ເຂດ​ຕິ​ເບ​ດຈີນ​ຈະ​ເລັ່ງລັດກໍ່ສ້າງ​ເພື່ອ​​ກາຍ​ເປັນ​ປາຍ​ທາງ​ແຫ່ງ​ການ​ທ່ອງ​ທ່ຽວ​ຂອງ​ໂລກ

(GMT+08:00) 2011-10-21 10:59:14     cri

ວັນ​ທີ 20 ຕຸລາ​ນີ້, ອົງການທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ​ຖະ​ແຫຼງວ່າ ​ອີງ​ຕາມສັນຍາ​ຮ່ວມ​ມື​ກັບ​ອຳນາດ​ການ​ປົກ​ຄອງ​ເຂດ​ຕິ​ເບ​ດ​ ຈີນ​ຈະເລັ່ງລັດກໍ່ສ້າງ​ເຂດ​ຕິ​ເບ​ດ​​ໃຫ້​ກາຍ​ເປັນ​ປາຍທາງ​ແຫ່ງ​ການທ່ອງທ່ຽວ​ທີ່​ສຳຄັນຂອງ​ໂລກ.

ຕາມ​ສັນຍາ​ທີ່​ໄດ້​ເຊັນ​ກັນ, ອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈະ​ເພີ່ມ​ການ​ຊ່ວຍ​ເຫຼືອ​ເຂດ​ຕິ​ເບ​ດ​ໃຫ້​ຫຼາຍ​ຂຶ້ນ​ກວ່າ​ເກົ່າ, ສະໜັບສະໜູນ​ເຂດ​ຕິ​ເບ​ດ​ໃນ​ການ​ກໍ່ສ້າງ​​ໂຄງ​ລ່າງ​ການທ່ອງທ່ຽວ, ຊີ້​ນຳ​ແລະ​ສະໜັບ​ສະ​ໜູນ​ເຂດ​ຕິ​ເບ​ດ​ເປີດ​ກວ້າງ​ການ​ເປີດ​ປະຕູ​ຕໍ່​ພາຍ​ນອກ​ດ້ານ​ການທ່ອງ​ທ່ຽວ ​ແລະ ການ​ໂຄສະນາ​ໂສມ​ໜ້າດ້ານ​ການ​ທ່ອງ​ທ່ຽວ​ຂອງ​ຕິ​ເບ​ດ.

ທ່ານ​ຊ້າ​ວຊີ​ເຫວີຍ, ຫົວໜ້າອົງການ​ທ່ອງ​ທ່ຽວ​ແຫ່ງ​ຊາດ​ຈີນ ກ່າວ​ວ່າ, ​ເຂດ​ຕິ​ເບ​ດມີ​ຊັບພະ​ຍາ​ກອນ​ດ້ານ​ການທ່ອງ​ທ່ຽວ​ຢ່າງ​ອຸດົມສົມບູນ​ແລະ​ມີ​ເອກະລັກ​ພິ​ເສດ, ຫຼາຍຢ່າງ​ມີ​ພຽງ​ແຕ່​ຢູ່​ຕິ​ເບ​ດ​ແຫ່ງ​ດຽວ​ທໍ່​ນັ້ນ, ມີ​ເງື່ອນ​ໄຂ​​ອຳນວຍ​ຄວາມ​ສະດວກເພື່ອ​ກໍ່ສ້າງ​ໃຫ້​ກາຍ​ເປັນ​ປາຍທາງ​ແຫ່ງ​ການທ່ອງທ່ຽວ​ທີ່​ສຳຄັນຂອງ​ໂລກ.

ທ່ານ​ປັດ​ມາ ຕຣິນ​ເລ, ປະທານ​ເຂດ​ປົກຄອງ​ຕົນ​ເອງຕິ​ເບ​ດ​ຈີນ ກ່າວ​ວ່າ, ​ເຂດ​ຕິ​ເບ​ດສຸດ​ທີ່​​ໃຫ້​ຄວາມ​ສຳ​ຄັນ​ຕໍ່​ການ​ພັດທະນາ​ການທ່ອງທ່ຽວ, ຈະ​ເພີ່ມ​ງົບປະມານ​ເຂົ້າ​ໃນ​ການ​ພັດທະນາ​ອຸດສາ​ຫະກຳ​ທ່ອງ​ທ່ຽວ​ໃນ​ໄລຍະ​ແຜນ​ການ​ພັດ​ທະ​ນາ​ເສດຖະກິດ​ສັງຄົມ 5 ປີ​ຄັ້ງທີ 12, ຈະ​ພັດທະນາອຸດສາຫະກຳ​ທ່ອງ​ທ່ຽວ​ ໂດຍ​ຖື​ອຸດ​ສາ​ຫະ​ກຳ​ການ​ທ່ອງ​ທ່ຽວ​ເປັນເສົາ​ຄ້ຳ​ຂອງ​ເຂດ​ຕິ​ເບ​ດ

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ