ຈີນ​ຕົກລົງ​ຂົງ​ເຂດ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຊີ​ກ້າວ​ໜ້າ ​ທີ່​ຕ້ອງ​ພັດ​ທະ​ນາ​ກ່ອນ​ໝູ່ 137 ​ໂຄງ​ການ

(GMT+08:00) 2011-10-21 11:43:18     cri

ວັນ​ທີ 20 ຕຸລາ​ນີ້, ຄະນະ​ກຳມະການ​ການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ ​​ແລະ​ພາກສ່ວນ​ອື່ນໆ ​ໄດ້​ຮ່ວມ​ກັນ​ປະກາດຄູ່​ມືການ​ພັດທະນາ​ອຸດສາ ຫະກຳ​ເຕັກ​ໂນ​ໂລ​ຊີ​ກ້າວໜ້າ, ​ໃນ​ນັ້ນ​ໄດ້​ຕົກລົງ​ຂົງ​ເຂດອຸດສາ​ຫະ​ກຳ​ເຕັກ​ໂນ​ໂລ​ຊີ​ກ້າວໜ້າທີ່​ຕ້ອງ​ພັດທະນາ​ກ່ອນ​ໝູ່ 137 ​ໂຄງການ​, ຂົງ​ເຂດ​ດັ່ງກ່າວ​ຕົ້ນຕໍ​​ລວມສູນຢູ່​ໃນຫຼາຍດ້ານ, ​ເຊັ່ນ: ຂໍ້​ມູນ​ຂ່າວ​ສານ, ຊີວະ​ພາບ, ການບິນ​ແລະ​ການບິນ​ອະວະກາດ, ວັດ​ສະດຸ​ໃໝ່, ພະລັງງານ​ທີ່​ກ້າວໜ້າ​ແລະ​ອື່ນໆ.

​ຄູ່​ມື​ສະບັບ​ນີ້ ​ໄດ້ສະ​ແດງ​ໃຫ້​ເຫັນວ່າ ​ຈີນພັດທະນາ​ອຸດສາຫະກຳ​ເຕັກ​ໂນ​ໂລ​ຊີ​ກ້າວໜ້າ, ນຳ​ໃຊ້​ທ່າ​ແຮງ​ບົ່ມ​ຊ້ອນແລະ​ພັດທະນາ​ອຸດສາຫະກຳລັກສະນະ​ຍຸດ​ທະ​ສາດ​ທີ່​ຈະ​ເລີ​ນ​ໃໝ່, ຊຸກ​ຍູ້​ການ​ປັບປຸງ​ແລະຍົກ​ລະ​ດັບ​ອົງ​ປະກອບ​ອຸດສາຫະກຳ​, ຊຸກ​ຍູ້​ປ່ຽນ​ຮູບ​ການ​ພັດທະນາ​ເສດຖະກິດ, ​ໃຫ້ສອດຄ່ອງ​ກັບ​ຄວາມ​ຕ້ອງການ​ໃໝ່​ໃນ​ການຮັບ​ມື​ກັບການ​ປ່ຽນ​ແປງ​ຂອງ​ດິນ​ຟ້າ​ອາກາດ​​ໃນ​ໂລກ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ