ວິ​ສາ​ຫະກິດ​ຫຼາຍ​ແຫ່ງ​ຂອງ​ຈີນ​ເຊັນ​ສັນຍາ​ການ​ລົງທຶນ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ ລວມມີ500​ໂຄງການ

(GMT+08:00) 2011-10-21 16:09:20     cri
ວັນ​ທີ20ຕຸລາ​ນີ້,​ໃນ​ "ງານ​ແນະນຳ​ການ​ລົງທຶນຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ"ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​​ເສີງ​ຕູ່​ແຂວງ​ເສ​ສວນ ພາກ​ຕາ​ເວັນ​ຕົກ​ສຽງ​ໃຕ້​ຂອງ​ຈີນ,​ວິ​ສາ​ຫະກິດ​ຫຼາຍ​ແຫ່ງຂອງ​ຈີນ​ໄດ້​ເຊັນ​ສັນຍາ​ການ​ລົງທຶນ​ຢູ່​ພາ​ກຕາ​ເວັນ​ຕົກ​ຂອງ​ຈີນ, ລວມມີ500​ໂຄງການ,ມູນ​ຄ່າ​ການ​ລົງທຶນ​ຫຼາຍ​ກວ່າ 390ຕື້​ຢວນ. ​ໃນ​ນັ້ນ, ​ໂຄງການດ້ານ​ການ​ບໍລິການ​ກວມ​1​ສ່ວນ4ຂອງ​ໂຄງການ​ທັ​ງໝົດ,​ເປັນ​ຈຸດ​ສຸມ​ໃໝ່​ໃນ​ການ​ພັດທະນາພາກ​ຕາ​ເວັນ​ຕົກແລະການ​ລົງທຶນຮອບ​ໃໝ່.

ມື້​ດຽວ​ກັນ, ຜູ້​ຮັບຜິດຊອບ​ຂອງ​ຄະນະ​ກຳມະການ​ການ​ພັດທະນາ​ແລະ​ປະຕິ​ຮູບ​ແຫ່ງ​ລັດ​ຈີນ​ຊີ້​ອອກ​ວ່າ, ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ມີ​ຊັບພະຍາກອນ​ທີ່​ອຸດົມສົມບູນ,ມີ​ກຳ​ລັງ​ແຮງບົ່ມ​ຊ້ອນອັນ​ໃຫຍ່​ຫຼວງ​​ໃນ​ດ້ານ​ຕະຫຼາດ,ຄຽງ​ຄູ່​ກັບ​ການ​ພັດທະນາ​ພາກ​ຕາ​ເວັນ​ຕົກ​ຮອບ​ໃໝ່​​ໄດ້​ເຂົ້າ​ສູ່​ລວງ​ເລິກ​ຢ່າງ​ບໍ່​ຢຸດ​ຢັ້ງ,​ເສດຖະກິດ​ສັງຄົມ​ຢູ່​ພາກ​ຕາ​ເວັນ​ຕົກ​ຂອງ​ຈີນ​ຍ່ອມ​ຈະ​ບັນລຸ​​ການ​ພັດທະນາ​ຢ່າງວ່ອງ​ໄວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ