ນາ​ໂຕ​ຕົກລົງ​ໃນ​ເບື້ອງ​ຕົ້ນ​ວ່າ​ຈະ​ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ລີ​ບີ​ໃນ​ວັນ​ທີ31​ຕຸລາ​ນີ້ ຣັດ​ເຊຍຮຽກຮ້ອງ​ໃຫ້​ປະຊາ​ຄົມ​ໂລກ​ສືບສວນ​ການ​ເສຍ​ຊີວິດ​ຂອງ​ທ່ານ​ກັດ​ດາ​ຟີ

(GMT+08:00) 2011-10-22 14:03:00     cri
ທ່ານ​ລາສມູ​ເຊັນ ​ເລຂາທິການ​ໃຫຍ່​ນາ​ໂຕ​ປະກາດ​ໃນ​ວັນ​ທີ21​ຕຸລາ​ນີ້​ວ່າ,ນາ​ໂຕ​ຈະ​ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ຢູ່​ລີ​ບີ​ເປັນ​ກ້າວໆ,ຊຶ່ງ​ຕົກລົງ​ໃນ​ເບື້ອງ​ຕົ້ນ​ວ່າ,ຈະ​ປະກາດ​ສິ້ນ​ສຸດ​ການ​ເຄື່ອນ​ໄຫວ​ທາງ​ການ​ທະຫານ​ໃນ​ວັນ​ທີ31​ຕຸລາ​ນີ້.

ວັນ​ທີ21​ຕຸລາ​ນີ້,ທ່ານ​ເຊ​ເກ ລັຟ​ລົຟ ລັດຖະມົນຕີ​ວ່າການ​ກະຊວງ​ການ​ຕ່າງປະ​ເທດຣັດ​ເຊຍ​ກ່າວ​ວ່າ,ການ​ເສຍ​ຊີວິດ​ຂອງ​ທ່ານ​ກັດ​ດາ​ຟີ ອະ​ດີດ​ຜູ່​ນຳ​ລີ​ບີ​ອາດ​ຈະ​ມີ​ບັນຫາ​ທີ່​ລະ​ເມີດ​ສົນ​ທິ​ສັນ​ຍາ​ເຊີ​ແນວ,ການ​ເຄື່ອນ​ໄຫວ​ຂອງ​ກອງ​ທະ​ຫານ​ນາ​ໂຕ​ທີ່​ກ່ຽວ​ພັນ​ກັບ​ການ​ເສຍ​ຊີ​ວິດ​ຂອງ​ທ່ານ​ກັດ​ດາ​ຟີ​ຄວນ​ເປັນ​ເປົ້າ​ໝາຍ​ທີ່​ຖືກ​ສືບ​ສວນ​ຂອງ​ປະ​ຊາ​ຄົມ​ໂລກ.​ມື້​ດຽວ​ກັນ,​ພັນ​ລະ​ຍາ​ໝ້າຍ​ຂອງ​ທ່ານ​ກັດ​ດາ​ຟີ​ທີ່​ພວມ​ຫຼົບ​ໄພ​ຢູ່​ອານ​ເຊ​ຣີ​ກໍ່​ໄດ້​ຜ່ານ​ໂທ​ລະ​ພາບ​ແຫ່ງ​ໜຶ່ງ​ຂອງ​ຊີຣີກ່າວ​ຄຳຮຽກຮ້ອງ​ໃຫ້ສະຫະ​ປະຊາ​ຊາດ​ສືບສວນ​ບັນຫາທ່ານ​ກັດ​ດາ​ຟີ​ເສຍ​ຊີ​ວິດ.

ວັນ​ທີ20​ເດືອນ​ນີ້,ຄະນະ​ກຳມະການ​ຊົ່ວຄາວ​ແຫ່ງ​ຊາດ​ລີ​ບີ​ໄດ້​ຢືນຢັນ​ວ່າ​ທ່ານ​ກັດ​ດາ​ຟີ​ເສຍ​ຊີວິດ​ຫຼັງ​ຈາກຖືກ​ຈັບ​ຕົວ​ແລະບາດ​ເຈັບ​ສາ​ຫັດ.​ກ່ຽວ​ກັບ​ວິທີ​ແລະ​ສະຖານ​ທີ່​ປົງ​ສົບ​ຂອງ​ທ່ານ​ກັດ​ດາ​ຟີ,ປະຈຸ​ບັນ​ຍັງ​ພວມຫາລື​ກັນ​ຢູ່.

ຣັດ​ເຊຍ​ເຄີຍ​ກ່າວ​ເປັນ​ໃນ​ວ່າ,ທ່ານ​ກັດ​ດາ​ຟີ​ແມ່ນ​ຖືກຜູ່​ປະກອບ​ອາວຸດຂອງ​ຄະນະ​ກຳ​ມະການ​ຊົ່ວຄາວ​ແຫ່ງຊາດ​ລີບີ ​ຍິງ​ສັງ​ຫານ​ພາຍ​ຫຼັງ​ຖືກ​ຈັບ,​ແຕ່​ບໍ່​ແມ່ນ​ອັນ​ທີ່​ວ່າ​ເສຍ​ຊີວິດ​ຍ້ອນ​ບາດ​ເຈັບ​ສາຫັດ​ປິ່ນປົວ​ບໍ່​ໄດ້.ຕາມ​ສົນທິສັນຍາ​ເຊີ​ແນວ​ກຳນົດ​ວ່າ,ຝ່າຍ​ຕ່າງໆ​ທີ່​ປະ​ທະ​ກັນ​ດ້ວຍ​ກຳລັງ​ອາວຸດ​ຄວນ​ປະຕິບັດ​ຕາມ​ກົດ​ລະບຽບມະນຸດສະທຳ​ສາກົນ​ທີ່​ກ່ຽວຂ້ອງ,ປິ່ນປົວ​ກອບ​ກູ້​ຊະ​ເລີຍເສິກ​ທີ່ຖືກບາດ​ເຈັບ,ຫ້າມ​ບໍ່​ໃຫ້​​ເຂັ່ນຂ້າຢ່າງ​ເດັດຂາດ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ