ຈີນມີຫໍພິພິທະ​ພັນ 3200ກວ່າ​ແຫ່ງ

(GMT+08:00) 2011-10-20 16:40:48     cri
ວັນ​ທີ19ຕຸລາ​ນີ້, ຢູ່​ນະຄອນ​ນານ​ນິງ​ເຂດ​ກວາງຊີ​ຂອງ​ຈີນ,ທ່ານຊ້ານ​ຈີ້​ສຽງ, ຫົວໜ້າ​ກົມ​ວັດ​ຖຸບູຮານ​ແຫ່ງ​ຊາດ​ຈີນ​​ແຈ້ງ​ໃຫ້​ຮູ້​ວ່າ, ​ມາ​ຮອດ​ປະຈຸ​ບັນ, ຈີນ​ໄດ້​ສ້າງ​ຫໍພິພິທະ​ພັນ​ປະ​ເພດ​​ແລະ​ລະດັບ​ຕ່າງໆ​ 3200ກວ່າ​ແຫ່ງ​ຢ່າງ​ສຳ​ເລັດ​ຜົນ.

ທ່ານ​ຊ້ານ​ຈີ້​ສຽງ​ກ່າວ​ວ່າ, ຈີນ​ໄດ້​ເລີ່​ມ​ເປີດ​ຫໍພິພິທະ​ພັນ​ຫຼວງ​ບາງ​ແຫ່ງ​​​ໂດຍ​ບໍ່ເສຍຄ່າ​ໃນ​ປີ2008,ປະຈຸ​ບັນ,ຈຳນວນ​​ຫໍ​ທີ່​ໄດ້​ເປີດໂດຍບໍ່ເສຍຄ່າ​ນັ້ນ​ໄດ້​ມີ​​ເຖິງ 1800ກວ່າ​ແຫ່ງ​ແລ້​ວ, ​ວັດຖຸທີ່​ໄດ້​ເອົາ​ມາ​ວາງສະ​ແດງ​ຢູ່​ໃນ​ຫໍ​ກໍ່​ມີ​ປະມານ 9000​ອັນໃນ​ປີ2007​​ແລະເພີ່ມ​ຂຶ້ນ​ຮອດ 1ໝື່ນ4ພັນ​ກວ່າ​​ອັນ​ໃນ​ປີ2010.

ທ່ານຊ້ານ​ຈີ້​ສຽງ ກ່າວ​ວ່າ, ປະຈຸ​ບັນ, ຈີນ​ພວມ​ດຳ​ເນີນການປະຕິ​ຮູບ​ຫໍພິພິທະ​ພັນ​​ໃຫ້​ເພີ່ມຂຶ້ນ​ທາງດ້ານ​ຈຳນວນ​ຄຸນ​ນະພາ​ບ. ຈີນ​ຄວນ​ຈັດ​ມໍ​ລະ​ດົກ​ວັດທະນະທຳ​ຫຼາຍ​ກວ່າ​ເກົ່າ​ເຂົ້າ​ໃນ​ບັນຊີ​ລາຍ​ຊື່​ຂອງ​ການ​ອະນຸລັກວັດຖຸບູຮານ​ຂອງຫໍພິພິທະ​ພັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ