ທ່ານນາງ​ຍິ່ງ​ລັກ ຊິນ​ນະ​ວັດ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ຜູ່​​ຊ່ຽວ​ຊານ​ຈີນ​ກ່ຽວ​ກັບ​ການ​ຕ້ານ​ໄພ​ນ້ຳ​ຖ້ວມ​ຂອງ​ນະ​ຄອນ​ຫຼວງ​ບາງ​ກອກ

(GMT+08:00) 2011-10-19 18:44:17     cri
ຕາມ​ຂ່າວ​ຈາກ​ເວັບ​ໄຊ​ກະຊວງ​ການ​ຕ່າງປະ​ເທດ​ຈີນ:ວັນ​ທີ18​ຕຸລາ​ນີ້,ຢູ່​ນະ​ຄອນ​ຫຼວງ​ບາງ​ກອກ​ຂອງ​ໄທ,​ທ່ານ​ນາງ​ຍິ່ງ​ລັກ ຊິນ​ນະ​ວັດ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ​ໄດ້​ໃຫ້​ກຽດ​ຕ້ອນ​ຮັບ ໜ່ວຍ​ງານ​ຜູ່​ຊ່ຽວ​ຊານ​ຕ້ານ​ໄພ​ນ້ຳ​ຖ້ວມ​ຂອງ​ຈີນ​ທີ່​ນຳ​ພາ​ໂດຍ​ທ່ານ​ລິວ​ນີງ,​ລັດ​ຖະ​ມົນ​ຕີ​ຊ່ວຍ​ວ່າ ການ​ກະ​ຊວງ​ຊົນ​ລະ​ປະ​ທານ​ຈີນ,​ແລະ​ໄດ້​ແລກ​ປ່ຽນ​ຄວາມ​ເຫັນ​ກັບ​ຜູ່​ຊ່ຽວ​ຊານ​ຈີນ​ກ່ຽວ​ກັບ​ການ​ຕ້ານ​ໄພ​ນ້ຳ​ຖ້ວມ​ຂອງ​ບາງ​ກອກ.​ໜ່ວຍ​ຜູ່​ຊ່ຽວຊານ​ຈີນ​ໄດ້​ຍື່ນ​"ບົດ​ລາຍ​ງານ​ໃຫ້​ຄຳ​ປຶກ ສາ​ກ່ຽວ​ກັບ​ການ​ຮັບ​ມື​​ກັບ​ໄພ​ນ້ຳ​ຖ້ວມ​ຂອງ​ໄທ​ໃນ​ປະຈຸ​ບັນ​ນີ້​ໂດຍ​ດ່ວນ".

ໜ່ວຍ​ງານ​ຜູ່​ຊ່ຽວຊານຈີນ​ຍັງ​ໄດ້​ຮ່ວມ​ປະ​ຊຸມ​ປຶກ​ສາ​ຫາ​ລື​ກັບ​ຜູ່​ຊ່ຽວ​ຊານ​ຂອງ​ໄທ​ກ່ຽວ​ກັບ​ສະ​ພາບ​ໄພ​ນ້ຳ​ຖ້ວມ​ໃນ​ປະ​ຈຸ​ບັນ​ແລະ​ມາດ​ຕະ​ການ​ຕ້ານ​ໄພ​ນ້ຳ​ຖ້ວມ.

ຕາມ​ຄວາມ​ຮຽກ​ຮ້ອງ​ຂອງ​ໄທ,ໜ່ວຍ​​ງານ​ຜູ່​ຊ່ຽວຊານ​ຈີນ​ເດີນທາງ​ໄປ​ຮອດ​ບາງກອກ​ຢ່າງ​ຮີບ​ດ່ວນ​ໃນ​ຕອນ​ຄ່ຳ​ວັນ​ທີ​14​ຕຸ​ລາ​ນີ້,​ແລ້ວ​ໄປ​ສູນ​ບັນ​ເທົາ​ແລະ​ປ້ອງ​ກັນ​ສາ​ທາ​ລະ​ນະ​ໄພ​ຂອງ​ໄທ​ພົບ​ປະ​ກັບ​ຜູ່​ຮັບ ຜິດ​ຊອບ​ຂອງ​ສູນ​ດັ່ງ​ກ່າວ,​ແລະ​ຊອກ​ຮູ້​ສະ​ພາບ​ໄພ​ນ້ຳ​ຖ້ວມ​ຈາກ​ວິ​ດີ​ໂອ.​ຫຼາຍ​ມື້​ມາ​ນີ້,​ຜູ່​ຊ່ຽວ​ຊານ​ຈີນ​ນອກ​ຈາກ​ໄດ້​ປຶກ​ສາ​ຫາ​ລື​ກັບ​ຜູ່​ຊ່ຽວ​ຊານ​ໄທ​ແລ້ວ,​ຍັງ​ລົງ​ໄປ​ເບິ່ງ​ສິ່ງ​ກໍ່​ສ້າງ​ຕ້ານ​ໄພ​ນ້ຳ​ຖ້ວມ​ຫຼາຍ​ບ່ອນ​ຢູ່​ບາງ​ກອກ​ແລະ​ບໍ​ລິ​ເວັນ​ຈັງ​ຫວັດ​ໃກ້​ຄຽງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ