ຈີນ​ກ່າວ​ວ່າ, ສືບ​ຕໍ່​ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ລະ​ຫວ່າງ​ຈີນ​ກັບ​ມຽນມາ​ແມ່ນ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ຂອງ​ທັງ​ສອງ​ຝ່າຍ

(GMT+08:00) 2011-10-20 10:17:40     cri
ຕາມ​ຂ່າວ​ຂອງ​ເວັບ​ໄຊ​ກະຊວງ​ການ​ຕ່າງປະ​ເທດ​ຈີນ: ວັນ​ທີ 19 ຕຸລາ​ນີ້, ທ່ານ​ນາງ​ຈ່ຽງອີ, ​ໂຄສົກ​ກະຊວງ​ການ​ຕ່າງປະ​ເທດ​ຈີນ​ກ່າວ​ວ່າ, ຈີນ​ເອົາ​ໃຈ​ໃສ່​ນຳ​ການ​ພົວພັນ​ລະຫວ່າງ​ຈີນ​ກັບ​ມຽນມາ​ໃນ​ລະດັບ​ສູງ​​ໂດ​ຍຕະຫຼອດ, ສືບ​ຕໍ່ ຂະຫຍາຍ​ການ​ພົວພັນ​ຄູ່​ຮ່ວມ​ມື​ມິດຕະພາບ​ຖານ​ບ້ານ​ໃກ້​ເຮືອນ​ຄຽງ​ລະ​ຫວ່າງ​ຈີນ​ກັບ​ມຽນມາ​ແມ່ນ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ​ຂອງ​ທັງ​ສອງ​ຝ່າຍ. ຈີນ​ຈະ​ສືບ​ຕໍ່​ຊຸກ​ຍູ້​ການ​ຮ່ວມ​ມື​ມິດຕະພາບ​​ໃນ​ຂົງ​ເຂດ​ຕ່າງໆ​ລະຫວ່າງ​ຈີນ​ກັບ​ມຽນມາ​ບົນ​ພື້ນຖານຫຼັກການ​ເຄົາລົບອະທິປະ​ໄຕ​ຊຶ່ງ​ກັນ​ແລະ​ກັນ, ສະ​ເໝີ​ພາບ​ກັນ.

ທ່ານ​ນາງ​ຈ່ຽງອີ​ໄດ້​ໃຫ້​ທັດສະນະ​ດັ່ງກ່າວ​ໃນ​ເວລາ​ຕອບ​ຄຳ​ຖາມ​ຂອງ​ນັກ​ຂ່າວ​ໃນ​ກອງ​ປະຊຸມ​ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ. ​ນາງກ່າວ​ວ່າ, ກ່ຽວ​ກັບ​ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ມຽນມາ, ຈີນ​ໄດ້​ຊຸກ​ຍູ້​ການ​ຮ່ວມ​ມືປະຕິບັດ​ຕົວ​ຈິງ​ໃນ​ຂົງ​ເຂດ​ຕ່າງ​ໆ​ກັບ​ມຽນມາ ບົນ​ພື້ນຖານ​ຫຼັກການສະ​ເໝີ​ພາບ​ກັນ, ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ, ມີ​ຜົນ​ດີ​ຕໍ່​ການ​ພັດທະນາ​ເສດຖະກິດ​ສັງຄົມ​ແລະ​ການ​ປັບປຸງຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​ມຽນມາ ມາ​ໂດຍ​ຕະຫຼອດ. ກ່ຽວ​ກັບ​ບັນຫາ​ລະອຽດ​ໃນ​ການ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ມຽນມາ, ສອງ​ຝ່າຍ​ກໍ່​ໄດ້​ບັນ​ລຸ​ຄວາມ​ເຫັນ​ເປັນ​ເອກະສັນ​ກັນ, ​ໃນ​ການ​ແກ້​ໄຂ​ບັນຫາ​ຕ່າງໆດ້ວຍ​ການ​ປຶກສາ​ຫາລື​ທີ່​ມີ​ໄມຕີ​ຈິດມິດຕະພາບ​ທີ່​ດີ​ຕໍ່​ກັນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ