ຄະ​ນະ​ຜູ່​ແທນ​ລາວ​ເດີນ​ທາງ​ຮ່ວມ​ງານ​ວາງ​ສະ​ແດງ​ອາ​ຊຽນ​-​ຈີນ​ຄັ້ງ​ທີ​8

(GMT+08:00) 2011-10-20 14:36:20     cri

ຕາມ​ຂ່າວ​ຈາກ​ໜັງສືພິມວຽງ​ຈັນ​ໃໝ່:ໂດຍ​ຕອບ​ສະໜອງ​ຕາມ​ຄຳ​ເຊີນ​ຂອງ​ລັດຖະບານ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ຊົນ​ຈີນ,​ໃນ​ຕອນ​ເຊົ້າ​ຂອງ​ວັນ​ທີ​19​ຕຸ​ລາ​2011,​ທ່ານ​ສົມ​ສະ​ຫວາດ ​ເລັ່ງ​ສະ​ຫວັດ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ແຫ່ງ​ສາ​ທາ​ລະ​ນະ​ລັດ​ປະ​ຊາ​ທິ​ປະ​ໄຕ​ປະ ຊາ​ຊົນ​ລາວ​ໄດ້​ນຳ​ພາ​ຄະ​ນະ​ຜູ່​ແທນ​ຂັ້ນ​ສູງ​ຂອງ​ສປປ​ລາວ​ເດີນ​ທາງ​ຈາກ​ນະ​ຄອນ​ຫຼວງ​ວຽງ​ຈັນ​ເພື່ອ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ອາ​ຊຽນ​-​ຈີນ​ຄັ້ງ​ທີ​8​ແລະ​ກອງ​ປະ​ຊຸມ​ສຸດ​ຍອດ​ການ​ລົງ​ທຶນ​ອາ​ຊຽນ​-​ຈີນ​ຄັ້ງ​ທີ​8​ທີ່​ຈະ​ຈັດ​ຂຶ້ນ​ໃນ​ວັນ​ທີ21​ຫາ​ວັນ​ທີ26​ຕຸລາ2011​ທີ່​ນະ​ຄອນ​ນານ​ນີງ​ແຂວງ​ກວາງ​ຊີ​ຂອງ​ຈີນ.​​

ນອກຈາກ​ການ​ເຂົ້າຮ່ວມ​ຂອງ​ຄະນະ​ຜູ່​ແທນທາງ​ການ​ຂອງ​ສປປລາວ​ດັ່ງກ່າວ​ແລ້ວ,​ບັນ​ດາ​ນັກ​ທຸ​ລະ​ກິດ​ລາວ​ຈາກ​48​ບໍ​ລິ​ສັດ​ກໍ​ໄດ້​ເຂົ້າ​ຮ່ວມ​ຢ່າງ​ເປັນ​ຂະ​ບວນ​ຟົດ​ຟື້ນ​ຄື​ກັບ​ທຸກໆ​ປີ​ຜ່ານ​ມາ.​ຜະ​ລິດ​ຕະ​ພັນ​ສ່ວນ​ໃຫຍ່​ທີ່​ສປປ​ລາວ​ນຳ​ໄປ​ວາງ​ສະ​ແດງ​ໃນ​ປີ​ນີ້​ແມ່ນ​ຜະ​ລິດ​ຕະ​ພັນ​ໄມ້,​ອັນ​ຍະ​ມະນີ,​ເຄື່ອງ​ຫັດ​ຖະ​ກຳ,​ອາ​ຫານ​ແລະ​ເຄື່ອງ​ດື່ມ​ຊຶ່ງ​ມີ​ມູນ​ຄ່າ​6​ແສນ​6​ໝື່ນ​9830​ໂດ​ລາ ສະ​ຫະ​ລັດ,​ທຽບ​ໃສ່​ປີ​ຜ່ານ​ມາ​ແມ່ນ​ເພີ່ມ​ຂຶ້ນ4​ແສນ2​ໝື່ນ1163​ໂດ​ລາ​ສະ​ຫະ​ລັດ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ