ປະ​ຊາ​ກອນ​ໂລກ​ຈະ​ບັນ​ລຸ​7​ຕື້​ຄົນ

(GMT+08:00) 2011-10-18 17:55:03     cri
ຕາມ​ຂ່າວສານ​ຊິນ​ຮວາ:ວັນ​ທີ17​ຕຸລາ​ນີ້,ມູນ​ນິທິ​ປະຊາກອນ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ອອ​ ປະ​ກາດ​ແຈ້ງ​ການ​ສະ​ບັບ​ໜຶ່ງ​ໂດຍ​ກ່າວ​​ວ່າ,​ຄຽງ​ຄູ່​ກັບ​ປະ​ຊາ​ກອນ​ໂລກ​ຈະ​ບັນ​ລຸ​7​ຕື້​ຄົນ​ໃນ​ທ້າຍ​ເດືອນ​ຕຸ​ລາ​ນີ້,​ມວນ​ມະ​ນຸດ​ຈະ​ປະ​ເຊີນ​ກັບ​"ສິ່ງ​ທ້າ​ທາຍ​ທີ່​ໜ້າ​ຢ້ານ​ກົວ",​ແຕ່​ວ່າ,ຖ້າ​ວ່າ​ມະ​ນຸດ​ຮ່ວມ​ແຮງ​ຮ່ວມ​ໃຈ​ກັນ​ແຕ່​ມື້​ນີ້​ເປັນ​ຕົ້ນ​ໄປ,​ສິ່ງ​ທ້າ​ທາຍ​ເຫຼົ່າ​ນີ້​ກໍ່​ຈະ​ເປັນ​ສິ່ງ​ທີ່​ສາມາດ​ຮັບ​ມື​​ໄດ້.

ຜູ່​ຊ່ຽວຊານ​ກ່າວ​ວ່າ,ປະຊາກອນ​ໂລກ​ເພີ່ມ​ຂຶ້ນຢ່າງ​ຫຼວງຫຼາຍ​ເຮັດ​ໃຫ້​ຊັບ​ພະ​ຍາ​ກອນ​ນ້ຳບໍ່​ພໍ,​ເຮັດ​ໃຫ້​​ເນື້ອ​ດິນ​ກາຍ​ເປັນ​ດິນ​ຊາຍ,​ແລະ​ຊີ​ວະ​ນາ​ນາ​ພັນ​ໃນ​ໂລກ​ຫາຍ​ສາບ​ສູນ​ນັ້ນ​ນັບ​ມື້​ນັບ​ຊຸດ​​ໂຊມ​ລົງ,​ຊັບ​ພະ​ຍາ​ກອນ​ບົກ​ແຫ້ງ​ກວ່າ​ເກົ່າ.​ມູນ​ນິ​ທິ​ປະ​ຊາ​ກອນ​ຂອງ​ສະ​ຫະ​ປະ​ຊາ​ຊາດ​ຈະ​ເປີດ​ເຜີຍ "ບົດ​ລາຍ​ງານ​ກ່ຽວ​ກັບ​ສະ​ພາບ​ການ​ປະ​ຊາ​ກອນ​ໂລກ​ປີ2011"​ຕໍ່ ​ທົ່ວ​ໂລກ​ໃນ​ວັນ​ທີ26​ຕຸລາ​ນີ້,​ເພື່ອ​ແນະ​ນຳ​ສິ່ງ​ທ້າ​ທາຍ​ຕ່າງໆ​ທີ່​ປະ​ຊາ​ກອນ​ຫຼາຍ​ເຖິງ​7​ຕື້​ຄົນ​ນັ້ນ​ນຳ​ມາ​ສູ່​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ