ທ່ານ​ເວີ່ນ​ເຈ່ຍ​ປາວ​ພົບ​ປະ​ກັບ​ຜູ້ນຳ​ຂອງ 5 ປະ​ເທດ​ອາ​ຊຽນ

(GMT+08:00) 2011-10-21 11:06:27     cri
ວັນ​ທີ 20 ຕຸລາ​ນີ້ຢູ່​ນະຄອນ​ນານ​ນິງ​ເຂດ​ປົກຄອງ​ຕົນ​ເອງເຜົ່າ​ຈ້ວງ​ກວາງຊີ, ທ່ານ​ເວີ່ນ​ເຈ່ຍ​ປາວ, ນາຍົກ ລັດຖະມົນຕີຈີນ​ໄດ້​ພົບ​ປະ​ກັບ​ທ່ານ​ສົມ​ສະຫວາດ ​ເລັ່ງສະຫວັດ, ຮອງ​ນາຍົກລັດຖະມົນຕີລາວ, ທ່ານ​ຮຸນ​ແຊນ, ນາຍົກລັດຖະມົນຕີກຳປູ​ເຈຍ, ທ່ານ​ຫງວຽນ​ຊວນ​ຟຸກ, ຮອງ​ນາຍົກລັດຖມະ​ນົນ​ຕີ​ຫວຽດນາມ, ທ່ານກິດ​ຕິລັດ ນະຣານອງ, ຮອງ​ນາຍົກລັດຖະມົນ​ຕີ​ໄທ​ແລະ​ທ່ານ​ອູ​ຕິ​ນອວງ​ມິນ​ດ໌​ໂອ, ຮອງ​ປະທານາທິບໍດີ​ມຽນມາ​ທີ່​ມາ​ເຂົ້າ​ຮ່ວມ​ງານ​ວາງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 8 ​ແລະ​ກອງ​ປະຊຸມ​ສຸດ​ຍອດ​ການ​ທຸລະ​ກິດ​ແລະການ​ລົງທຶນ​ຈີນ​ອາ​ຊຽນຄັ້ງ​ທີ 8.

ທ່ານ​ເວີ່ນ​ເຈ່ຍ​ປາວ​ຫວັງ​ວ່າ​ລັດຖະບານ​ຂອງ​ປະ​ເທດ​ທີ່​ກ່ຽວຂ້ອງ​ຈະແກ້​ໄຂ​ບັນຫາ​ຄ້າງ​ຄາ​ຂອງ​ລູກ​ເຮືອ​ຈີນ​ທີ່​ເສຍ​ຊີວິດ​ຢູ່​ແມ່​ນ້ຳຂອງ​ຢ່າງ​ເໝາະ​ສົມ, ​ເລັ່ງລັດ​ການສຳຫຼວດກວດກາ​ແກ້​ໄຂ​ຄະດີ​ດັ່ງກ່າວ, ​ໃຊ້​ມາດ​ຕະການ​ຮ່ວມ, ​ເພີ່ມ​ທະວີ​ການ​ຮ່ວມ​ມື​​ປະຕິບັດ​ກົດໝາຍ​ການ​ເດີນ​ເຮືອນຢູ່ຕາມ​ລຳ​ແມ່​ນ້ຳຂອງ, ​ເພື່ອ​ຮັບປະ​ກັບ​ຄວາມ​ປອດ​ໄພ​ດ້ານ​ຊີວິດ​ແລະ​ຊັບ​ສິນ​ຂອງ​ປະຊາຊົນ.
​ໃນ​ເວລາ​ພົບ​ປະ​ກັບ​ທ່ານອູ​ຕິ​ນອວງ​ມິນ​ດ໌​ໂອ, ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ, ການ​ທີ່ປະຕິບັດ​ໂຄງ​ການ​ຮ່ວມ​ມື​ສຳຄັນ​ລະຫວ່າງ​ຈີນ​ກັບ​ມຽນມາ​ໃຫ້​ດີ​ນັ້ນສອດຄ່ອງ​ກັບ​ຜົນ​ປະ​ໂຫຍ​ດຮ່ວມ​ກັນ​ຂອງ​ສອງ​ຝ່າຍ, ສອງ​ຝ່າຍ​ຄວນ​ຕັ້ງໜ້າ​ປະຕິບັດ​ຄວາມ​ຮັບ​ຮູ້​ຄື​ກັນ​ຕ່າງໆ​ຂອງ​ຜູ້ນຳ​ສອງ​ປະ​ເທດ, ປະຕິບັດ​ຕາມ​ຄຳ​ໝັ້ນ​ສັນຍາ​ຢ່າງ​​ແທ້​ຈິງ, ​ເພີ່ມ​ທະວີ​ການ​ແລກປ່ຽນ​ປະສານ​ງານ, ​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ຢ່າງ​ເໝາະ​ສົມ, ຮັບປະກັນ​ໃຫ້ການ​ຮ່ວມ​ມື​ເສດຖະກິດ​ການ​ຄ້າ​ລະຫວ່າງ​ຈີນ​ກັບ​ມຽນມາ​ພັດທະນາ​ຢ່າງ​ແຂງ​ແຮງ.
​ໃນ​ເວລາ​ເວົ້າ​ເຖິງ​ກອງ​ປະຊຸມ​ສຸ​ດຍອດອາຊີ​ຕາ​ເວັນ​ອອກ​​ແລະ​ກອງ​ປະຊຸມ​ອື່ນໆທີ່​ຈະ​ໄຂ​ຂຶ້ນ, ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ, ​ໂດຍ​ປະ​ເຊີນ​ໜ້າ​ກັບ​ວິ​ກິດ​ການ​ການ​ເງິນສາກົນ​ແລະ​ການ​ທ້າ​ທາຍ​ຕ່າງໆ​ພ້ອມ​ດ້ວຍ​ປັດ​ໄຈອັນ​ສັບສົນ, ກອງ​ປະຊຸມ​ສຸດ​ຍອດ​ອາຊີ​ຕາ​ເວັນ​ອອກ​ເທື່ອ​ນີ້​ຍັງ​ຈະ​ຖື​ການ​ພັດທະນາ, ການ​ຮ່ວມ​ມື​ແລະ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ເປັນ​ຫົວ​ຂໍ້, ຍຶດໝັ້ນ​ຖື​ອາ​ຊຽນ​ເປັນ​ໃຈກາງ.

ຜູ້ນຳ​ຂອງ 5 ປະ​ເທດ​ອາ​ຊຽນດັ່ງກ່າວ​ກ່າວ​ວ່າ, ຍິນ​ດີ​ປັບປຸງ​ກົນ​ໄກອາ​ຊຽນ+1, ອາ​ຊຽນ+3, ​ເພີ່ມ​ທະວີ​ການ​​ແລກປ່ຽນມິດຕະພາບ​ແລະ​ການ​ຮ່ວມ​ມື​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ກັບ​ຈີນ​ໃນ​ຂົງ​ເຂດ​ເສດຖະກິດ, ວັດທະນະທຳ​ແລະ​ການ​ສຶກສາ​ເປັນ​ຕົ້ນ, ​ເຮັດ​ໃຫ້​ພື້ນຖານການ​ຮ່ວມ​ມື​ອາຊີ​ຕາ​ເວັນ​ອອກ​ໃຫ້​ໝັ້ນ​ຄົງ​ຍາວ​ນານ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ