ສື່​ມວນ​ຊົນຢູ່ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ເວົ້າ​ວ່າຈີນ​ວາງແຜນສ້າງ​ປະ​ເທດ​ເຂັ້ມ​ແຂງ​ທາງ​ດ້ານ​ວັດທະນະທຳ

(GMT+08:00) 2011-10-20 15:57:24     cri
CRIລາຍ​ງານ​ວ່າ: ກອງ​ປະຊຸມ​ຄົບ​ຄະນະ​​ເທື່ອທີ6 ສະ​ໄໝ​ທີ17​​ຂອງ ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄດ້​ອັດ​ລົງ​ໃນ​ວັນ​ທີ18​ຕຸລາ​ນີ້,ຊຶ່ງ​ໄດ້​ຮັບຮອງ​ມະຕິຕົກລົງ​ກ່ຽວ​ກັບ​ການລົງ​ເລິກການ​ປະຕິ​ຮູບ​ໂຄງ​ປະກອບວັດທະນະທຳ.ສື່​ມວນ​ຊົນ​ຢູ່​ອາຊີ​ຕາ​ເວັນ​ອອກສຽງ​ໃຕ້​ໄດ້​ໃຫ້​ຄວາມ​ສົນ​ໃຈ​ຕໍ່​ເລື່ອງ​ນີ້,​ໂດຍ​ໄດ້​ລົງ​ພິມ​ບົດ​ຄວາມ​ເຫັນ​ວ່າ​ຫົວ​ຂໍ້​ໃຈກາງ​ຂອງ​ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ6​ແມ່ນການ​ປະຕິ​ຮູບ​ໂຄງ​ປະກອບ​ວັດທະນະທຳ,​ເປັນ​ການຕອບ​ສະໜອງ​ກັບ​ຄວາມ​ຮຽກຮ້ອງ​ຕ້ອງການ​​ໃນ​ການ​ພັດທະນາ​ສັງຄົມ​ຂອງ​ແຜ່ນດິນ​ໃຫຍ່​ຈີນໃນ​​ໄລຍະ​ປະຈຸ​ບັນ​,ການ​ປະຕິ​ຮູບ​ຢ່າງ​ເໝາະ​ສົມ​ຈະ​ສາມາດ​ຊຸກ​ຍູ້​ການ​ພັດທະນາ​ຂອງ​ສັງຄົມ.

ວັນ​ທີ19​ຕຸລາ​ນີ້, ສື່​ສິ່ງ​ພິມ​ຫຼາຍສະບັບອງ​ໄທ​ໄດ້​ລາຍ​ງານ​ຂ່າວ​ດ່ວນ​ກ່ຽວ​ກັບກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ6​ສະ​ໄໝ​ທີ17​ຂອງສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ໄຂ​ຂຶ້ນ​ຢູ່​ປັກ​ກິ່ງ,​ ​ກອງ​ປະຊຸມ​ໄດ້​ສຳ​ຫຼວດພິຈາລະນາ​ແລະ​ຜ່ານ​ຮັບຮອງ​ມະຕິຕົກລົງ​ກ່ຽວ​ກັບ​ການ​ຊຸ​ກຍູ້​ການ​ປະຕິ​ຮູບ​ໂຄງ​ປະກອບ​ວັດທະນະທຳ​ແລະ​ຊຸກ​ຍູ້​ວັດທະນະທຳ​ສັງຄົມ​ນິຍົມ​ໃຫ້​ມີ​ການ​ພັດທະນາ​ຢ່າງຂະໜາດ​ໃຫຍ່​ແລະ​ຈະ​ເລີ​ນຮຸ່ງ​ເຮືອງ,​ແລະ​ຍັງ​ເຫັນ​ວ່າ​ມະຕິຕົກລົງ​ຂອງ​ກອງ​ປະຊຸມ​ເທື່ອ​ນີ້​ແມ່ນ​​ແຜນການສ້າງປະ​ເທດ​ເຂັ້ມ​ແຂງທາງ​ດ້ານ​ວັດທະນະທຳ​ແລະ​ໂຄງ​ຮ່າງ​ທີ່​ກ້າວ​ໄປ​ສູ່​ປະ​ເທດ​ເຂັ້ມ​ແຂງ​ທາງ​ດ້ານ​ວັດທະນະທຳ.

ໜັງສືພິມ​ຊິ​ນ​ໂຈ່​ວ​ເດ​ລີຂອງ​ມະ​ເລ​ເຊຍ​ລາຍ​ງານ​ວ່າ: ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ6ສະ​ໄໝ​ທີ17​ຂອງ​​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ​ດຳ​ເນີນ​ຢູ່​ປັກ​ກິ່ງ​ໃນ​ຫຼາຍ​ມື້​ມາ​ນີ້​ໄດ້​ສຸມ​ໃສ່​ການ​ລົງ​ເລິກ​ການ​ປະຕິ​ຮູບ​ໂຄງ​ປະກອບ​ວັດທະນະທຳ. ​ບໍ່​ຕ້ອງ​ສົງ​ໃສ​ເລີຍ​ວ່າ,ການຈັດ​ວາງ​ແນວ​ນີ້​ໄດ້​ສະ​ແດງ​ໃຫ້​ເຫັນ​ວ່າ​ຄະນະ​ນຳ​ຂອງພັກ​ກອມ​ມູນິດ​ຈີນ​ໄດ້​ມີ​ຄວາມ​ຮັບ​ຮູ້​ໃໝ່​ຕໍ່​ຄວາມ​ສຳຄັນ​ຂອງ​ການ​ກໍ່ສ້າງ​ວັດ​ທະ​ນະ​ທຳ.

ໜັງສືພິມ​ລຽນ​ເຮີ​ຈາວ​ປ້າວ​ຂອງ​ສິງກະ​ໂປ​ໄດ້​ລົງ​ພິມ​ບົດ​ຄວາມ​ໂດຍ​ຂຽນ​ວ່າ,ຄະນະ​ກຳມະການ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ,ອົງການ​ສ້າງ​ນະ​ໂຍບາຍ​ສູງ​ສຸດ​ຂອງ​ພັກ​ກອມ​ມູນິດ​ຈີນ​ໄດ້​ຈັດ​ກອງ​ປະຊຸມ​ຄົບ​ຄະນະ​ເທື່ອ​ທີ6​ສະ​ໄໝ​ທີ17​ຢູ່​ປັກ​ກິ່ງ​ເລີ່​ມ​ແຕ່​ວັນ​ທີ15​ຕຸລາ​ນີ້​ເປັນ​ຕົ້ນ​​ມາ.​ໃນ​ໄລຍະ​ດຳ​ເນີນ​ກອງ​ປະຊຸມ​ເປັນ​ເວລາ​ຫຼາຍ​ມື້,ກຳມະການ​ສົມບູນແລະ​ກຳມະການ​ສຳຮອງ​ຂອງສູນ​ກາງ​ພັກ​ໄດ້​ສຸມ​ໃສ່​ການປຶກສາ​ຫາລື​ການ​ປະ​ຕິ​ຮູບ​ໂຄງ​ປະກອບ​ວັດທະນະທຳ,​ເພື່ອ​ພະຍາຍາມສົ່ງ​ເສີມຄວາມ​ສາມາດຂອງ​ປະ​ເທດ​ຊາດ​ໃນດ້ານ​ວັດທະນະທຳ​ໃຫ້​ເຂັ້ມ​ແຂງ​ຂຶ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ