ຄະນະ​ຜູ່​ແທນ​ແລກປ່ຽນ​ວັດທະນະທຳ​ຕິ​ເບ​ດຈີນ​ຢ້ຽມຢາມ​ນີວຢອກ

(GMT+08:00) 2011-10-22 13:33:57     cri
ວັນ​ທີ21​ຕຸລາ​ນີ້,ຄະນະ​ຜູ່​ແທນ​ແລກປ່ຽນວັດທະນະທຳ​ຕິ​ເບ​ດຈີນ​ເລີ່​ມຢ້ຽມຢາມ​ຢູ່​ນີວ​ຢອກ​ຂອງ​ເມ​ລິ​ກາ​​ໂດຍ​ແນະນຳ​ໃຫ້​ບຸກຄົນ​ວົງ​ການ​ຕ່າງໆ​ຂອງ​ນີວຢອກ​ຮູ້​ ​ສະພາບການຄືບ​ໜ້າ​ຫຼ້າ​ສຸດ​ຂອງ​ການ​ພັດທະນາ​ເສດຖະກິດ​ແລະ​ສັງຄົມ​ຂອງ​ຕິ​ເບ​ດ,​ເພີ່ອ​ໃຫ້​ປະ​ຊາ​ຊົນ​ອາ​ເມ​ລິ​ກາ​ຮູ້ຈັກສະພາບ​ຕົວ​ຈິງ​ຂອງ​ຕິ​ເບ​ດຫຼາຍ​ຂຶ້ນ.

ທ່ານ​ປີ້​ຮວາ ຫົວໜ້າ​ຄະນະ​ຜູ່​ແທນ, ​ບັນນາທິການ​ໃຫຍ່​ຂອງ​ສຳນັກ​ພິມ​ຈຳໜ່າຍ​ຕິ​ເບ​ດສຶກສາ​ຂອງ​ຈີນ​ກ່າວ​ວ່າ,ການ​ຢ້ຽມຢາມ​ເທື່ອ​ນີ້​ຈະ​ແນະ​ນຳ​ສະພາບ​ປະຈຸ​ບັນ​ຂອງ​ຕິ​ເບ​ດຈາກ​ດ້ານ​ຕ່າງໆ,​ແລະ​ແລກປ່ຽ​ນຄຳຄິດ​ຄຳ​ເຫັນ​ກັບ​ບຸກ​ຄົນ​ວົງ​ການ​ຕ່າງໆ​ຂອງ​ນີວ​ຢອກ​ກ່ຽວ​ກັບ​ຫົວ​ຂໍ້​ຕ່າງໆ​ເຊັ່ນ​ນະ​ໂຍ​ບາຍ​ເຂດ​ປົກຄອງ​ຕົນ​ເອງ​ຂອງ​ຊົນ​ເຜົ່າ​ຈີນ,​ສາ​ສະ​ໜາ,​ການ​ສຶກ​ສາ,ການ​ອະ​ນຸ​ລັກ​ພາ​ສາ​ແລະ​ວັດ​ທະ​ນະ​ທຳ​ຂອງ​ຕິ​ເບ​ດ​ແລະ​ອື່ນໆ,​ຫວັງ​ຢາກ​ຖື​ໂອ​ກາດ​ແລກ​ປ່ຽນ​ໃນ​ຄັ້ງ​ນີ້​ກະ​ຕຸ້ນ​ຄວາມ​ສົນ​ໃຈ​ຂອງ​ບຸກຄົນ​ທີ່​ກ່ຽວຂ້ອງ​ຂອງອາ​ເມ​ລິ​ກາ​ໃນ​ການ​ຄົ້ນຄວ້າ​ບັນຫາ​ຕິ​ເບ​ດ,​ຊອກ​ຮູ້​ສະ​ພາບ​ຄວາມ​ເປັນ​ຈິງ​ຫຼາຍ​ກວ່າ​ເກົ່າ​ຂອງ​ຕິ​ເບ​ດ.

ກ່ອນ​ໜ້າ​ນີ້,ຄະນະ​ຜູ່​ແທນ​ຈີນ​ໄດ້​ໄປ​ຢ້ຽມຢາມ​ນະຄອນຫຼວງ​ວໍ​ຊິງ​ຕັນ​ຂອງ​ອາ​ເມ​ລິ​ກາ​ແລ້ວ,ຫຼັງ​ຈາກນັ້ນ,​ຄະນະ​ຜູ່​ແທນ​ຍັງ​ຈະ​ໄປ​ຢ້ຽມຢາມ​ນະຄອນ​ແດນ​ເວີ,​ແລ້ວ​ເດີນທາງ​ໄປ​ຢ້ຽມຢາມ​ກາ​ນາ​ດາ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ