ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ,ຈີນ​ຍິນ​ດີ​ພ້ອມ​ກັນ​ກັບ​ຫວຽດ​ນາມ​ຊຸກ​ຍູ້​ສັນ​ຕິ​ພາບ,​ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ

(GMT+08:00) 2011-10-20 17:59:11     cri
ຕອນ​ບ່າຍ​ວັນ​ທີ20​ຕຸລາ​ນີ້,ຢູ່​ເມືອງ​ນານ​ນີງ​ ເຂດ​ກວາງຊີ​ຈີນ,ທ່ານ​ເວີ່ນ​ເຈ່ຍ​ປາວ,ນາຍົກ ລັດຖະມົນຕີຈີນ​ໄດ້​ໃຫ້​ກຽດ​ຕ້ອນ​ຮັບ​ທ່ານ​ຫງວຽນ​ຊວນ​ຟຸກ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ ນາມ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​-​ອາ​ຊຽນ​ຄັ້ງ​ທີ​8.

​ໃນ​ການ​ພົບ​ປະ,ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ,ຈີນ​ຍິນ​ດີ​ເພີ່ມ​ທະວີ​ການ​ສື່ສານກັບ​ຫວຽດນາມ,​ເພີ່ມ​ຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,​ປະ​ຕິ​ບັດ​ສັນ​ຍາ​ທີ່​ມີ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ​ຫຼາຍ​ສະ​ບັບ​ເປັນ​ຢ່າງ​ດີ,​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ​ຈີນ​ຫວຽດ​ນາມ​ໃຫ້​ກ້າວ​ໄປ​ໜ້າ,​ຊຸກ​ຍູ້​ສັນ​ຕິ​ພາບ,​ສະ​ຖຽນ​ລະ​ພາບ​ແລະ​ການ​ພັດ​ທະ​ນາ​ຂອງ​ພາກ​ພື້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ