ຫຼັງ​ຈາກ​ງານ​ວາງສະ​ແດງສີ​ລະ​ປະ​ສວນ​ໂລກ​ອັດ​ລົງ​ແລ້ວ ຈະ​ເປີດ​​ສວນ​ດ້ວຍ​ຊື່​ໃໝ່

(GMT+08:00) 2011-10-22 15:30:06     cri

ວັນ​ທີ 22 ຕຸລາ​ນີ້, ງານວາງສະ​ແດງ​ສວນ​ໂລກ​ຊີ່​ອ່ານ​ທີ່​ຈັດເປັນ​ເວລາ 178 ມື້​ໄດ້​ອັດ​ລົງ​ແລ້ວ. ກ່ອນມື້​ຈະ​ປິດ​ງານ,ຍັງ​ມີ​ຄະນະ​ທ່ອງ​ທ່ຽວ ​ແລະ ນັກທ່ອງ​ທ່ຽວຈຳນວນ​ຫຼວງ​ຫຼາຍມາ​ຊົມງານ​.

ຂ່າວ​ແຈ້ງວ່າ, ຫຼັງ​ຈາກ​ງານ​ວາງສະ​ແດງສວນ​ໂລກ​ໄດ້​ອັດ​ລົ​ງ​ໃນ​ວັນ​ທີ 22 ​ຕຸລາ​ນີ້ແລ້ວ, ສວນ​ດັ່ງກ່າວຈະ​ປັບປຸງ​ພັກ​ຟື້ນເປັນ​ເວລາ​ເຄິ່ງປີ, ​ແລ້ວ​ຈະ​ປ່ຽນ​ຊື່​ເປັນ​ສວນ​ໂລກ",​ແລະ​ເປີດ​ໃຫ້ຕໍ່ມວນ​ຊົນ​ຊົມ​ຄືນ​ໃໝ່​​ໃນ​ທ້າຍ​ເດືອນ​ເມສາ​ປີ2012.

ນັບ​ແຕ່​ງານ​ວາງສະ​ແດງສີ​ລະ​ປະ​ສວນ​ໂລກ​ຊີ່​ອ່ານ​ເປີດ​ໃຫ້​ຄົນ​ເຂົ້າ​ຊົມໃນ​ວັນ​ທີ 28 ​ເມສາ​ປີ​ນີ້​ເປັນ​ຕົ້ນ​ມາ, ​ໄດ້​ມີ 15 ລ້ານ 4 ​ແສນ 4 ໝື່ນ​ເທື່ອ​ຄົນ​ມາ​ທ່ຽວຊົມ, ​ແມ່ນງານ​ມະຫະ​ໂຫລານ​ສາກົນ​ອີກ​ຄັ້ງ​ໜຶ່ງ​ຂອງ​ຈີນ​ຫຼັງຈາກ​ງານ​ກິລາ​ໂອ​ລິ​ມປິກ​ປັກ​ກິ່ງ ​ແລະ ງານ​ວາງສະ​ແດງ​ໂລກ​ຊຽງ​ໄຮ, ​ແລະກໍ່​ແມ່ນ​ກິດຈະກຳ​​ສາກົນ​ລະດັບ​ສູງ​ສຸດ ​ແລະ ຂະ​ໜາດ​ໃຫຍ່​ສຸດ​ທີ່​ຈັດ​ຂຶ້ນ​ຢູ່​ພາ​ກຕາ​ເວັນ​ຕົກ​ສຽງ​ເໜືອ​ຂອງ​ຈີນນັບ​ມາຮອດ​ປັດຈຸບັນ​.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ