ໂຄງການ​ຝຶກອົບຮົມ​ເຈົ້າ​ໜ້າ​ທີ່​ການ​ທູດ​ອາ​ຊຽນບວກ​3​ຄັ້ງ​ທີ​ສອງ​ສຳ​ເລັດ​ການ​ຮຽນ​ແລ້ວ

(GMT+08:00) 2011-10-19 16:52:08     cri
ໂຄງການຝຶກ​ອົບຮົມ​ເຈົ້າ​ໜ້າ​ທີ່​ການ​ທູດ​ເພື່ອ​ເຂົ້າ​ໃຈ​ຈີນຂອງອາ​ຊຽນບວກ3​ຄັ້ງ​ທີ2​ໄດ້​ສິ້ນ​ສຸດ​ການ​ຮຽນ​ຢູ່​ນະຄອນຫຼວງ​ປັກ​ກິ່ງ​ໃນ​ວັນ​ທີ18​ຕຸລາ​ນີ້.ຜູ່​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມ​ທີ່​ມາ​ຈາກ8​ປະ​ເທດ​ຂອງ​ອາ​ຊຽນກ່າວ​ວ່າ,ປະສົບ​ການ​ໃນ​ການ​ຄົ້ນຄວ້າ​ຮ່ຳຮຽນ​ຢູ່​ຈີນ​ເຮັດ​ໃຫ້​ເຂົາ​ເຈົ້າ​ໄດ້​ກ້າວ​ເຂົ້າ​ສູ່​ຈີນ​ທີ່​ມີ​ຄວາມ​ເປັນຈິງ​ກວ່າ​ເກົ່າ,​ເຂົາ​ເຈົ້າ​ຈະ​ທຳ​ຄວາມ​ພະຍາຍາມ​ເພື່ອ​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ປະ​ເທດ​ອາ​ຊຽນ​ກັບ​ຈີນ.

ໂຄງການ​ນີ້​ແມ່ນ​ຈັດ​ຕັ້ງ​ປະຕິບັດ​ໂດຍ​ກະຊວງ​ສຶກສາ​ທິການ​ຈີນ​ແລະ​ສູນ​ຄົ້ນຄວ້າການ​ສອນ​ພາສາ​ຈີນຕໍ່ຕ່າງປະ​ເທດ​ຂອງ​ມະ​ຫາ​ວິ​ທະ​ຍາ​ໄລ​ພາ​ສາ​ຕ່າງ​ປະ​ເທດ​ປັກ​ກິ່ງ.​ໃນ​ໄລ​ຍະ​ຝຶກ​ອົບຮົມ​ຢູ່​ຈີນ​ເປັນ​ເວ​ລາ​1​ເດືອນ,​ຜູ່​ເຂົ້າ​ຮ່ວມ​ການ​ຝຶກ​ອົບຮົມໄດ້ຮ່ຳຮຽນ​ຫຼັກສູດ​ຕ່າງໆ​ເຊັ່ນການ​ເມືອງ​ເສດຖະກິດ​,ການ​ທະຫານ,ການ​ຕ່າງປະ​ເທດ​ຍຸກ​ປະຈຸ​ບັນ​ຂອງ​ຈີນ,​ໄດ້​ປຶກສາ​ຫາລື​ບັນຫາ​ຈຸດ​ສຸມ​ຂອງ​ຈີນ​ແລະ​ຍັງ​ໄດ້​ໄປ​ທັດສະນະ​ສຶກສາ​ສຳຜັດ​ຕົວ​ຈິງ​ທາງ​ດ້ານ​ວັດທະນະທຳ​ຢູ່​ແຫ່ງ​ຕ່າງໆ​ເຊັ່ນ​ນະຄອນ​ຊີ່​ອ່ານ,ນະຄອນ​ໂລ້​ຢາງ​​ດັ່ງ​ນີ້ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ