ການ​ຮ່ວມ​ມື​ດ້ານ​ອະນຸລັກສິ່ງ​ແວດ​ລ້ອມ​ກາຍ​ເປັນ​ຫົວ​ຂໍ້ສຳຄັນ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 8

(GMT+08:00) 2011-10-21 10:37:50     cri
ຕາມ​ຂ່າວCRI: ວັນ​ທີ 20 ຕຸລາ​ນີ້, ຄະນະ​ກຳມະການ​ຈັດ​​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 8 ​ແຈ້ງ​​ວ່າ, ຫົວ​ຂໍ້​ສຳຄັນ​ຂອງ​ງາ​ນວາງສະ​ແດງ​ສິນຄ້າ​ເທື່ອ​ນີ້​​ແມ່ນ​ການ​ຮ່ວມ​ມື​ດ້ານ​ອະນຸລັກ​ສິ່ງ​ແວດລ້ອມ​ລະຫວ່າງ​ຈີນ​ກັບບັນດາປະ​ເທດ​ອາ​ຊຽນ.

ທ່ານ​​ເຊີນໂກ່​ວ​ໄຂ, ຮອງ​ຫົວໜ້າ​ຫ້ອງການ​ກະຊວງ​ການ​ຄ້າ​ຈີນ​​ແຈ້ງວ່າ, ຫົວ​ຂໍ້​ສຳຄັນ​ຂອງ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 8 ​ແມ່ນ​ການ​ອະນຸລັກ​ສິ່ງ​ແວດ​ລ້ອມ, ຈະ​ຈັດ​ເວທີ​ປຶກສາ​ຫາລື​ການ​ຮ່ວມ​ມື​ດ້ານ​ອະນຸລັກ​ສິ່ງ​ແວດ​ລ້ອມ​ຈີນ-ອາ​ຊຽນ. ພ້ອມ​ກັນ​ນັ້ນ​ງານ​ວາງສະ​ແດງ​ສິນຄ້າ​ຍັງ​ຈະ​ຈັດ​ເວທີ​ປຶກສາ​ຫາລື​ລະດັບ​ສູງ​ແລະ​ກອງ​ປະຊຸມ​ສາກົນ​ກ່ຽວ​ກັບ​ຂົງ​ເຂດ​ອະນຸລັກ​ສິ່ງ​ແວດ​ລ້ອມ, ກວດກາ​ຄຸນ​ນະພາ​ບຂອງ​ສິນຄ້າ, ການ​ເງິນ, ​ເຕັກນິກ​ວິທະຍາສາດ, ຄວາມ​ປອດ​ໄພ​ຂອງຢາ​ປົວ​ພະຍາດ, ປ່າ​ໄມ້, ກິລາມວນ​ຊົນ, ຂະ​ແໜງ​ການ​ວັດທະນະທຳ, ການ​ພິມ​ຈຳໜ່າຍ, ປະຊາກອນ​ແລະ​ການ​ພັດທະນາ, ສ້າງ​ກົນ​ໄກ​ຮ່ວມ​ມື​ລະຫວ່າງ​ຈີນ​ກັບ​ບັນດາປະ​ເທດ​ອາ​ຊຽນ​ໃນ​ຂົງ​ເຂດ​ຕ່າງໆ, ຊຸກຍູ້​ການ​ຮ່ວມ​ມື​ໃນ​ຂົງ​ເຂດ​ຕ່າງໆຕື່ມ​ອີກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ