ງານ​ມະຫະກຳພືດ​ສວນ​​ໂລກ​ສີ່​ອ່ານ2011ປິດ​ລົງ

(GMT+08:00) 2011-10-23 13:31:31     cri
ງານ​ມະຫະກຳພືດ​ສວນ​​​​ໂລກ​ສີ່​ອ່ານ2011​ໄດ້ປິດ​ລົງ​ໃນ​ຕອນ​ຄ່ຳ​ວັນ​ທີ22ຕຸລາ​ນີ້.

​​ໃນ​ພິທີ​ປິດ​ທີ່​ຈັດ​ຂຶ້ນ​ຢູ່​ນະຄອນ​ສີ່​ອ່ານ​ຂອງ​ຈີນ​ໃນ​ຕອນ​ຄ່ຳ​ວັນ​ທີ22ຕຸລາ​ນີ້,ທ່ານ​ຈ້າວ​ເຈິ້ງ​ໂຢງ, ​ເຈົ້າ​ແຂວງ​ແຂວງ​ສານ​ສີ່​ຂອງ​ຈີນ​ກ່າວ​ວ່າ,​ໃນ​ງານ​ມະຫະກຳ​​ເທື່ອ​ນີ້, 52ປະ​ເທດ​ແລະ​ເຂດ​ແຄວ້ນ,​58ເມືອງ​ແລະ​ຫົວໜ່ວຍ​ຕ່າງໆພາຍ​ໃນປະ​ເທດ​ໄດ້ສະ​ແດງ​ໃຫ້​ເຫັນທັດສະນະ​ຄະຕິທີ່ວ່າ​ "ສີຂຽວ​ນຳ​ໜ້າ​ສະ​ໄໝ​ນິຍົມ" ​ເຊິ່ງສະ​ແດງ​ໃຫ້​ເຫັນ​ໂດຍ​ຜ່ານ​ອຸດ​ສາ​ຫະກຳສວນ​ແລະ​ສິ່ງ​ກໍ່ສ້າງ​ທີ່​ມີ​ສີສັນ​ພິ​ເສດ,​ວິທະຍາສາດ​ເຕັກ​ໂນ​ໂລ​ຊີ​ແລະ​ວັດທະນະທຳ,​ເຮັດ​ໃຫ້​ພວກ​ເຮົາ​ຄຳນຶງ​ເຖິງ​ອະນາຄົດ​ທີ່​ສວຍ​ງາມ​ຂອງ​ມະນຸດ​ໃນການ​ເດີນຕາມ​​ເສັ້ນທາງ​ສີ​ວິ​ໄລ​ດ້ານ​ອຸດສາຫະກຳກ້າວ​ໄປ​ສູ່​ສີວິ​ໄລ​ດ້ານທຳ​ມະ​ຊາດ.

ທ່ານ​ເດ​ວ​ເກີ ຟາ​​ເບີ, ປະທານ​ສະມາຄົມ​ຜູ້​ຜະລິດອຸດ​ສາ​ຫະກຳສວນ​ໂລກຫຼືIAHP​ກ່າວ​ວ່າ, ​ໃນ6​ເດືອນ​ຜ່ານ​ມາ,ນັກ​ທ່ອງ​ທ່ຽວ​ຫຼາຍ​ກວ່າ 15ລ້ານຄົນ​ທີ່​ມາ​ຈາກ​ແຫ່ງ​ຕ່າງໆ​ຂອງ​ໂລກ​ໄດ້​ເຕົ້າ​ໂຮມ​ຢູ່​ນະຄອນ​ສີ່​ອ່ານ​ຂອງ​ຈີນ. ​ເຂົາ​ເຈົ້າ​ບໍ່​ພຽງ​ແຕ່​ໄດ້​ຊົມ​ເບິ່ງ​ຄວາມ​ສວຍ​ສົດ​ງົດ​ງາມ​ຂອງ​ດອກ​ໄມ້​ກໍ່​ຄື​ພືດ​ຊະນິດ​ຕ່າງໆ​ເທົ່າ​ນັ້ນ,ຍິ່ງ​ແມ່ນ​ເພື່ອ​ສຳຜັດ​ກັບຜົນ​ກະທົບ​ທາງ​ບວກຂອງ​ການ​ກະທຳ​ສີຂຽວທີ່​ມີ​ຕໍ່​ດິນ​ຟ້າ​ອາກາດ​ທົ່ວ​ໂລກ.

ງານ​ມະຫະກຳພືດ​ສວນ​​​​ໂລກ​ສີ່​ອ່ານ2011​ໄດ້​ໄຂ​ຂຶ້ນ​ໃນ​ເດືອນ​​ເມສາ​ຂອງ​ປີ​ນີ້,​​ແລະໄດ້​ດຳ​ເນີນ​ງານຢ່າງ​ມີ​ລະບຽບ​ຮຽບຮ້ອຍ​ເປັນ​ເວລາ178ວັນ,ຈຳ​ນວນ​ນັກ​ທ່ອງ​ທ່ຽວ​ທີ່​ເຂົ້າ​ທ່ຽວ​ສວນ​​ໄລ່​ລວມ​ແລ້ວ​ມີ​​ເຖິງ 15ລ້ານ4​ແສນ4ໝື່ນ​ກວ່າ​ເທື່ອ​ຄົນ, ​ຫຼາຍ​ກວ່າ​ເປົ້າ​ໝາຍທີ່​ມີ​ຈຳນວນ​ນັກ​ທ່ອງ​ທ່ຽວ​ເຂົ້າ​​ທ່ຽວ​ສວນ 12ລ້ານ​ຄົນ,ສ້າງ​ສະຖິຕິ​ໃໝ່​ໃນ​ປະຫວັດສາດ​ຂອງງານ​ມະຫະກຳພືດ​ສວນ​​​ໂລກ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ