ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​-​ອາ​ຊຽນ​ຄັ້ງ​ທີ​8​ໄຂ​ຂຶ້ນ

(GMT+08:00) 2011-10-21 17:29:57     cri

ທ່ານເວິ່ນເຈ່ຍປາວພ້ອມກັບຜູ່ນຳບາງປະເທດອາຊຽນໄດ້ເຂົ້າຮ່ວມພິທີ
ໄຂງານວາງສະແດງສິນຄ້າຈີນ-ອາຊຽນຄັ້ງທີ8

ໃນ​ຍາມລະດູ​ໃບ​​ໄມ້ຫຼົ່ນ ທີ່​ສວຍ​ງາມ,​ເຂດ​ກວາງຊີຈີນ​ໄດ້​ຕ້ອນຮັບ​ກາລະ​ເວ​ລາ​ສຳ​ຄັນ​ແຫ່ງ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ແລະ​ການ​ສົນ​ທະ​ນາ​ຂອງ​ຜູ່​ນຳ​ລະ​ດັບ​ສູງ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ອີກ.​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ​-​ອາ​ຊຽນ​ຄັ້ງ​ທີ​8​ແລະ​ກອງ​ປະ​ຊຸມ​ສຸດ​ຍອດ​ກ່ຽວ​ກັບ​ການ​ຄ້າ​ແລະ​ການ​ລົງ​ທຶນ​ຈີນ​-​ອາ​ຊຽນ​ຄັ້ງ​ທີ​8​ໄດ້​ໄຂ​ຂຶ້ນ​ຢ່າງ​ຄຶກ​ຄື້ນ​ຢູ່​ເມືອງ​ນານ​ນີງ​​ໃນ​ຕອນ​ເຊົ້າ ວັນ​ທີ21​ຕຸລາ​ນີ້.​ທ່ານ​ເວີ່ນ​ເຈ່ຍ​ປາວ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ປະ​ກາດ​ການ​ໄຂ​ງານ​ວາງ​ສະ​ແດງ​ສິນ​ຄ້າ​ຈີນ-​ອາ​ຊຽນ​ຢ່າງ​​ໜັກ​ແໜ້ນ.

"ຂ້າພະ​ເຈົ້າປະກາດ​ວ່າ,ງານ​ວາງສະ​ແດງ​ສິນຄ້າ​ຈີນ-ອາ​ຊຽນຄັ້ງທີ8​ໄຂ​ຂຶ້ນ."

ນັບ​ແຕ່​ຈີນ​ແລະ​ອາ​ຊຽນສ້າງ​ການ​ພົວພັນຄູ່​ເຈລະຈາ20​ກວ່າ​ປີ​ມາ​ນີ້,ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ລະຫວ່າງ​ສອງ​ຝ່າຍ​ໄດ້​ມີ​ການ​ຂະ​ຫຍາຍ​ຕົວ​ຢ່າງ​ວ່ອງ​ໄວ,​ໄດ້​ຮ່ວມ​ກັນ​ສ້າງຕັ້ງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ​ຊຶ່ງ​ເປັນ​ເຂດ​ການ​ຄ້າ​ເສ​ລີ​ທີ່​ມີ​ປະ​ຊາ​ກອນ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ.​ໃນ​ພິ​ທີ​ໄຂ​ກອງ​ປະຊຸມ​ສຸດ​ຍອດການ​ຄ້າ​ແລະ​ການ​ລົງ​ທຶນ​ລະ​ຫວ່າງ​ຈີນ​-​ອາ​ຊຽນ​ຄັ້ງ​ທີ​8​ທີ່​ຈັດ​ຂຶ້ນ​ຕາມ​ຫຼັງ,​ທ່ານ​ເວີ່ນ​ເຈ່ຍ​ປາວ​ກ່າວ​ຄຳ​ປາ​ໄສ​ວ່າ:"20ປີ​ມາ​ນີ້,​ການ​ພົວ​ພັນ​ລະ ຫວ່າງ​ຈີນ​ກັບ​ອາ​ຊຽນ​ໄດ້​ມີ​ການ​ກ້າວ​ກະ​ໂດດ​ຄັ້ງ​ປະ​ຫວັດ​ສາດ ຄື​ຈາກ​ຄູ່​ເຈ​ລະ​ຈາ​ຮອບ ດ້ານ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຖ້ານ​ບ້ານ​ໃກ້​ເຮືອນ​ຄຽງ​ແລະ​ໄວ້​ເນື້ອ​ເຊື່ອ​ໃຈ​ກັນ,ຈົນ​ເຖິງ​ກາຍ​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ.​ອົງ​ປະ​ກອບ​ການ​ຮ່ວມ​ມື​ຢ່າງ​ຮອບ​ດ້ານ​ທີ່​ລວມ​ທັງ​ຫຼາຍ​ຂົງ​ເຂດ​ແລະ​ຫຼາຍ​ລະ​ດັບ​ລະ​ຫວ່າງ​ຈີນ​ກັບ​ອາ​ຊຽນ​ນັ້ນ​ໄດ້​ເປັນ​ຮູບ​ເປັນ​ຮ່າງ​ຂຶ້ນ​​ເປັນ​ກ້າວໆ​ແລ້ວ.​ຂ້າ​ພະ​ເຈົ້າ​ເຊື່ອ​ວ່າ,​ຂໍ​ພຽງ​ແຕ່​ພວກ​ເຮົາ​ປະ​ຕິ​ບັດ​ຕາມ​ຫຼັກ​ການ​ທີ່​ວ່າ ສະ​ເໝີ​ພາບ​ກັນ,​ໄວ້​ເນື້ອ​ເຊື່ອ​ໃຈ​ຊຶ່ງ​ກັນ​ແລະ​ກັນ, ​ສະ​ແຫວ​ງຫາ​ສິ່ງ​ທີ່​ຄື​ກັນ​ສະ​ຫງວນ​ສິ່ງ​ທີ່​ຕ່າງ​ກັນ​ນັ້ນ​ແລ້ວ,​ກໍ​ສາ​ມາດ​ຜ່ານຜ່າຄວາມ​ແຕກ​ຕ່າງ​ກັນ​ດ້ານ​ການ​ເມືອງ,​ເສດ​ຖະ​ກິດ,​ສາດ​ສະ​ໜາ​ແລະ​ວັດ​ທະ​ນະ​ທຳ,​ເອົາ​ຊະ​ນະ​ຄວາມ​ຫຍຸ້ງ​ຍາກ​ທຸກ​ປະ​ການ,​ຊຸກ​ຍູ້​ການ​ຮ່ວມ​ມື​ລະ​ຫວ່າງ​ສອງ​ຝ່າຍ​ໃຫ້​ກ້າວ​ໄປ​ໜ້າ​ຢ່າງ​ບໍ່​ຢຸດ​ຢັງ​ແລະ​ບັນ​ລຸ​ຄວາມ​ຈະ​ເລີນ​ຮຸ່ງ​ເຮືອງ​ຮ່ວມ​ກັນ​ໄດ້.​"

ທ່ານເວິ່ນເຈ່ຍປາວກ່າວຄຳປາໃສໃນພິທີໄຂກອງ​ປະຊຸມ​ສຸດ​ຍອດການ​ຄ້າ​ແລະ​ການ​ລົງ​ທຶນ​ລະ​ຫວ່າງ​ຈີນ​-​ອາ​ຊຽນ​ຄັ້ງ​ທີ​8​

ທ່ານ​ນາຍົກລັດຖະມົນຕີ​ເວີ່ນ​ເຈ່ຍ​ປາວ​ກ່າວ​ວ່າ:"ຈີນ​ແລະ​ອາ​ຊຽນລ້ວນ​ແຕ່​ແມ່ນ​ອົງ​ກອນ​ເສດ​ຖະ​ກິດ​ທີ່​ມີ​ພະ​ລັງ​ຊີ​ວິດ​ຫຼາຍ,​ລ້ວນ​ແຕ່​ຢູ່​ໃນ​ໄລຍະ​ຂໍ​ກະ​ແຈ​ທີ່​ຫັນ​ປ່ຽນ​ຮູບ​ການ​ພັດ​ທະ​ນາ.​ຖ້າ​ຢາກ​ກຳ​ໂອ​ກາດ​ອັນ​ເປັນ​ປະ​ຫວັດ​ສາດ​ທີ່​ຫາຍ​າກ​​ເປັນ​ຢ່າງ​ດີ,​ຊຸກ​ຍູ້​ໃຫ້​ເສດ​ຖະ​ກິດ​ພັດ​ທະ​ນາ​ຢ່າງ​ຕໍ່​ເນື່ອງ,​ໝັ້ນ​ທ່ຽງ​ແລະ​ອ່າວ​ໄວ,ກໍ​ຄວນ​ເພີ່ມ​ທ​ະວີ​ການ​ຮ່ວມ​ມື​ທາງ​ດ້ານ​ເສດ​ຖະ​ກິດ​ການ​ຄ້າ​ໃນ​ພາກ​ພື້ນ​ຕື່ມ​ອີກ.​ພວກ​ເຮົາ​ຄວນ​ເຮັດ​ວຽກ​ສຳ​ຄັນ​ຫຼາຍ​ວຽກ​ເປັນ​ຢ່າງ​ດີ,​ຄື:​ໜຶ່ງ,​ຮ່ວມ​ກັນ​ສ້າງ​ສາ​ເຂດ​ການ​ຄ້າ​ເສ​ລີ​ໃຫ້​ດີ;​ສອງ,​ອອກ​ແຮງ​ຊຸກ​ຍູ້​ການ​ເຊື່ອມ​ຕໍ່​ກັນ​ດ້ານ​ພື້ນຖານ​ໂຄງ​ລ່າງ​ພາຍ​ໃນ​ພາກ​ພື້ນ;​ສາມ,​ເປີດ​ກວ້າງ​ການ​ຮ່ວມ​ມື​ທາງ​ດ້ານ​ການ​ລົງ​ທຶນ​ລະ​ຫວ່າງ​ສອງ​ຝ່າຍ;​ສີ່,​ລົງ​ເລິກ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ໃນ​ພາກ​ພື້ນ;​ຫ້າ,​ເປີດ​ກວ້າງ​ການ​ແລກປ່ຽນ​ໃນ​ຂົງ​ເຂດ​ວັດ​ທະ​ນະ​ທຳ.

ພວກ​ເຮົາຈະ​ປະຕິບັດ​ຕາມ​ທິດ​ທາງ​ທີ່​ວ່າ "ຢູ່​ຮ່ວມ​ກັນ​ກັບປະ​ເທດ​ໃກ້​ຄຽງ​ເປັນ​ຢ່າງ​ດີ​ແລະຖື​ປະ​ເທດ​​ໃກ້​ຄຽງ​ເປັນ​ໝູ່ເພື່ອນ​ທີ່​ດີ"ນັ້ນ​ເປັນ​ເວລາ​ຍາວ​ນານ.​ພວກ​ຂ້າ​ພະ​ເຈົ້າ​ຍິນ​ດີ​ຮ່ວມ​ກັນ​ກັບ​ບັນ​ດາ​ປະ​ເທດອາ​ຊຽນ,ຖື​ການສຳ​ເລັດ​ການ​ສ້າງ​ເຂດ​ການ​ຄ້າ​ເສລີ​ຈີນ​ອາ​ຊຽນ ຢ່າງ​ຮອບ​ດ້ານ​ເປັນ​ຈຸດ​ເ​ລີ່​ມອັນ​ໃໝ່,​ເປີດ​ກວ້າງ​ຂົງ​ເຂດ​ການ​ຮ່ວມ​ມື,​ເພີ່ມ​ເນື້ອ​ໃນ​ໃໝ່​ຂອງ ການ​ຮ່ວມ​ມື,ຍົກ​ສູງລະດັບ​ການ​ຮ່ວມ​ມື,​ພະ​ຍາ​ຍາມ​ປະ​ດິດ​ສ້າງ​ອະ​ນາ​ຄົດ​ອັນ​ດີ​ງາມ​ຂອງ ຈີນ​ອາ​ຊຽນ​ທີ່​ຮ່ວມ​ມື​ກັນ​ໂດຍ​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍ​ດ​ແ​ລະ​ບັນລຸ​ຄວາມ​ຈະ​ເລີ​ນ​ຮຸ່ງ​ເຮືອງ​ຮ່ວມ​ກັນ."

ໃນ​ພິທີ​ໄຂ​ງານ,ທ່ານ​ນາ​ຈິບ ອັບ​ດູ​ນ ຣາຊາກ,ນາ​ຍົກ​ລັດ​ຖະ​ມົນ​ຕີ​ມະ​ເລ​​ເຊຍ​ທີ່​ເປັນ​ປະ​ເທດ​ຫົວ​ຂໍ້​ຫຼັກ​ຂອງ​ງານ​ວາງສະ​ແດງ​ສິນ​ຄ້າ​ຈີນ​ອາ​ຊຽນ​ຄັ້ງ​ທີ​8​ກ່າວ​ວ່າ:​"ງານ​ວາງ​ສະ​ແດງ​ສິນ ຄ້າ​ຄັ້ງ​ນີ້​ແມ່ນ​ສຳ​ຄັນ​​ຍິ່ງ,​ເພາະ​ວ່າ,​ປີ​ນີ້​ກົງ​ກັບ​ອາ​ຊຽນ​ກັບ​ຈີນ​ສ້າງ​ການ​ພົວ​ພົນ​ຄູ່​ເຈ​ລະ​ຈາ​ຄົບ​ຮອບ​20​ປີ.​ພາຍ​ໃຕ້​ການ​ຄ້ຳ​ຊູ້​ຂອງ​ທັດ​ສະ​ນະ​ຄະ​ຕິ​ທີ່​ພັດ​ທະ​ນາ​ຮ່ວມ​ກັນ,​ການ​ພົວ​ພັນ​ລະ​ຫວ່າງ​ສອງ​ຝ່າຍ​ໄດ້​ພັດ​ທະ​ນາ​ຢ່າງ​ຟົດ​ຟື້ນ,​ແລະ​ຂຶ້ນ​ສູ່​ລະ​ດັບ​ໃໝ່​ຢ່າງ​ບໍ່​ຢຸດ​ຢັ້ງ.​ມື້​ນີ້​ພວກ​ເຮົາ​ເຕົ້າ​ໂຮມ​ກັນ​ຢູ່​ທີ່​ນີ້,​ຄວນ​ເອົາ​ໃຈ​ໃສ່​ສິ່ງ​ທ້າ​ທາຍ​ທາງ​ດ້ານ​ເສດ​ຖະ​ກິດ​ທີ່​ເອີ​ຣົບ​ອາ​ເມ​ລິ​ກາ​ປະ​ສົບ​ໃນ​ປະ​ຈຸ​ບັນ​ນີ້,ພ້ອມ​ດ້ວຍ​ຜົນ​ກະ​ທົບ​ທີ່​ມີ​ຕໍ່​ເຂດ​ອາ​ຊີ​ພວກ​ເຮົາ.​ການ​ສົ່ງ​ອອກ​ສິນຄ້າ​ຕໍ່​ເຂດ​ເອີ​ຣົບ​ອາ​ເມ​ລິ​ກາ​ຫຼຸດ​ໜ້ອຍ​ລົງ,​ພວກ​ເຮົາ​ຈຶ່ງ​ຕ້ອງ​ການ​ສະ​ແຫວງ​ຫາ​ຊ່ອງ​ທາງ​ອື່ນ.​ຂ້າ​ພະ​ເຈົ້າ​ຫວັງ​ໃຫ້​ສອງ​ຝ່າຍ​ຮັກ​ສາ​ທ່ວງ​ທ່າ​ການ​ພັດ​ທະ​ນາ​ຄື​ແນວ​ນີ້,​ເພີ່ມ​ທະ​ວີ​ການ​ຮ່ວມ​ມື,​ສືບ​ຕໍ່​ຊຸກ​ຍູ້​​ໃຫ້​​ຕ່າງ​ຝ່າຍ​ຕ່າງ​ມີ​ຜົນ​ປະ​ໂຫຍດ​ແລະ​ໃຫ້​ສອງ​ຝ່າຍໄດ້​ຮັບ​​ຜົນ​ປະ ​ໂຫຍດ​ຮ່ວມ​."

ຜູ່​ນຳ​ທີ່​ເຂົ້າຮ່ວມ​ພິ​ທີ​ໄຂ​ງານຍັງ​ມີທ່ານ​ຮຸນ​ເຊັນ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ກຳ​ປູ​ເຈຍ,​ທ່ານ​ສົມ​ສະ​ຫວາດ ​ເລັ່ງ​ສະ​ຫວັດ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ,​ທ່ານ​ຕິນ​ອົງ​ມິນ​ອູ,​ຮອງ​ປະ​ທາ​ນາ​ທິ​ບໍ​ດີ ມຽນ​ມາ,​ທ່ານ​ກິ​ຕິ​ຣັດ ນະ​ລະ​ນອງ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ໄທ,​ທ່ານ​ຫງວຽນ​ຊວນ​ຟຸກ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຫວຽດ​ນາມ​ແລະ​ທ່ານ​ສຸ​ລິນ ພິດ​ສຸ​ວັນ,​ເລ​ຂາ​ທິ​ການ​ໃຫຍ່​ອາ​ຊຽນ​ເປັນ​ຕົ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ