກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ