ປິດ​ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ 6 ຊຸດ​ທີ 17

(GMT+08:00) 2011-10-19 12:26:19     cri

ກອງ​ປະຊຸມ​ຄົບ​ຄະນະ​ຂອງ​ພັກ​ກອມ​ມູນິດ​ຈີນ​ຄັ້ງ​ທີ 6 ຊຸດ​ທີ 17 ​ໄດ້ດຳ​ເນີນ​ໄປແຕ່​ວັນ​ທີ 15 ຫາ​ວັນ​ທີ 18 ຕຸລາ​ນີ້ທີ່​ນະຄອນຫລວງ​ປັກ​ກິ່ງ. ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ເປັນ​ຜູ່​ຈັດ​ຂຶ້ນ.ທ່ານ​ຫູ​ຈີນ​ທາວ, ​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ ​ໄດ້​ກ່າວ​ຄຳ​ປາ​ໄສ​ທີ່​ສຳຄັນ. ກອງ​ປະຊຸມ​ຄົບ​ຄະນະ​ໄດ້​ພິຈາລະນາ​ແລະ​ຜ່ານ​ຮັບຮອງ ​"ມະຕິ​ກ່ຽວ​ກັບ​ການ​ໄຂ​ກອງ​ປະຊຸມ​ຜູ່​ແທນ​ປະ​ທົ່ວ​ປະ​ເທດ​ຈີນ​ຄັ້ງ​ທີ 18 ຂອງ​ພັກ​ກອມ​ມູນິດ​ຈີນ", ຕົກລົງ​ຈະ​​ໄຂ​ກອງ​ປະຊຸມ​ຄັ້ງ​ທີ 18 ຂອງ​ພັກ​ຢູ່​ນະຄອນຫລວງ​ປັກ​ກິ່ງ​ໃນ 6 ​ເດືອນ​ທ້າຍ​ປີ 2012.ກອງ​ປະຊຸມ​ຍັງ​ໄດ້​ຜ່ານ​ຮັບຮອງ​"ຂໍ້​ຕົກລົງ​ກ່ຽວ​ກັບ​ບາງ​ບັນຫາທີ່​ສຳຄັນ​ຂອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນໃນການ​ລົງ​ເລິກປະຕິ​ຮູບ​ໂຄງ​ປະກອບ​ວັດທະນະທຳ, ຊຸກ​ຍູ້​ວັດທະນະ​ທຳ​ສັງຄົມ​ນິຍົມ​ໃຫ້​ພັດທະນາ​​ຢ່າງ​ໃຫຍ່​ຫລວງ​ແລະ​​ຈະ​ເລີ​ນຮຸ່ງ​ເຮືອງກວ່າ​ເກົ່າ".
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ