ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງ​ທີ 8 ຈະ​ຈັດ​ຂຶ້ນ​ຢູ່​ນະ​ຄອນ​ໜານ​ໜິງ​

(GMT+08:00) 2011-10-20 11:41:31     cri

ຕາມ​ຂ່າວ CRI: ປີ​ນີ້​ແມ່ນ​ຈີນ-ອາ​ຊຽນສ້າງສາ​ຍພົວພັນ​ຄູ່​​ເຈລະຈາ​ຄົບຮອບ 20 ປີ, ​ແລະ​ກໍ​ແມ່ນ​ປີ​ແລກ​ປ່ຽນ​ໄມຕີ​ຈິດ​ມິດ​ຕະ​ພາບ​ລະຫວ່າງ​ຈີນ-ອາ​ຊຽນ. ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງທີ 8 ​ເຊິ່ງມີ​ຈຸດປະສົງ "ຊຸກ​ຍູ້​ການ​ກໍ່​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ, ຮ່ວມ​ກັນຊົມ​ໃຊ້​ໂອກາດ​ການ​ຮ່ວມ​ມື​ແລະ​ການ​ພັດທະ ນາ" ຈະ​ຈັດ​ຂຶ້ນຢູ່​ນະ​ຄອນ​ໜານ​ໜິງ​ເຂດ​ກວາງ​ຊີ​ຂອງ​ຈີນ​ແຕ່​ວັນ​ທີ 21-26 ຕຸລາ​ນີ້. ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ, ຮອງ​ນາຍົກລັດຖະມົນຕີລາວ ຈະນຳ​ພາຄະ​ນະ​ຜູ້​ແທນ​ຂັ້ນ​ສູງ​ຂອງ​ລັດຖະ​ບານ​ລາວ ​ເດີນທາງ​ເຂົ້າຮ່ວມ​ງານວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງນີ້.

ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງທຳ​ອິດ​ໄດ້​ຈັດ​ຂຶ້ນໃນ​ປີ 2004, ​ໃນ​ປີນັ້ນ, ຍອດມູນ​ຄ້າ​ການ​ຄ້າ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ ​ໄດ້​ບັນລຸ​​ 100 ຕື້​ໂດ​ລາ​ສະຫະລັດ, ​​ໄດ້​ບັນລຸເປົ້າໝາຍກ່ອນ​ເວລາ​ກຳນົດ​ໜຶ່ງ​ປີ. ຮອດ​ປີ 2007, ຕົວ​ເລກ​ດັ່ງ​ກ່າວ​ກໍ​ບັນລຸ 200 ຕື້​ໂດ​ລາ​ສະຫະລັດ, ​ໄດ້​ບັນລຸ​ເປົ້າໝາຍ​ກ່ອນ​ເວລາ​ກຳນົດ 3 ປີ. ​ໃນ​ໄລຍະ​ເກີດ​ວິ​ກິດ​ການ​ການ​ເງິນ​​ໂລກ, ການ​ສົ່ງ​ອອກ​ສິນ​ຄ້າ​ຂອງບັນດາປະ​ເທດ​ອາ​ຊຽນ ​ໄປ​ສູ່ສະຫະພາບ​ເອີ​ລົບ, ອາ​ເມ​ລິ​ກາ ​ແລະ ຍີ່ປຸ່ນ​ໄດ້ຫຼຸດ​ລົງ, ​ແຕ່​ການ​ສົ່ງ​ອອກ​ສິນ​ຄ້າ​ຕໍ່​ຈີນ​ຍັງ​ຮັກສາ​ຢູ່​ໃນຈັງຫວະ​​ເພີ່ມ​ຂຶ້ນ, ​ໃນ​ນັ້ນ, ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ໄດ້​ເສີມ​ຂະ​ຫຍາຍ​ບົດ​ບາດ​ທີ່​ສຳຄັນ.

ນັບ​ມາ​ຮອດ​ປັດຈຸບັນ, ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ໄດ້​ຈັດ​ຂຶ້ນ 7 ຄັ້ງຢ່າງ​ສຳ​ເລັດ​ຜົນ​ແລ້ວ, ​ມີ​ມູນ​ຄ່າ​ການ​ຄ້າ​ເຖິງ 9 ຕື້ 883 ລ້ານ​ໂດ​ລາ​ສະຫະລັດ, ມູນ​ຄ່າ​ໃນ​​ໂຄງການ​ຮ່ວມ​ມື​ສາກົນມີ​ເຖິງ 41 ຕື້ 752 ລ້ານ​ໂດ​ລາ​ສະ​ຫະ​ລັດ, ​ໄດ້​ຈັດ​ກອງ​ປະຊຸມ​ແລະ​ເວທີ​ປຶກສາ​ຫາລື​ລະດັບ​ສູງ 180 ກວ່າ​ຄັ້ງ, ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນ​ໄດ້​ກາຍ​ເປັນ​ງານ​ມະ​ໂຫລານ​ສາກົນ​ທີ່​ກວມ​ດ້ານ​ການ​ເມືອງ, ການ​ຕ່າງປະ​ເທດ, ​ເສດຖະກິດ​ການ​ຄ້າ ​ແລະ ​ວັດ​ທະ​ນະ​ທຳ, ​ໄດ້​ລິ​ເລີ່ມ​ສ້າງ​ຮູບ​ແບບ​ໃໝ່​ແຫ່ງ​ການ​ຮ່ວມ​ມື​ຮອບດ້ານ​ລະຫວ່າງ​ຈີນ-ອາ​ຊຽນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ