ຈັດ​ພິທີ​ເປີດ​​ສະຖາ​ບັນພຸດທະ​ສາດ​ຕິ​ເບ​ດຢູ່​ນະຄອນ​ລາຊາ

(GMT+08:00) 2011-10-20 16:01:32     cri
ສະ​ຖາ​ບັນພຸດທະ​ສາດຕິ​ເບ​ດທີ່​ຢູ່​ເມືອງ​ສີ​ສຸ້ຍນະຄອນ​ລາຊາ​ເຂດ​ປົກຄອງ​ຕົນ​ເອງ​ຕິ​ເບ​ດຈີນ​ໄດ້​ຈັດ​ພິທີສະຫຼອງ​ຜົນສຳ​ເລັດ​ຂອງ​ການ​ສ້າງ​ສະ​ຖາ​ບັນ​ແລະ​​ເລີ່​ມເປີດ​​ຮຽນ​ຢ່າງ​ໃຫຍ່​ໂຕ​ຄຶກຄື້ນ​ໃນ​ວັນ​ທີ20​ຕຸລາ​ນີ້.

ສະ​ຖາ​ບັນ​ພຸດທະ​ສາດ​ຕິ​ເບ​ດ​ແມ່ນ​ສ້າງ​ຕັ້ງ​ຄືນ​ໃໝ່​ໂດຍ​ໄດ້​ຮັບ​ອະນຸມັດ​ຈາກ​ກົມ​ວຽກ​ງານ​ສາສະໜາ​ແຫ່ງ​ຊາດ​ຈີນ​ໃນ​ປີ2009,​ສະ​ຖາ​ບັນ​ນີ້​ຫ່າງ​ຈາກ​ເທດສະບານ​​ນະຄອນ​ລາຊາ​27ກິ​ໂລ​ແມັດ,ກວມ​ເນື້ອ​ທີ່​ປະມານ17,5​ເຮັກຕາ,ຊຶ່ງ​ໄດ້​ລົງທຶນ​ໃນ​ການ​ກໍ່ສ້າງ​ເກືອບ100​ລ້ານ​ຢວນ.ທ່ານ​ຈູ​ຄາງ ທູ​ເທັນ ​ເຄຈຸບ ປະທານ​ສະມາຄົມ​ພຸດທະ​ສາສະໜາ​ຈີນ​ສາຂາ​ຕິ​ເບ​ດດຳລົງ​ຕຳ​ແໜ່​ງ​ເປັນຜູ່​ອຳນວຍ​ການ​ສະ​ຖາ​ບັນ.​ປະຈຸ​ບັນ,ສະ​ຖາ​ບັນພຸດທະ​ສາດ​ຕິ​ເບ​ດມີ​ພະ​ອາຈານ​ສອນ​ຄຳ​ພີ13​ອົງ​ຊຶ່ງ​ລ້ວນ​ແລ້ວ​ແຕ່​ແມ່ນ​ພະ​ເຖລະ​ທີ່​ມາ​ຈາກ​ວັດ​ໃຫຍ່​ຕ່າງໆ​ຂອງ​ເຂດ​ປົກ​ຄອງຕົນ​ເອງ​ຕິ​ເບ​ດ.ພະສົງ​ທີ່​ເຂົ້າ​ຮຽນ​ຊຸດ​ທຳ​ອິດ​ມີ150​ອົງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ