ທ່ານ​ຫຼີ​ເຄີ້ຊຽງ​​ເດີນທາງ​ໄປສ.ປ.ປ.​ເກົາຫຼີ​ເພື່ອດຳ​ເນີນ​ການ​ຢ້ຽມຢາມສັນທະ​ວະ​ໄມຕີ​ຢ່າງ​ເປັນ​ທາງ​ການ

(GMT+08:00) 2011-10-23 13:25:24     cri
ໂດຍ​ຕອບ​ສະໜອງ​ຕາມຄຳ​ເຊີນ​ຂອງ​ຄະນະ​ກຳມະການ​ສູນ​ກາງ​ພັກ​ແຮງ​ງານ​​ແລະ​ລັດຖະບານ​ສ.ປ.​ປ.​ເກົາຫຼີ, ຕອນ​ທ່ຽງ​ວັນ​ທີ 23 ຕຸລາ​ນີ້​, ທ່ານ​ຫຼີ​ເຄີ້ຊຽງ, ກຳມະການປະຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ກອມ​ມູນິດ​ຈີນ, ຮອງ​ນາຍົກລັດຖະມົນຕີ​ຈີນ​ໄດ້​ເດີນທາງອອກ​ຈາກ​ປັກ​ກິ່ງໄປສ.ປ.ປ.​ເກົາຫຼີ​ເພື່ອ​ດຳ​ເນີນ​ການ​ຢ້ຽມຢາມສັນທະ​ວະ​ໄມຕີ​ຢ່າງ​ເປັນ​ທາງ​ການ.

​ໃນ​ໄລຍະ​ຢ້ຽມຢາມ, ທ່ານ​ຫຼີ​ເຄີ້ສຽງຈະ​ພົບ​ປະ​ເຈລະຈາ​ກັບ​ຜູ້ນຳ​ພັກ​ແລະ​ລັດສ.ປ.ປ.​ເກົາຫຼີ, ​ແລກ​ປ່ຽນ​ຄວາມ​ເຫັນ​ຢ່າງ​ເລິກ​ເຊິ່ງກ່ຽວ​ກັບ​ການ​ພົວພັນ​ສອງ​ປະ​ເທດບັນຫາ​ພາກ​ພື້ນ​ແລະ​ສາກົນ​ທີ່​ສອງ​ຝ່າຍ​ສົນ​ໃຈ​ນຳ, ​ແລະ​ໄປ​ທັດສະສຶກສາໂຄງການ​ຊີວິດ​ການ​ເປັນ​ຢູ່ຂອງ​ປະຊາຊົນ​ແລະ​ສັງຄົມ​ຈຳນວນ​ໜຶ່ງ.

ປີ​ນີ້​ແມ່ນ​"ສັນຍາມິດຕະພາບ​ແລະ​ການ​ຮ່ວມ​ມື​ແລະ​ຊ່ອຍ​ເຫຼືອ​ເຊິ່ງກັນ​ແລະ​ກັນ​ລະຫວ່າງ​ຈີນກັບສ.ປ.ປ.​ເກົາຫຼີ"ລົງ​ນາມ​ຄົບຮອບ 50 ປີ. ກະຊວງ​ການ​ຕ່າ​ງປະ​ເທດ​ຈີນ​ກ່າວ​ວ່າ, ​ເຊື່ອ​ວ່າ​ການ​ຢ້ຽມຢາມ​ຂອງ​ທ່ານ​ຫຼີ​ເຄີ້ຊຽງ​ເທື່ອ​ນີ້​ຈະ​ປັບປຸງ​ມິດຕະພາບ​ທີ່​ມີ​ມູນ​ເຊື້ອ​ລະຫວ່າງ​ປະຊາຊົນ​ຈີນ​ກັບສ.ປ.ປ.​ເກົາຫຼີ​ໃຫ້​ໝັ້ນຄົງຕື່ມ​ອີກ, ລົງ​ເລິກຄວາມ​ໄວ້​ເນື້ອ​ເຊື່ອ​ໃຈ​ທາງການ​ເມືອງ​ແລະ​ການ​ຮ່ວມ​ມື​ຢ່າງ​ແທ້​ຈິງ​ລະຫວ່າງ​ສອງ​ປະ​ເທດ, ຊຸກຍູ້​ໃຫ້ການ​ພົວພັນ​ຮ່ວມ​ມື​ມິດຕະພາບ​ລະຫວ່າງ​ຈີນ​ກັບສ.ປ.ປ.​ເກົາ​ຫຼີຂະຫຍາຍລົງ​ສູ່​ລວງ​ເລິກ​.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ