ຈີນ​ຈະ​ເພີ່ມ​ທະວີ​ມາດ​ຕະການ​ຕ້ານ​ການ​ກໍ່​ການ​ຮ້າຍ​ຕື່ມ​ອີກ​ແລະຕີ​ຄວາມ​ໝາຍ​ໃຫ້​ແກ່​ອົງການ​ກໍ່​ການ​ຮ້າຍ

(GMT+08:00) 2011-10-24 15:37:59     cri
ວັນ​ທີ24​ຕຸລາ​ນີ້,ຄະນະປະຈຳ​ສະພາ​ປະຊາຊົນ​ແຫ່ງ​ຊາດ​ຈີນ​ໄດ້ຄົ້ນຄວ້າພິຈາລະນາ​ຮ່າງ​ມະຕິ​ຕົກລົງ​ກ່ຽວ​ກັບ​ການ​ເພີ່ມ​ທະວີ​ມາດ​ຕະ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ​ຕື່ມ​ອີກ.ຮ່າງ​ມະຕິ​ໄດ້​ຕີ​ຄວາມ​ໝາຍ​ໃຫ້​ແກ່​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ,ອົງການ​ກໍ່​ການ​ຮ້າຍ​ແລະ​ຜູ່​ກໍ່​ການ​ຮ້າຍ,​ແລະ​ມີ​ແຜນ​ຈະ​ເພີ່ມ​ທະວີ​ມາດ​ຕະການຕ້ານ​ການກໍ່ການ​ຮ້າຍ​ຂຶ້ນຕື່ມ​ອີກ.

ຕາມ​ຮ່າງ​ມະຕິ​ກຳນົດ​ວ່າ,ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​​ແມ່ນ​ໝາຍ​ເຖິງ​ການ​ກະທຳ​ທີ່​ສ້າງ​ຜົນ​ຮ້າຍ​ອັນ​ໜັກ​ໜ່ວງ​ຕໍ່​ສັງຄົມ​ເຊັ່ນ​ກໍ່​ເຫດ​ການ​ທີ່​ເຮັດ​ໃຫ້​ຫຼື​ເຈດ​ຕະ​ນາ​ຢາກ​ເຮັດ​ໃຫ້​ມີ​ຜູ່​ເສຍ​ຊີວິດ​ແລະບາດ​ເຈັບ,ສ້າງ​ຄວາມ​ເສຍ​ຫາຍ​ທາງ​ຊັບ​ສິນ​ຢ່າງ​ໃຫຍ່​ຫຼວງ,​ທຳ​ລາຍ​ພື້ນ​ຖານ​ໂຄງ​ລ່າງ​ສາ​ທາ​ລະ​ນະ,ສ້າງ​ຄວາມ​ບໍ່​ສະຫງົບ​ທາງ​ສັງຄົມ​ແລະ​ອື່ນໆ​​ໂດຍ​ໃຊ້​ການ​ກະທຳ​ໃນ​ຮູບ​ແບບ​ຕ່າງໆເຊັ່ນ​ຄວາມ​ຮຸນ​ແຮງ,​ທຳ​ລາຍ,​ນາບ​ຂູ່​ຫຼື​ວິທີ​ອື່ນໆ​ເພື່ອ​ສ້າງ​ຄວາມ​ຢ້ານ​ກົວ​ໃນ​ສັງຄົມ,ນາບ​ຂູ່​ກົງຈັກ​ແຫ່ງ​ລັດ​ຫຼື​ອົງການ​ຈັດ​ຕັ້ງ​ສາກົນ.ການ​ຍຸຍົງ,​ໃຫ້​ທຶນ​ຊ່ວຍ​ເຫຼືອ​ຫຼື​ໃຊ້​ວິທີ​ອື່ນໆ​ຊ່ວຍ​ເຫຼື​ອການ​ກະທຳ​ດັ່ງ​ກ່າວ​ກໍ່​ແມ່ນ​ການ​ເຄື່ອນ​ໄຫວ​ກໍ່​ການ​ຮ້າຍ​ເຊັ່ນ​ກັນ.ອົງການ​ກໍ່​ການ​ຮ້າຍ​ໝາຍ​ເຖິງ​ກຸ່ມ​ອາ​ຊະ​ຍາກຳທີ່​ຈັດ​ຕັ້ງ​ຂຶ້ນ​ເພື່ອ​ດຳ​ເນີນ​ການ​ເຄື່ອນ​​ໄຫວ​ກໍ່​ການ​ຮ້າຍ.ຜູ່​ກໍ່​ການ​ຮ້າຍ​ໝາຍ​ເຖິງ​ຜູ່​ຄົນ​ທີ່​ຈັດ​ຕັ້ງ​,ວາງ​ແຜນ​ແລະ​ປະຕິບັດ​ຕົວ​ຈິງ​ໃນ​ການ​ກໍ່​ການ​ຮ້າຍ​ແລະ​ສະມາຊິກ​ຂອງ​ອົງການ​ກໍ່​ການ​ຮ້າຍ.

ນອກ​ນີ້,​ເພື່ອ​ເພີ່ມ​ທະວີ​ວຽກ​ງານ​ຕິດຕາມ​ຄວບ​ຄຸມ​ຊັບ​ສິນ​ທີ່​ກ່ຽວ​ພັນ​ກັບ​ລັດທິກໍ່​ການ​ຮ້າຍ,ຊຸກ​ຍູ້​ການ​ຮ່ວມ​ມື​ລະຫວ່າງ​ຊາດ​ໃນ​ການ​ຕ້ານ​ການ​ກໍ່​ການ​ຮ້າຍ,ຮ່າງ​ມະຕິ​ຍັງ​ກຳນົດວ່າ​​ໃນ​ເວລາພາກສ່ວນປ້ອງ​ກັນ​ຄວາມ​ສະຫງົບ​ຂອງ​ລັດຖະບານ​ເປີດ​ເຜີຍ​ບັນຊີ​ລາຍ​ຊື່​ຂອງ​ອົງການ​ກໍ່​ການ​ຮ້າຍ​ແລະ​ຜູ່​ກໍ່​ການ​ຮ້າຍ​ນັ້ນ,ຄວນ​ຕົກລົງ​ອາ​ຍັດ​​ເງິນ​ທຶນ​ຫຼື​ຊັບ​ສິນ​ອື່ນໆ​ຂອງ​ອົງການ​ກໍ່​ການ​ຮ້າຍ​ແລະ​ຜູ່​ກໍ່​ການ​ຮ້າຍ​ທີ່​ກ່ຽວຂ້ອງ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ