ຮອງ​ນາຍົກ​ຈີນ​ກ່າວ​​ເນັ້ນ​ວ່າ ຈີນ​ຈະ​​​ເລັ່ງລັດ​ກໍ່ສ້າງ​ ​ແລະ ປັບປຸງ​ລະບົບລ້ຽງ​ດູ​ຜູ່​ເຖົ້າ​ໃນ​ສັງຄົມໃຫ້​ສົບ​ບູນຂຶ້ນ

(GMT+08:00) 2011-10-22 14:38:13     cri

ວັນ​ທີ 21 ຕຸລາ​ນີ້, ຢູ່​ທີ່​ປັກ​ກິ່ງ, ທ່ານ​ຮຸຍ​ລຽງ​ອີ້ ຮອງ​ນາຍົກລັດຖະມົນຕີຈີນກ່າວ​ວ່າ, ປະຊາກອນ​ຜູ່​ເຖົ້າ​ຜູ່​ແກ່​ເພິ່ມຂຶ້ນ​ແມ່ນ​ບັນຫາ​ສຳຄັນ​ທີ່​ຈີນ​ຕ້ອງ​​ຕັ້ງ​ໃຈ​ຮັບ​ມື້​​ແກ້​ໄຂໃນ​ການພັດທະນາ​ເສດຖະກິດ​ສັງຄົມ, ຈີນຈະ​​​ເລັ່ງລັດ​ກໍ່ສ້າງ​ ​ແລະ ປັບປຸງ​ລະບົບປະ​ກັນ​ໄພຜູ່​ເຖົ້າ​ຜູ່​ແກ່​ໃຫ້​ສົບ​ບູນຂຶ້ນ.

ທ່ານ​ຮຸຍ​ລຽງ​ອີ້​ແມ່ນ​ໃຫ້​ທັດສະນະ​ດັ່ງກ່າ​ວໃນ​ກອງ​ປະຊຸມ​ວຽກ​ງານ​ຜູ່​ເຖົ້າ​ຜູ່​ແກ່​ຄັ້ງ​ທີ 3 ທີ່​ຈັດ​ຂຶ້ນ​ໃນ​ມື້​ດຽວ​ກັນ. ທ່ານ​ກ່າວ​ວ່າ, ຈີນ​ໄດ້​ກາຍ​ເປັນ​ປະ​ເທດທີ່​ມີ​ປະຊາກອນ​ຜູ່​ເຖົ້າ​ຫຼາຍ​ກວ່າ​ໝູ່​ໃນ​ໂລກ ​ແລະ ອາຍຸກໍ່ສູງ​ຂຶ້ນ​ໄວ​ທີ່​ສຸດ.


ທ່ານ​ຮຸຍ​ລຽງ​ອີ້​ຮຽກຮ້ອງ​ໃຫ້​ອົງການ​ປົກຄອງ​ຂັ້ນ​ຕ່າງໆ​ຂອງ​ຈີນ​ເພິ່ມທະວີ​ງົບປະມານ​ສາທາລະນະ, ຖື​ເອົາ​ການ​ພັດທະນາ​​ຜູ່​​ເຖົ້າ​ຜູ່​ແກ່​ເປັນຂົງ​ເຂດ​ຈຸດ​ໜັກ​ຂອງວຽກ​ງານບໍລິການ​ສາທາລະນະ​​ພື້ນຖານ ​ແລະ ໂຄງການ​ສຳຄັນກ່ຽວ​ກັບ​ຊີວິດ​ການ​ເປັນ​ຢູ່​ຂອງ​ປະຊາຊົນ​. ທ່ານ​ກ່າວ​ເນັ້ນວ່າ, ຈີນ​ຕ້ອງປັບປຸງລະບົບ​ປະກັນ​ໄພ​​ທາງ​ສັງຄົມກອບ​ກູ້​ຊ່ວຍ​ເຫຼືອ​ສັງຄົມ​ ແລະ ສະຫວັດດີ​ການ​ສັງຄົມ​ເປັນ​ພື້ນຖານ, ຖື​ການ​ລ້ຽງ​ດູຜູ່​ເຖົ້າ​, ການ​ປິ່ນປົວພື້ນຖານ, ​ການຈັດເຮືອນ​​ໃຫ້ຢູ່​ ​ແລະ ການ​ຄ້ຳປະກັນ​ຊີວິດ​ການ​ເປັນ​ຢູ່​ພື້ນຖານ​​ເປັນ​ຈຸດ​ໜັກ, ຖື​ກິ​ດຈະ​ກຳ​ກຸ​ສົນ ​ແລະ ການ​ປະກັນ​ໄພ​ລ້ຽງດູ​ຜູ່​ເຖົ້າ​ແບບ​ການ​ຄ້າ​ເປັນ​ພາກສ່ວນ​ເພິ່ມຕື່ມ​​ໃຫ້​ສົມບູນ​ຂຶ້ນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ