ຜົນ​ປະ​ໂຫຍ​ດຂອງ​ຈີນ​ເປັນ​ເອກະ​ພາບ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາ​ຄົມ​ໂລກ​ໃນ​ລະດັບ​ສູງ

(GMT+08:00) 2011-10-20 14:18:03     cri
ວັນ​ທີ 19 ຕຸລາ​ນີ້, ທ່ານ​ເຫີ​ຢ້າ​ເຝ່, ຜູ້​ຕາງໜ້າ​ຈີນ​ປະຈຳ​ສຳນັກງານທີ່​​ເຊີ​ແນວ​ກ່າວ​ວ່າ, ປະຈຸ​ບັນປະ​ເທດ​ຕ່າງໆ​ໃນ​ໂລກ​ອາ​ໄສ​ກັນ​ແລະ​ມີ​ຜົນ​ປະ​ໂຫຍ​ດທີ່​ເໝາະ​ສົມ​ກັນ, ​ໄດ້​ກາຍ​ເປັນປະຊາ​ຄົມ​ຜົນ​ປະ​ໂຫຍ​ດທີ່​ແຍກ​ອອກ​ບໍ່​ໄດ້, ​ຜົນ​ປະ​ໂຫຍ​ດຂອງ​ຈີນ​​ເປັນ​ເອກະ​ພາບ​ກັບ​ຜົນ​ປະ​ໂຫຍ​ດຂອງ​ປະຊາ​ຄົມ​ໂລກ​ໃນ​ລະດັບ​ສູງ.

ວັນ​ທີ 19 ຕຸ​ນາ​ນີ້​ໃນ​ເວລາ​ບັນ​ລະ​ຍາຍ​ຕໍ່​ຊຸດ​ອົບຮົມ​ນະ​ໂຍບາຍ​ຄວາມ​ປອດ​ໄພ​ສາກົນ​ຊຸດ​ທຳ​ອິດ, ທ່ານ​ເຫີ​ຢ້າ​ເຝ່ກ່າວ​​ເນັ້ນ​ວ່າ, ພາຍ​ໃຕ້​ສະພາບ​ການ​ທີ່​ໂລກາ​ພິວັດ​ລົງ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ, ​ເປົ້າ​ໝາຍ​ສັງ​ລວມຂອງ​ການ​ພັດທະນາ​ສັນຕິພາບ​ຂອງ​ຈີນ​ແມ່ນ​ເຮັດ​ໃຫ້​ປະ​ເທດ​ຈີນ​ພັດທະນາ​ແລະ​ກົມກຽວ​ກັນ, ​ເຮັດ​ໃຫ້​ປະ​ເທດຫັນ​ເປັນ​ທັນ​ສະ​ໄໝ​ແລະ​ປະຊາຊົນ​ຮັ່ງມີ​; ຮັກສາ​ສັນຕິພາບ​ຂອງ​ໂລກ​ແລະ​ຊຸກຍູ້​ການ​ພັດທະນາ​ຮ່ວມ​ກັນ. ຈີນ​ຫວັງ​ວ່າ​ພັດທະນາ​ຕົນ​ເອງ​​ໂດຍ​ຜ່ານ​ການ​ຮັກສາ​ສັນຕິພາບ​ແລະ​ການ​ພັດທະນາ​ຂອງ​ໂລກ, ​ແລະ​ຊຸກຍູ້​ໂລກ​ສັນຕິພາບ​ແລະ​ພັດທະນາ​ໂດຍ​ຜ່ານການ​ພັດທະນາ​ຂອງ​ຕົນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ