ໝາກ​ໄມ້​ຂອງ​ບັນດາ​ປະ​ເທດອາ​ຊຽນ​ໄດ້​ຮັບ​ຄວາ​ມຊົມ​ຊອບ​ຈາກ​ຄົນຈີນ

(GMT+08:00) 2011-10-19 16:32:09     cri
ຕາມ​ຂ່າວສານ​ຊີ​ນຮວາ: ​ໃນ​ຫຼາຍ​ປີ​ມາ​ນີ້, ໝາກ​ໄມ້​ຊະນິດ​ຕ່າງໆ​ຂອງ​ບັນດາ​ປະ​ເທດ​ອາ​ຊຽນ​ໄດ້​ຮັບ​ຄວາມ​ຊົມ​ຊອບ​ຈາກ​ຄົນຈີນນັບ​ມື້​ນັບ​ຫຼາຍ​ຂຶ້ນ.

ຫວ່າງ​ມໍ່ໆມາ​ນີ້,ນັກ​ຂ່າວ​​ໄດ້​ເລາະ​ຕະຫຼາດ​ຂາຍຍົກ​ຜັກ​ແລະ​ໝາກ​ໄມ້​ແຫ່ງ​ໜຶ່ງ​ຢູ່​ນະຄອນ​ນານ​ນິງ​ຂອງ​ຈີນ​​ໄດ້​ເຫັນ​ວ່າ, ​ມີ​ໝາກ​ໄມ້​ຊະນິດ​ຕ່າງໆ​ຈາກບັນ​ດາ​ປະ​ເທດ​ອາ​ຊຽນ​ໄດ້ວາງໄວ້​ຢ່າງ​ເປັນ​ລະບຽບ​ຢູ່​ໃນ​ຮ້ານ​ຄ້າຫຼາຍ​ແຫ່ງ. ຜູ້​ຂາຍ​ແນະນຳ​ວ່າ,ລະດູ​ນີ້​ພໍ​ດີ​ແມ່ນຍາມໝາກ​ຖົ່ວລຽນ,ໝາກ​ມັງຄຸດ,ໝາກ​ມັງກອນ​ແລະ​ໝາກ​ໄມ້​ຊະນິດອື່ນໆ,ໝາກ​ໄມ້​ເຫຼົ່າ​ນີ້ຕົ້ນຕໍ​ແມ່ນນຳ​ເຂົ້າຈາກ​ຫວຽດນາມ,​ໄທ​ແລະ​ປະ​ເທດ​ອື່ນໆ,ປະຈຸ​ບັນ,ໝາກ​ໄມ້​ເຫຼົ່າ​ນີ້​ແມ່ນ​ຂາຍດີ​ຫຼາຍ.

ຜູ້​ຂາຍ​ໝາກ​ໄມ້ຜູ້​ໜຶ່ງຢູ່​ໃນ​ຕະຫຼາດ​ຂາຍຍົກ​ໝາກ​ໄມ້ອູຫີຼຖິງ​ເວົ້າ​ວ່າ: "ໝາກ​ໄມ້​ເຂດ​ຮ້ອນ​ຂອງ​ບັນດາ​ປະ​ເທດ​​ອາ​ຊຽນມີ​ຫຼາຍ​ຊະນິດ,​ມີລົດ​ຊາດ​ທີ່​ດີ,ຍ້ອນປະ​ເທດ​ອາ​ຊຽນ​ໃກ້ກັບຈີນ,ສະ​ນັ້ນ,ໝາກ​ໄມ້​ຂອງ​ບັນດາ​ປະ​ເທດ​ອາ​ຊຽນມີ​ທ່າ​ແຮງ​ອັນ​ພິ​ເສດ​ໃນ​ຕະຫຼາດ​​ຈີນ."

ຄຽງ​ຄູ່​ກັບ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນສ້າງ​ຕັ້ງ​ຂຶ້ນ​ຢ່າງ​ສຳ​ເລັດ​ຜົນ,ການ​ສະໜອງ​ໝາ​ກ​ໄມ້ຈາກບັນດາ​ປະ​ເທດ​ອາ​ຊຽນ​ພຽງພໍ,ຄົນ​ຈີນ​ທຳ​ມະ​ດາ​ກໍ່​ສາມາດ​ຊື້ໝາກ​ໄມ້​ຊະນິດ​ຕ່າງໆ​​ໄດ້,​ເຖິງ​ວ່າ​ໝາກ​ໄມ້​ທີ່​ນຳ​ເຂົ້າ​ຈາກ​ປະ​ເທດ​ອາ​ຊຽນມີ​ລາຄາ​ແພງ​ສົມຄວນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ