ປະ​ເທດລາວ​ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​ຈີນ​ເພີ່ມ​ການ​ລົງທຶນ​ຢູ່​ລາວ

(GMT+08:00) 2011-10-23 14:02:48     cri
ຕາມ​ຂ່າວCRI: ວັນ​ທີ 22 ຕຸລາ​ນີ້, "​ເວທີ​ປຶກສາ​ຫາລື​ການ​ທຸລະ​ກິດ​​ແລະ​ການ​ລົງທຶນ​ຈີນ-ລາວ"ທີ່​ກະຊວງ​​ແຜນການ​​ແລະລົ​ງທຶນ​ລາວ​​ເປັນ​ເຈົ້າພາບ​ໄດ້​ຈັດ​ຂຶ້ນ​ຢູ່​ສູນ​ວາງສະ​ແດງ​ສາກົນນານ​ນິງຂອງ​ເຂດ​ກວາງຊີ​ປະ​ເທດຈີນ. ລາວ​ຫວັງ​ວ່າ​ການຈັດ​ເວທີ​ປຶກສາ​ຫາລື​ເທື່ອ​ນີ້​ໃນ​ໄລຍະ​ງານ​ວາ​ງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 8 ຈະສາມາດ​ເພີ່ມ​ທະວີ​ການ​ໄປມາຫາສູ່​ກັນ​ທາງ​ດ້ານ​ເສດຖະກິດ​ການ​ຄ້າ​ລະຫວ່າງ​ລາວ​ກັບ​ຈີນ, ຊຸກຍູ້ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​ໃນ​ການ​ສ້າງສາ​ເຂດ​ການ​ຄ້າ​ເສລີ​ຈີນ-ອາ​ຊຽນ.


ທ່ານ​ທອງ​ມີ​ ພົມວິ​ໄຊ, ລັດຖະມົນຕີ​ຊ່ວຍ​ວ່າການ​ກະຊວງ​ແຜນການ​​ແລະ​ການລົງທຶນ​ລາວ​ໄດ້​ແນະນຳ​ສະພາບ​ແວດ​ລ້ອມ​ການ​ລົງທຶນ, ນະ​ໂຍບາຍ​ກົດໝາຍ​ແລະ​ໂອ​ກາດການ​ລົງທຶນ​ແລະ​ການ​ຄ້າຢູ່​ຕໍ່​ຜູ້ຕາງໜ້າ​ວິ​ສາ​ຫະກິດ​ຈີນ​ທີ່​ເຂົ້າ​ຮ່ວມ​ກອງ​ປະຊຸມ. ທ່ານ​ທອງ​ມີສະ​ແດງ​ຄວາມ​ຍິນ​ດີ​ຕ້ອນຮັບ​ວິ​ສາ​ຫະກິດ​ຈີນ​ຫຼາຍ​ກວ່າ​ເກົ່າ​ໄປ​ລົງທຶນ​ຢູ່​ລາວ, ​ໂດຍ​ສະ​ເພາະ​ແມ່ນ​ເພີ່ມ​ທະວີ​ການ​ຮ່ວມ​ມື​ໃນ​ດ້ານ​ພະລັງ​ໄຟຟ້າ​ແລະ​ພື້ນຖານ​ໂຄງ​ລ່າງ​ເປັນ​ຕົ້ນ. ທ່ານ​ກ່າວ​ວ່າ

"ພວກ​ຂ້າພະ​ເຈົ້າ​ມາ​ນີ້​ເຊີນຊວນ​ນັກ​ທຸ​ລະ​ກິດ​ຈີນ​ໄປ​ລົງທຶນ​ຢູ່ປະ​ເທດ​ລາວ,ຕົວຢ່າງ​ວ່າ,​​ໄຟຟ້າ.ຄາດ​ຄະ​ເນ,ພວ​ກຂ້າພະ​ເຈົ້າ​ແຕ່​ນີ້​ຮອດ​ປີ2020ຕ້ອງ​ຜະລິດ​ໄຟຟ້າ23ພັນ​​ເມ​ກາ​ວັດ,​ໃນ​ປະຈຸ​ບັນນີ້,ຫາ​ກໍ່​ໄດ້2ພັນ​ເມ​ກາ​ວັດ,​ເຊີ​ນຊວນ​ນັກທຸລະ​ກິດ​ຈີນ​ໄປ​ຮ່ວມ​ມື​ກັນ,ຫລາຍ​ບໍລິສັດ​ຮ່ວມ​ກັນ​ສ້າງ​ໂຄງການ​ແຫ່ງ​ໜຶ່ງ. ຢູ່​ເມືອງ​ລາວ,​ໄດ້​ປັບປຸງ​ລະບຽບ​ການ,ນິຕິ​ກໍາ​ທາງ​ດ້ານ​ກົດໝາຍ​ສ້າງ​ຄວາມ​ສະດວກ​ໃຫ້​ນັກທຸລະກິດ​ໄປ​ລົງທຶນ."


ເວທີ​ປຶກສາ​ຫາລື​ທີ່​ຈັດ​ຂຶ້ນ​ໃນ​ວັນ​ທີ 22 ຕຸລາ​ນີ້​ໄດ້​ດຶງ​ດູດ​ວິ​ສາ​ຫະກິດ​ຈີນ​ຫຼາຍ​ແຫ່ງ​ໄປ​ຊອກ​ຮູ້​ໂອກາດ​ການ​ຄ້າ​ຢູ່​ລາວ, ວິ​ສາ​ຫະກິດ​ຫຼາຍ​​ແຫ່ງ​ກ່າວ​ວ່າ​ມີ​ຄວາມ​ຫວັງ​ຢາກໄປ​ລົງທຶນ​ຢູ່​ລາວ, ທ່ານ​ວາງ​ຊົ່ງ, ຜູ້ອຳນວຍການ​ຂອງ​ບໍລິສັດ​​ພັດທະນາ​ເຕັກນິກ​ວິທະຍາສາດ​​ເລ​ເຊີນ​ຄຸນ​ມິນ​ຈຳກັດ​ກ່າວ​ວ່າ:

"ພວກ​ເຮົາ​ຕົ້ນຕໍ​ແມ່ນ​ເຣັດທຸລະ​ກິດ​ອິນ​ເຕີ​ເນັດ, ​ເຕັກນິກ​ຂອງ​ພວກ​ເຮົາ​ໄດ້​ນຳ​ໃຊ້​ຫຼາຍ​ເປັນ​ຕົ້ນ​ແມ່ນ​ການ​ກໍ່ສ້າງ​ພື້ນຖານ​ໂຄງ​ລ່າງ​ທີ່​ປະ​ເທດ​ອາຊີ​ອາ​ຄະ​ເນ​ສົນ​ໃຈ, ພວກ​ເຮົາ​ຈະ​ຕັ້ງ​ບໍລິສັດ​ຢູ່​ລາວ, ຫວັງ​ຢາກ​ຜ່ານ​ເວທີ​ປຶກສາ​ຫາລື​ມື້​ນີ້​ເພື່ອ​ຊອກ​ຮູ້​ຂ່າວ​ໃໝ່​ຍິ່ງ​ຫຼາຍ​ກວ່າ​ເກົ່າ.

​ເວທີ​ປຶກສາ​ຫາລື​ເທື່ອ​ນີ້​ຍັງ​ໄດ້​ຈັດ​ເວລາ​ໃຫ້​ຜູ້ຕາງໜ້າ​ວິ​ສາ​ຫະກິດ​ຈີນ​ທີ່ຢູ່ລາວ​ແລກປ່ຽນ​ບົດຮຽນ, ​ເຮັດ​ໃຫ້​ຜູ້​ເຂົ້າ​ຮ່ວມ​ກອງ​ປະຊຸມ​ຮູ້​ຕະຫຼາດ​ລາວ​ແລະ​ພາບ​ອະນາຄົດ​ການ​ພັດທະນາ​ຂອງ​ຕະຫຼາດ​ລາວ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ