ປື້ມ​"ສັກ​ຂີ​ພິ​ຍານ​ແຫ່ງ​ມິດ​ຕະ​ພາບ"​ສະ​ບັບ​ພາ​ສາ​ລາວ​ໂດຍ​CRI​ຈັດ​ພິ​ທີ​ເລີ່ມ​ຈຳ​ໜ່າຍ

(GMT+08:00) 2011-10-21 18:40:32     cri


ທ່ານສົມສະຫວາດ ເລັ່ງສະຫວັດແລະທ່ານຮວງເຕົາຫວີຍ,ກຳມະການຄະນະພັກເຂດກວາງຊີເປີດໜ້າທຳອິດຂອງປື້ມໃຫ້ຊົມ

ຕາມ​ຂ່າວCRI:ວັນ​ທີ21​ຕຸລາ​ນີ້,​ປື້ມ​"ສັກ​ຂີ​ພິ​ຍານ​ແຫ່ງ​ມິດ​ຕະ​ພາບ"​ສະ​ບັບ​ພາ​ສາ​ລາວ​ໂດຍ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ໄດ້​ຈັດ​ພິ​ທີ​ເລີ່ມ​ຈຳ​ໜ່າຍ​ຢູ່​ວິ​ທະ​ຍຸ​ກະ​ຈາຍ​ສຽງ​ປະ​ຊາ​ຊົນ​ກວາງ​ຊີ.​ທ່ານ​ສົມ​ສະ​ຫວາດ ​ເລັ່ງ​ສະ​ຫວັດ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ລາວ​ໄດ້​ເຂົ້າ​ຮ່ວມ​ພິ​ທີ.


ທ່ານສົມສະຫວາດ ເລັ່ງສະຫວັດກັບທ່ານຮວງເຕົາຫວີຍໄດ້ເປີດການເລີ່ມອອກອາກາດລາຍການຂອງວິທະຍຸອ່າວເປີຍປູ້ຢູ່ນະຄອນຫຼວງວຽງຈັນ

ປື້​ມ"ສັກຂີ​ພິຍານ​ແຫ່ງ​ມິດຕະພາບ"ສະບັບ​ພາສາ​ລາວ​ຮຽບ​ຮຽງ​ເປັນ​ພິ​ເສດ​ໂດຍ​ພະ​ແນກ​ພາ​ສາ​ລາວ​ຂອງ​ວິ​ທະ​ຍຸ​ສາ​ກົນ​ແຫ່ງ​ປະ​ເທດ​ຈີນ​ເພື່ອ​ລະ​ລຶກ​ສປ​ຈີນ​ກັບ​ສປປ​ລາວ​ສ້າງ ສາຍ​ພົວ​ພັນ​ທາງ​ການ​ທູດ​ຄົບ​ຮອບ​50​ປີ.


ທ່ານສົມສະຫວາດ ເລັ່ງສະຫວັດກັບທ່ານຫຼີເຕີກ່າງ,ຫົວໜ້າວິທະຍຸກະຈາຍສຽງປະຊາຊົນກວາງຊີແລກປ່ຽນຂອງຂວັນແກ່ກັນ

ທ່ານ​ສົມສະຫວາດ​ ​ເລັ່ງສະຫວັດ​ໄດ້​ຕີ​ລາຄາ​ສູງ​ຕໍ່​ກິດ​ຈະ​ກຳ​ຄັ້ງ​ນີ້.​ທ່ານ​ກ່າວ​ວ່າ: "ການ​ເຄື່ອນ​ໄຫວ​ຂອງ​ບັນ​ດາ​ສະ​ຫາຍ​ຕ່າງໆ​ນີ້,​ເປັນ​ສ່ວນ​ປະ​ກອບ​ອັນ​ສໍາ​ຄັນ​ເຂົ້າ​ໃນ​ການ​ປະ​ຕິ​ບັດ​ຂໍ້​ຕົກ​ລົງ​ຂອງ​ຜູ້​ນໍາ​ທັງ​ສອງ​ພວກ​ເຮົາ,​ກ່ຽວ​ກັບ​ການ​ຍົກ​ລະ​ດັບ​ການ​ຮ່ວມ​ມື​ລາວ​-​ຈີນ​ໃຫ້​ເປັນ​ຄູ່​ຮ່ວມ​ມື​ຍຸດ​ທະ​ສາດ​ຮອບ​ດ້ານ.ປີ​ນີ້​​ເປັນ​ປີ​ທີ່​ສອງ​ປະ​ເທດ​ພວກ​ເຮົາ​​ໄດ້ ສ້າງ​ຕັ້ງ​ການ​ພົວ​ພັນ​ທາງ​ການ​ທູດ​ນໍາ​ກັນ.​ຕະ​ຫລອດ​ໃນ​50​ປີ​ທີ່​ຜ່ານ​ມາ,​ການ​ຮ່ວມ​ມື​ລະ ຫວ່າງ​ສອງ​ປະ​ເທດ​ພວກ​ເຮົາ​ໄດ້​ຂະ​ຫຍາຍ​ຕົວ​ຢ່າງ​ບໍ່​ຢຸດ​ຢັ້ງ,​ທ້າຍ​ສຸດ​ນີ້,​ຂໍ​ອວຍ​ພອນ​ໃຫ້ ການ​ຮ່ວມ​ມື​ມິດ​ຕະ​ພາບ​ລາວ​ຈີນ​ຈົ່ງ​ໝັ້ນ​ຄົງ​ຂະ​ໜົມ​ແກ່ນ​ຕະ​ຫລອດ​ກາ​ລະ​ນານ,​ຈົ່ງ​ໄດ້​ຮັບ​ຜົນ​ສໍາ​ເລັດ​ໃໝ່​ໃຫຍ່​ຫລວງ."


ທ່ານສົມສະຫວາດ ເລັ່ງສະຫວັດກັບທ່ານຫຼີເຕີກ່າງ,ຫົວໜ້າວິທະຍຸກະຈາຍສຽງປະຊາຊົນກວາງຊີແລກປ່ຽນຂອງຂວັນແກ່ກັນ

ຕາມ​ໄດ້​ຮູ້,ທ່ານ​ຈູມ​ມາລີ ​ໄຊ​ຍະ​ສອນ,​ເລຂາທິການ​ໃຫຍ່​ຄະນະ​ບໍລິຫານ​ງານ​ສູນ​ກາງ​ພັກ​ປະ​ຊາ​ຊົນ​ປະ​ຕິ​ວັດ​ລາວ,​ປະ​ທານ​ປະ​ເທດ​ລາວ​ໄດ້​ຂຽນ​ບົດ​ອວຍ​ພອນ,​​ທ່ານ​ບໍ່​ແສງ​ຄຳ ວົງ​ດາ​ລາ,​ລັດ​ຖະ​ມົນ​ຕີ​ວ່າ​ການ​ກະ​ຊວງ​ຖະ​ແຫຼງ​ຂ່າວ​ແລະ​ວັດ​ທະ​ນະ​ທຳ​ຂອງ​ລາວ​ໄດ້​ຂຽນ​ຄຳ​ນຳ​ໃຫ້​ປື້ມ​ຫົວ​ນີ້.
 
1 2
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ