ປະລິມານ​ການ​ຕິດຕັ້ງ​ເຄື່ອງ​ຈັກຜະລິດ​ໄຟຟ້າ​ດ້ວຍ​ພະລັງ​ງານລົມທີ່​ເພີ່ມ​ໃໝ່​ແລະ​ຍອດ​ປະລິມານ​ການ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະລິດ​ໄຟຟ້າດ້ວຍ​ພະລັງ​ງານລົມ​ຂອງ​ຈີນລ້ວນ​ແຕ່​​ເປັນ​ທີ​ໜຶ່ງ​ໃນ​ໂລກ

(GMT+08:00) 2011-10-19 16:57:21     cri
ທ່ານ​ເຮີ້​ເຕີ​ຊິນ ຫົວໜ້າ​ຄະນະ​ກຳມະການ​ພະລັງງານລົມ​ຂອງ​ສະ​ມາ​ຄົມ​ພະ​ລັງ​ງານ​ໝູນ​ວຽນ​ຈີນ​ກ່າວ​ໃນ​ກອງ​ປະ​ຊຸມ​ພະ​ລັງ​ງານ​ລົມ​ສາ​ກົນ​ປັກ​ກິ່ງ​2011​ກໍ່​ຄື​ງານ​ວາງ​ສະ​ແດງ​ພະ​ລັງ​ງານ​ລົມ​ສາ​ກົນ​ປັກ​ກິ່ງ​2011​ທີ່​ໄຂ​ຂຶ້ນ​ໃນ​ວັນ​ທີ​19​ຕຸ​ລາ​ນີ້​ຢູ່​ປັກ​ກິ່ງ​ວ່າ,​ປີ​2010​ຜ່ານ​ມາ,​ປະ​ລິ​ມານ​ການ​ຕິດ​ຕັ້ງ​ເຄື່ອງ​ຈັກ​ຜະ​ລິດ​ໄຟ​ຟ້າ​ດ້ວຍ​ພະ​ລັງ​ງານ​ລົມ​ຂອງ​ຈີນ​ໄດ້​ເພີ່ມ​ຂຶ້ນ​ເກືອບ​1​ແສນ​9​ໝື່ນ​ເມ​ກາ​ວັດ,​ນັບ​ລວມ​ແລ້ວ,​ຍອດ​ປະ​ລິ​ມານ​ມີ​ເກືອບ​4​ແສນ​5​ໝື່ນ​ເມ​ກາ​ວັດ​ຊຶ່ງ​ລ້ວນ​ແລ້ວ​ແຕ່​ເປັນ​ທີ​ໜຶ່ງ​ໃນ​ໂລກ.

ນັບ​ຕັ້ງ​ແຕ່​ກອງ​ປະຊຸມ​ພະລັງ​ງານລົມສາກົນ​ປັກ​ກິ່ງ​ກໍ່​ຄື​ງານ​ວາງສະ​ແດງ​ພະລັງ​ງານລົມ​ສາກົນ​ປັກ​ກິ່ງ​ຄັ້ງ​ປະຖົມ​ມະ​ລືກ​​ໄດ້ຈັດ​ຂຶ້ນ​ໃນ​ປີ2008​ເປັນຕົ້ນ​ມາ,ກອງ​ປະຊຸມນີ້​ໄດ້​ກາຍ​ເປັນ​ກອງ​ປະຊຸມ​ທີ່​ໃຫຍ່​ໂຕ​ມະ​ໂຫລານ​ປະຈຳ​ປີ​ທີ່​ໄດ້​ຮັບ​ຄວາມ​​ສົນ​ໃຈຈາກ​ວົງ​ການ​ພະລັງ​ງານລົມ​​ຈາກ​ທົ່ວ​ໂລກ.ກອງ​ປະຊຸມ​ປີ​ນີ້​ຈະ​ດຳ​ເນີນ​ເປັນ​ເວລາ3​ວັນ,ຜູ່​ຊ່ຽວຊານ,ນັກວິຊາ​ນການ​ແລະ​ນັກທຸລະກິດ​ທີ່​ມາ​ຈາກ20​ກວ່າ​ປະ​ເທດ​ແລະ​ເຂດ​ແຄວ້ນ​ໃນ​ໂລກ​ໄດ້​​ເຂົ້າ​ຮ່ວມ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ