ອຳນາດ​ການ​ປົກຄອງ​ຂອງ​ຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ​​ລີ​ບີ​ປະກາດ​ປົດ​ປ່ອຍ​ທົ່ວ​ປະ​ເທດ

(GMT+08:00) 2011-10-21 10:29:10     cri

ວັນ​ທີ 20 ຕຸລາ​ນີ້, ຢູ່​ນະຄອນຫລວງ​ຕີຼ​​ໂປລີ, ທ່ານ​ອັບ​ດຸນ ຣາຮີ​ມ, ກຳມະການຄະນະ​ກຳມະການ​ຊົ່ວຄາວ​​ແຫ່ງ​ຊາດ​ລີ​ບີ​​ແຈ້ງວ່າ, ​ເຈົ້າ​ຫນ້າ​ທີ່​ອຳນາດ​ການ​ປົກຄອງລີ​ບີ​ຈະ​ປະກາດການ​ປົດ​ປ່ອຍ​ທົ່ວ​ປະ​ເທດ​ລີ​ບີ​​ເປັນ​ຜົນສຳ​ເລັດຢູ່​ເມືອງ​ບັນ​ກາ​ຊີ​ໃນ​ວັນ​ທີ 22 ຕຸລາ​ນີ້.

ທ່ານ​ອັບ​ດຸນ ຣາຮີ​ມ​ກ່າວ​ວ່າ, ​ເມື່ອ​ປະກາດ​ປົດ​ປ່ອຍ​ທົ່ວ​ປະ​ເທດ​ແລ້ວ, ສະມາຊິກ​ສ່ວນ​ຫລາຍ​ຂອງ​ຄະນະ​ກຳມະການຊົ່ວຄາວ​ແຫ່ງ​ຊາດຈະ​ເດີນທາງ​ໄປ​ຕຼີ​ໂປລີ.ກ່ອນຫນ້າ​ນີ້, ທ່ານ​ມາ​ມຸດ ຈີບຼີ, ປະທານ​ຄະນະ​ກຳມະການ​ປະຕິບັດ​ງານ​ຂອງ​ຄະນະ​ກຳມະການຊົ່ວຄາວ​ແຫ່ງ​ຊາດ​ລີ​ບີເຄີຍ​ກ່າວ​ວ່າ, ​ເມື່ອ​ປົດ​ປ່ອຍ​ທົ່ວ​ປະ​ເທດ​ແລ້ວ, ຈະ​ຫາລື​ບັນຫາການຈັດ​ຕັ້ງ​ລັດຖະບານ​ຊົ່ວຄາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ