ຈີນ​ຫວັງ​ໃຫ້​ຝ່າຍ​ທີ​ສາມ​ເຄົາ​ລົບ​ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ໃນ​ການ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ທະ​ເລ​ຈີນ​ໃຕ້​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຝ່າຍ

(GMT+08:00) 2011-10-17 18:14:51     cri
ເມື່ອ​ບໍ່​ດົນມາ​ນີ້,​ໃນ​ເວລາ​ຢ້ຽມຢາມ​ສາມ​ປະ​ເທດ​ອາ​ຊີ​ອາ​ຄະ​ເນ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຍີ່​ປຸ່ນ​ສະ​ເໜີ​ໃຫ້​ສ້າງ​ຂອບ​ຫຼາຍ​ຝ່າຍ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້.​ນອກ​ນີ້,​ໂດຍ​ແນ​ໃສ່​ຖະ​ແຫຼງ​ການ​ຮ່ວມ​ທີ່​ຈີນ​ຫວຽດ​ນາມ​ເຊັນ​ກັນ​ໃນ​ຫວ່າງ​ມໍ່ໆ​ນີ້,​ຟິ​ລິບ​ປິນ​ໄດ້​ສະ​ແດງ​ຄວາມ​ຄັດ​ຄ້ານ,​ແລະ​ຮຽກ​ຮ້ອງ​ໃຫ້​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ກ່ຽວ​ກັບ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ດ້ວຍ​ຫຼາຍ​ຝ່າຍ​ແຕ່​ບໍ່​ແມ່ນ​ວິ​ທີ​ຫາ​ລື​ກັນ​ລະ​ຫວ່າງ​ສອງ​ຝ່າຍ.

ກ່ຽວ​ກັບ​ເລື່ອງ​ນີ້,ວັນ​ທີ17​ຕຸລາ​ນີ້,​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນ​ຢູ່​ປັກ​ກິ່ງ,ທ່ານ​ລິວ​ເວີຍ​ມີນ, ​ໂຄສົກ​ຂອງ​ກະ​ຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​"ຖະ​ແຫຼງ​ການ​ຮ່ວມ​ຈີນ​ຫວຽດ​ນາມ"​ມີ​ຄວາມ​ໝາຍ​ສຳ​ຄັນ​ໃນ​ການ​ຊີ້​ນຳ​ຊຸກ​ຍູ້​ການ​ພັດ​ທະ​ນາ​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ຢ່າງ​ປອດ​ໃສ​ແລະ​ໝັ້ນ​ທ່ຽງ​ແລະ​ຍາວ​ນານ.​ຈີນ​ແລະ​ຫວຽດ​ນາມ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ທາງ​ທະ​ເລ​ລະ​ຫວ່າງ​ສອງ​ປະ​ເທດ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ກັນ​ໂດຍ​ບໍ່​ມີ​ການ​​ກ່ຽວ​ພັນ​ກັບ​ຝ່າຍ​ທີ​ສາມ,​ຫວັງ​ໃຫ້​ຝ່າຍ​ທີ​ສາມ​ເຄົາ​ລົບ​ຄວາມ​ເປັນ​ເອ​ກະ​ລາດ​ຂອງ​ປະ​ເທດ​ທີ່​ກ່ຽວ​ຂ້ອງ​ທີ່​ທຳ​ຄວາມ​ພະ​ຍາ​ຍາມ​ເພື່ອ​ແກ້​ໄຂ​ຄວາມ​ຂັດ​ແຍ່ງ​ກັນ​ໂດຍ​ຜ່ານ​ການ​ເຈ​ລະ​ຈາ​ລະ​ຫວ່າງ​ສອງ​ຝ່າຍ.​ທ່ານ​ກ່າວ​ເນັ້ນ​ວ່າ,​ການ​ນຳ​​ເອົາ​ບັນ​ຫາ​ທະ​ເລ​ຈີນ​ໃຕ້​ໄປ​ຫາ​ລື​ກັນ​ຢູ່​ເວ​ທີ​ຫຼາຍ​ຝ່າຍ​ແມ່ນ​ບໍ່​ມີ​ຜົນ​ດີ​ຕໍ່​ການ​ແກ້​ໄຂ​ບັນຫາ​ນີ້,ມີ​ແຕ່​ຈະ​ເຮັດ​ໃຫ້​ບັນ​ຫາ​ນີ້​ມີ​ຄວາມ​ຫຍຸ້ງ​ຍາກ​ສັບ​ສົນ ຂຶ້ນ​ກວ່າ​ເກົ່າ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ