ຈີນ​ແລະ​ໄທ​ຮ່ວມ​ກັນ​ສືບ​ສວນ​ເຫດການ​ກ່ຽວ​ກັບ​ລູກ​ເຮືອ​ຈີນ​ຖືກ​ໂຈມ​ຕີ

(GMT+08:00) 2011-10-18 18:06:04     cri
CRIລາຍ​ງານ​ວ່າ: ໜ່ວຍ​ງານ​ຂອງ​ລັດຖະບານ​ຈີນ​ທີ່​ປະກອບ​ດ້ວຍ​ກະຊວງ​ການ​ຕ່າງປະ​ເທດ,​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ແລະ​ກະຊວງ​ຄົມມະ​ນາ​ຄົມ​ຂົນ​ສົ່ງ​​ໄດ້​ເດີນທາງ​ໄປ​ຮອດ​ຈັງຫວັດ​ຊຽງ​ລາຍ​ຂອງ​ໄທ​ໃນ​ຕອນ​ບ່າຍ​ວັນ​ທີ15​ຕຸລາ​ນີ້​ເພື່ອ​ສືບສວນ​ຫາ​ສາ​ເຫດ​ຂອງ​ເຫດການ​ກ່ຽວ​ກັບ​ລູກ​ເຮືອ​ຈີນ​ຖືກ​ສັງຫານ​ໃນ​ວັນ​ທີ5​ຕຸລາ​ນີ້​ຢູ່​ຕາມ​ລຳ​ແມ່​ນ້ຳຂອງ​​ໃນ​ເຂດ3​ຫຼ່ຽມຄຳ.ຕອນ​ຄ່ຳ​ວັນ​ທີ15​ຕຸລາ​ນີ້,ຜູ່ຊ່ຽວຊານ​​ໃນ​ການສືບສວນ​ຄະດີ​ທາງອາຍາ​ຂອງ​ກະຊວງ​ປ້ອງ​ກັນ​ຄວາມ​ສະຫງົບ​ຈີນ​ໄດ້​ພ້ອມກັບ​ເຈົ້າ​ໜ້າ​ທີ່​ຂອງ​ໄທຮ່ວມ​ກັນພິສູດ​ສົບ​ຂອງ​ຜູ່​ເສຍ​ຊີ​ວິດ​ໃນ​ເຫດການ.ຕອນ​ເຊົ້າ​ວັນ​ທີ16,ສອງ​ຝ່າຍ​​ເລີ່​ມຕົ້ນ​ການ​ຮ່ວມ​ກັນ​ສືບສວນ​ຕໍ່​ເຮືອ​ທີ່ຖືກ​ໂຈມ​ຕີ​ຢູ່​ບ່ອນ​ເກີດ​ເຫດ.

ທ່ານປານ​ສິຣິປາຣະພາ​ວັດ ຮອງ​ຜູ່​ບັນຊາ​ການ​ຕຳ​ຫຼວດ​ແຫ່ງ​ຊາດ​ໄທ​ກ່າວ​ວ່າ,​ສຳນັກງານ​ຕຳຫຼວດ​ແຫ່ງ​ຊາດ​ໄທ​ເອົາ​ໃຈ​ໃສ່​ໃນ​ລະ​ດັບ​ສູງ​ຕໍ່​ຄະດີ​ໃນ​ຄັ້ງ​ນີ້​ພ້ອມ​ດ້ວຍຄວາມ​ເປັນ​ຫ່ວງ​ຂອງ​ຈີນ.ທ່ານ​ກ່າວ​ວ່າ:

"ມື້​ນີ້,ທາງ​ສຳນັກງານ​ຕຳຫຼວດ​ແຫ່ງ​ຊາດໄທ​ໄດ້​​ແຕ່ງ​ຕັ້ງ​ໜ່ວຍ​ງານສືບສວນ​ຊຶ່ງ​ລວມທັງ​ຊ່ຽວຊານ​ຄະດີ​ອາຍາ​ເພື່ອ​ຮ່ວມ​ກັນ​ສືບ​ສວນ​ຄະ​ດີ​ໃນ​ຄັ້ງ​ນີ້. ສຳນັກງານ​ຕຳຫຼວດ​ແຫ່ງ​ຊາດໄທ​ເອົາ​ໃຈ​ໃສ່​ໃນ​ລະດັບ​ສູງ​ຕໍ່​ຄະດີທີ່​ເກີດ​ຂຶ້ນ​ແລະ​ໄດ້​​ເລັ່ງ​ໃຫ້​ສືບສວນ​ຄະດີ​ຢ່າງ​ຮີບ​ດ່ວນ.​ເຈົ້າ​ໜ້າ​ທີ່​ຕຳຫຼວດ​ໄທ​ຈະ​ຮ່ວມ​ມື​ກັບ​ໜ່ວຍງານ​ຜູ່​ຊ່ຽວຊານ​ຂອງ​ຈີນ,ບໍ່​ວ່າ​ຈະ​ເປັນ​ການ​ສື​ບສວນ,ຂໍ້​ມູນຫຼື​ການ​ເກັບ​ກຳ​ຫຼັກ​ຖານ,ພວກ​ຂ້າພະ​ເຈົ້າ​ລ້ວນ​ແຕ່​ຈະ​ໃຫ້ການ​ປະສານ​ສົມທົບ​ກັນ​ຈົນ​ສຸດ​ຄວາມ​ສາມາດ​ຂອງ​ຕົນ."

ວັນ​ທີ17​ຕຸລາ​ນີ້,ພາຍ​ໃຕ້​ການ​ເດີນທາງ​ຮ່ວມ​ຂອງ​ຮອງ​ຜູ່​ບັນຊາ​ການ​ຕຳຫຼວດ​ແຫ່ງ​ຊາດ​ໄທ​ແລະ​ເຈົ້າ​ໜ້າ​ທີ່​ສະຖານທູດ​ຈີນ​ປະຈຳ​ໄທ,ໜ່ວຍ​ງານ​ຂອງ​ຈີນ​ໄດ້​ເດີນທາງ​ດ້ວຍ​ເຮືອ​ໄວ​ຂອງ​ຕຳຫຼວດ​ໄທ​ໄປສືບສວນ​ຢູ່​ເຂດ​ແມ່​ນ້ຳຂອງ​ທີ່​ເປັນ​ບ່ອນ​ທີ່​ລູກ​ເຮືອ​ຈີນ​ເສຍ​ຊີວິດ​ຍ້ອນຖືກ​ຫຼອນ​ໂຈມ​ຕີ​.ມື້​ດຽວ​ກັນ,ຜູ່ຊ່ຽວຊານ​ຈີນ​ຮ່ວມ​ກັບ​ເຈົ້າ​ໜ້າ​ທີ່​ຂອງ​ໄທ​ໄດ້ຮ່ວມ​ກັນສືບຕໍ່​ສື​ບສວນ​ຊອກ​ຄົ້ນ​ຫາຫຼັກ​ຖານ​ຢູ່​ເຮືອ​ທີ່​ຖືກ​ໂຈມ​ຕີ.

ກ່ຽວ​ກັບ​ສະພາບ​ຄືບ​ໜ້າ​ຂອງ​ການ​ສືບສວນ​ໃນ​ເບື້ອງ​ຕົ້ນ​,ທ່ານ​ພັນ​ສິຣິ ປຣະພາ​ວັດ ຮອງ​ຜູ່​ບັນຊາ​ການ​ຕຳຫຼວດ​ແຫ່ງ​ຊາດ​​ໄທ​ເປີດ​ເຜີຍ​ໃຫ້​ຮູ້​ວ່າ,ພາຍຫຼັງ​ສອງ​ຝ່າຍ​ໄດ້ສືບສວນ​ແລະ​ຊອກ​ຄົ້​ນຫາຫຼັກ​ຖານ​ຢູ່​ບ່ອນ​ເກີດ​ເຫດ​ແລ້ວ​ໄດ້​ຢືນຢັນ​ວ່າ,ກຸ່ມປະກອບ​ອາວຸດ​ທີ່​ບໍ່​ຮູ້​ຖານະຈຳນວນ5​ຄົນ​ໄດ້​ປຸ້ນ​ສະດົມ​ເຮືອ​ສອງ​ລຳ​ກ່ອນ​​ທີ່ເຮືອທັງ​ສອງ​ລຳ​ນັ້ນ​ເຂົ້າ​ສູ່​ນ່ານນ້ຳຂອງ​ໄທ,​ແຕ່​ສຳລັບ​ລາຍ​ລະອຽດ​ຍັງ​ພວມ​ສືບ​ສວນ​ຢ່າງ​ຮີບ​ຮ້ອນ​ຢູ່.​ສ່ວນ​ເລື່ອງ​ກ່ຽວ​ກັບ​ບັນຫາ​ຄວາມ​ປອດ​ໄພ​ຢູ່​ເຂດ​ແມ່​ນ້ຳຂອງ,​ໄທ​ກໍ່​ຈະ​ປຶກສາ​ຫາລື​ກັບ​ລັດຖະບານ​ມຽນມາ,ລາວ​ແລະ​ຈີນ​ເພື່ອ​ສ້າງ​ມາດ​ຕະການ​ຮັກສາ​ຄວາມ​ປອດ​ໄພ​ທີ່​ບັງ​ເກີດ​ຜົນ.ທ່ານ​ປານ​ສິຣິປຣະພາ​ວັດ ກ່າວ​ວ່າ:

"ຄວນ​​ຈັດ​ກອງ​ປະຊຸມ4​ຝ່າຍ​ຄື​ມຽນມາ,ລາວ,​ໄທ​ແລະ​ຈີນ​ອີກ​ເທື່ອ​ໜຶ່ງ​ເພື່ອ​ສ້າງ​ມາດ​ຕະການ​ສ​ະ​ເພາະ​​ເພື່ອ​ຮັກສາ​ຄວາມ​ປອດ​ໄພ​ຕາມ​ລຳ​ແມ່​ນ້ຳຂອງ​ໃນ​ເຂດ3​ຫຼ່ຽມຄຳ,ສ້າງຄວາມ​ເຊື່ອໝັ້ນ​​​ໃຫ້​ແກ່​ຜູ່​ທີ່​ເດີນທາງ​ໃນ​ລຳ​ແມ່​ນ້ຳຂອງ.ກ່ຽວ​ກັບ​ສະພາບ​ຄືບ​ໜ້າ​ຂອງ​ການ​ສືບສວນ,ສາມາດ​ຢືນຢັນ​ໃນ​ເບື້ອງ​ຕົ້ນ​ວ່າ​ເຮືອ​ທີ່​ເກີດ​ເຫດ​ພຽງ​ແຕ່​ແມ່ນ​ຖືກ​ເຮືອ​ໄວ4​ລຳ​ຕິດຕາມ​ແລະ​ຂົ່ມ​ຂູ່​​ໃນ​ເວລາ​ເດີນ​ເຮືອ​ຢູ່​ບ່ອນ​ຫ່າງ​ຈາກ​ເຂດ3ຫຼ່ຽມຄຳ​ໄປ​ທາງ​ທິດ​ເໜືອ​ປະມານ15​ຫາ20​ກິ​ໂລ​ແມັດ​ເທົ່າ​ນັ້ນ,ກ່ຽວ​ກັບ​ດ້ານ​ນີ້​ພວກ​ຂ້າພະ​ເຈົ້າ​ຍັງ​ພວມ​ສືບ​ສວນ​ຢ່າງ​ຮີບ​ຮ້ອນ​ຕໍ່​ເຮືອ​ທີ່ຄາດ​ວ່າ​ອາດ​ຈະ​ເຫັນ​ເຫດການຕົວ​ຈິງ​ທີ່​ເກີດ​ຂຶ້ນ​ໃນ​ຄັ້ງ​ນີ້."
 
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ