​ເຈົ້າ​ໜ້າ​ທີ່​ສະຫະ​ປະຊາ​ຊາດ​ກ່າວ​ວ່າ ກ່ອນ​ປີ2015 ທົ່ວ​ໂລກ​ຄາດ​ວ່າ​ຈະ​ບັນລຸ​ເປົ້າ​ໝາຍ​ຫຼຸດຜ່ອນ​ຄວາມ​ທຸກ​ຍາກ​ຂອງ​ສະຫະ​ປະຊາ​ຊາດ

(GMT+08:00) 2011-10-18 17:08:38     cri

ວັນ​ທີ17ຕຸລາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ນາງ​ເຮ​ເລນ ຄຼາກ, ປະທານ​ອົງການ​ສະຫະ​ປະຊາ​ຊາດ​ເພື່ອ​ການ​ພັດທະນາ​ຫຼືUNDPກ່າວ​ວ່າ, ​ເຖິງ​ວ່າ​ສະຖານະ​ການ​​ເສດຖະກິດ​​​ໂລກ​ໃນ​ປະຈຸ​ບັນ​​​ເຂັ້ມ​ງວດ​ຫຼາຍກໍ່ຕາມ,​ແຕ່​ທົ່ວ​ໂລກ​ຍັງ​ຄາດ​ວ່າ​ບັນລຸ​ເປົ້າ​ໝາຍ​ສະຫັດ​ສະ​ວັດ​ດ້ານ​ການ​ພັດທະນາຂອງ​ສະຫະ​ປະຊາ​ຊາດ​ທີ່​ຫຼຸດ​ອັດຕາ​ຄວາ​ມທຸກ​ຍາກ​ຂອງ​ປະຊາຊົນ​ທົ່ວ​ໂລກ​ລົງ​ເຄິ່ງໜຶ່ງ​ກ່ອນ​ປີ2015.


ວັນ​ທີ17ຕຸລາ​ແມ່ນວັນ​ລຶບລ້າງ​ຄວາມທຸກ​ຍາກ​ສາກົນ. ທ່ານ​ນາງຄຼາກ​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ເຂົ້າ​ຮ່ວມ​ກິດຈະກຳ​ທີ່ກ່ຽວຂ້ອງ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ມື້​ດຽວ​ກັນ,ຈີນ​ໄດ້​ທຳ​ຄວາມ​ພະຍາຍາມ​ອັນ​ໃຫຍ່​ຫຼວງ​ໃນ​ການ​ຊຸກຍູ້​ການບັນລຸ​ເປົ້າ​ໝາຍ​ຫຼຸດຜ່ອນ​ຄວາມທຸກ​ຍາກ​ຂອງ​ສະຫະ​ປະຊາ​ຊາດ. ​​ໃນ​ປີ1981ຫາປີ2005,ຈີນ​ໄດ້ປະສົບ​ຜົນສຳ​ເລັດ​ອັນ​ໃຫຍ່​ຫຼວງ​ໃນ​ການຊ່ວຍ​ເຫຼືອ​ປະຊາຊົນ 550ລ້ານ​ຄົນ​ພົ້ນ​ອອກ​ຈາກຄວາມທຸກ​ຍາກ​ທີ່​ສຸດ​. UNDPໄດ້​ສຸມ​ກຳລັງ​ເຂົ້າ​ໃນ​ການ​ເຜີຍ​ແຜ່​ບົດຮຽນ​ຂອງ​ຈີນ​​ໄປສູ່ທົ່ວ​ໂລກ​ມາ​ໂດຍ​ຕະຫຼອດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ