ຈີນ​ຮຽກ​ຮ້ອງ​ໃຫ້​ຝ່າຍ​ຕ່າງໆ​ກ່ຽວ​ກັບ​ບັນ​ຫາ​ຕາ​ເວັນ​ອອກ​ກາງ​ສ້າງ​ເງື່ອນ​ໄຂ​ໃຫ້​ແກ່​ການ​ຈັດ​ການ​ເຈ​ລະ​ຈາ​ໂດຍ​ສັນ​ຕິ​ຄືນ​ໃໝ່

(GMT+08:00) 2011-10-18 18:07:57     cri
ຕາມ​ຂ່າວCRI:ຕາມ​ໄດ້​ຮູ້,ວັນ​ທີ26​ຕຸລາ​ນີ້,"ກົນ​ໄກ​ສີ່​ຝ່າຍ"ກ່ຽວ​ກັບ​ບັນຫາ​ຕາ​ເວັນ​ອອກ​ກາງ​ທີ່​ປະ ກອບ​ດ້ວຍ​ອາ​ເມ​ລິ​ກາ,ສະ​ຫະ​ພາບ​ເອີ​ຣົບ,​ສະ​ຫະ​ປະ​ຊາ​ຊາດ​ແລະ​ຣັດ​ເຊຍ​ຈະ​ສົ່ງ​ຜູ່​ແທນ​ໄປ​ເຢ ລູ​ຊາ​ເຣັມ,​ຈັດ​ການ​ເຈ​ລະ​ຈາ​ກັບ​ເຈົ້າ​ໜ້າ​​ທີ່​ຂອງ​ອິດ​ສະ​ລະ​ແອນ​ແລະ​ກັບ​ເຈົ້າ​ໜ້າ​ທີ່​ຂອງ​ປາ​ເລັດ​ສະຕິ​ນ​ກ່ຽວ​ກັບ​ການ​ຈັດ​ການ​ເຈ​ລະ​ຈາ​ໂດຍ​ສັນ​ຕິ​ໂດຍ​ກົງ​ລະ​ຫວ່າງ​ປາ​ເລັດ​ສະ​ຕິນ​ກັບ​ອິດ​ສະລະ​ແອນ​ຄືນ​ໃໝ່.

ວັນ​ທີ18​ຕຸລາ​ນີ້,​ໃນ​ກອງ​ປະ​ຊຸມ​ຂ່າວ​ທີ່​ຈັດ​ຂຶ້ນຢູ່​ປັກ​ກິ່ງ,ທ່ານ​ລິວ​ເວີຍ​ມີນ,​ໂຄສົກ​ກະຊວງ​ການ​ຕ່າງ​ປະ​ເທດ​ຈີນ​ກ່າວ​ວ່າ,​ປະ​ຈຸ​ບັນ​ນີ້​ຂະ​ບວນ​ສັນ​ຕິ​ພາບ​ຕາ​ເວັນ​ອອກ​ກາງ​ພວມ​ຢູ່​ໃນ​ໄລ​ຍະ​ຂໍ​ກະ​ແຈ,​ຈີນ​ສະ​ໜັບ​ສະ​ໜູນ​ຄວາມ​ພະ​ຍາ​ຍາມ​ຂອງ​ໂລກ​ທີ່​ຜົນ​ດີ​ຕໍ່​ການ​ຊຸກ​ຍູ້​ປາ​ເລັດ​ສະ​ຕິນ​ແລະ​ອິດ​ສະ​ລະ​ແອນ​ຈັດ​ການ​ເຈ​ລະ​ຈາ​ໂດຍ​ສັນ​ຕິ​ຄືນ​ໃໝ່​ໂດຍ​ໄວ.

ນອກ​ນີ້,ວັນ​ທີ18​ຕຸລາ​ນີ້,ຂະ​ບວນການອິສລາມ​ຕໍ່ຕ້ານ​ຂອງ​ປາ​ເລັດ​ສະຕິ​ນ ຫຼື​ຮາ​ມາສ ມອບນັກ​ ຮົບ​ອິດ​ສະລະ​ແອນ​ຜູ່​ໜຶ່ງ​ໃຫ້​ແກ່​ອົງ​ການ​ຂ່າວ​ກອງ​ແອ​ຢິບ,​ໝາຍ​ຄວາມ​ວ່າ​ສັນຍາ​ແລກ​ປ່ຽນ​ສະ ​ເລີຍ​ເສິກ​ລະ​ຫວ່າງ​ປາ​ເລັດ​ສະ​ຕິນ​ກັບ​ອິດ​ສະ​ລະ​ແອນ​ໄດ້​ເລີ່ມ​ປະ​ຕິ​ບັດ.​ກ່ຽວ​ກັບ​ເລື່ອງ​ນີ້,​ທ່ານ​ລິວ​ເວີຍ​ມິນ​ກ່າວ​ວ່າ,​ຝ່າຍ​ຈີນ​ສະ​ແດງ​ຄວາມ​ຊົມ​ເຊີຍ​ຕໍ່​ຄວາມ​ຄືບ​ໜ້າ​​ໃໝ່​ນີ້,​ເຫັນ​ວ່າ,ນີ້​ມີ​ຜົນ​ດີ​ຕໍ່​ການ​ຜ່ອນ​ຄາຍ​ສະ​ຖາ​ນະ​ການ​ປາ​ເ​ລັດ​ສະ​ຕິນ​ອິດ​ສະ​ລະ​ແອນ,​ແລະ​ສະ​ແດງ​ຄວາມ​ເຫັນ​ດີ​ເຫັນ​ພ້ອມ​ຕໍ່​ຝ່າຍ​ຕ່າງໆ ຄື ​ແອ​ຢິບ​ທີ່​ໄດ້​ທຳ​ຄວາມ​ພະ​ຍາ​ຍາມ​ແລະ​ໄກ່​ເກ່ຍ​ເພື່ອ​ເລື່ອງ​ນີ້.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ