ຈະ​ແນະນຳ"​ເມືອງສະ​ເໜ່"ຂອງ11ປະ​ເທດ​​ຢູ່​​ໃນງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນ

(GMT+08:00) 2011-10-20 16:15:55     cri

ຕາມ​ຂ່າວສານ​ຊິນ​ຮວາ: ສຳນັກ​ເລຂາ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນ​ແຈ້ງ​ໃຫ້​ຮູ້​ວ່າ, ​ໃນ​ຖານະ​ທີ່​ເປັນ​ພາກສ່ວນ​ສຳຄັນ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນ, ລາຍ​ຊື່"​ເມືອງສະ​ເໜ່ຂອງ"11ປະ​ເທດ​​ໄດ້ຕົກລົງ​ແລ້ວ, ປັດຈຸບັນ, ​ເມືອງ​ສະ​ເໜ່ຕ່າງໆ​ກໍ່​ກຳລັງ​ຂຸ້ນຂ້ຽວ​ເອົາ​ໃຈ​ໃສ່​ໃນ​ການ​ຕົບ​ແຕ່ງ​ໃຫ້​ສຳ​ເລັບ​ໂດຍ​​ໄວ.

ເມືອງ​ສະ​ເໜ່"ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ-​ອາ​ຊຽນຄັ້ງ​ທີ 8 ລວມມີ:​ແຂວງ​​ໄຫ​ຫຼຳຂອງ​ຈີນ, ບານ​ດາ​ເຊຣີ​ເບ​ກາ​ວັນຂອງ​ບຼູ​ໄນ, ​ແຂວງຣັດຕະນະ​ຄີຣີຂອງ​ກຳປູ​ເຈຍ, ​ແຂວງ​ປາ​ປົວຕາ​ເວັນ​ຕົກ​ຂອງ​ອິນ​ໂດ​ເນ​ເຊຍ, ​ແຂວງ​ຈຳປາ​ສັກ​ຂອງ​ລາວ, ລັດ​ເນ​ເກຣີຂອງ​ມະ​ເລ​ເຊຍ, ​ນະຄອນ​ເນ​ບີ​ດໍ​ຂອງ​ມຽນມາ, ​ເມືອງ​ທ່າ​ປຣິນ​ເຊັດເຊ​ລາ​ຂອງຟິລິບ​ປິນ, ​ເມືອງ​ສິງກະ​ໂປ​ຂອງ​ສິງ​ກະ​ໂປ, ຈັງ​ຫວັດ​ຂອນ​ແກ່ນ​ຂອງ​ໄທ ​ແລະ ​ເມືອງ​ໂຮຍ​ອານ​ຂອງ​ຫວຽດນາມ.

ໃນ​ຖານະ​ທີ່​ເປັນ​ປະ​ເທດ​ຫົວ​ຂໍ້​ຂອງ​ງານ​ວາງສະ​​ແດງ​ສິນຄ້າ​ເທື່ອ​ນີ້, ລັດຖະບານ​ມະ​ເລ​ເຊຍ​ຈະ​ສ້າງ​ເຂດ​ວາງສະ​ແດງ"​ເມືອງສະ​ເໜ່"​​ແຫ່ງໜຶ່ງທີ່​ມີ​ທ່າແຮງ​ບົ່ມ​ຊ້ອນທາງດ້ານ​ເສດຖະກິດ​ອັນ​ໃຫຍ່​ຫຼວງ ​ແລະ ບັນຍາກ​າດວັດທະນະທຳ​ອັນ​ເຂັ້ມ​ຂຸ້ນ​ຂອງ​ປະເທດ​ຕົນ​ເພື່ອ​ສະ​ແດງ​ສີສັນ​ພິ​ເສດ​ທາງ​ດ້ານ​ການທ່ອງທ່ຽວ​ຂອງ​ເນ​ເກຣີ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ