ສູນ​ຈີນ​ອາ​ຊຽນຈະ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ເດືອນ​ພະຈິກ​ປີ​ນີ້

(GMT+08:00) 2011-10-24 15:30:34     cri

​ໃນ​ງານ​ວາງ​ສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ 8 ທີ່​ພວມ​ດຳ​ເນີ​ຢູ່​ນະຄອນ​ນາ​ນນິງ​ເຂດ​ກວາງຊີ​ຂອງ​ຈີນ, ທ່ານ​ມາ​ມິ​ງສຽງ, ​ເລຂາທິການ​ສູນ​ຈີນ​ອາ​ຊຽນ​ເປີດ​ເຜີຍ​ໃຫ້ຮູ້​ວ່າ,ສູນ​ຈີນ​ອາ​ຊຽນທີ່​ມີ​ຈີນ​ກັບ​ອາ​ຊຽນຮ່ວມ​ກັນ​ລິ​ເລີ່​ມນັ້ນ​ຈະ​ສ້າງ​ຕັ້ງ​ຂຶ້ນ​ຢ່າງ​ເປັນ​ທາງ​ການ​ໃນ​ກອງ​ປະຊຸມ​ສຸດ​ຍອດຈີນ​ອາ​ຊຽນທີ່​ຈະ​ໄຂ​ຂຶ້ນ​ໃນ​ເດືອນ​ພະຈິກ​ປີ​ນີ້.

ສູນ​ຈີນ​ອາ​ຊຽນ​ແມ່ນ​ອົງການ​ຈັດ​ຕັ້ງ​ສາກົນ​ລະຫວ່າ​ງລັດຖະບານ, ​ແມ່ນ​ເພື່ອ​ຊຸກ​ຍູ້​ການ​ຮ່ວມມື​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ດ້ານ​ການ​ຄ້າ,ການ​ລົງທຶນ, ການ ທ່ອງທ່ຽວ, ການ​ສຶກສາ​ແລະ​ວັດທະນະທຳ.ສູນ​ນີ້ມີ​ສຳນັກ​ງານ​ໃຫຍ່​ຢູ່​ນະ ຄອນ​ຫລວງ​ປັກ​ກິ່ງ, ​ໃນ​ຕໍ່ຫນ້າ​ຈະ​ຂະຫຍາຍຕື່ມ​ອີກ,​ແລະ​ຈະ​ຕັ້ງ​ສຳນັກ ງານ​ສາຂາ​ຢູ່​ປະ​ເທດ​ຕ່າງໆ​ຂອງ​ອາ​ຊຽນ​ແລະ​​ແຫ່ງ​ຕ່າງໆ​ທົ່ວ​ປະ​ເທດ​ຈີນ.
ທ່ານ​ມາ​ມິ​ງສຽງ​ກ່າວ​ວ່າ, ສູນ​ນີ້​ຈະ​ກາຍ​ເປັນອົງການ​ປະສານ​ໃຈກາງ​ໃນ​ການ​ປະສານ​​ສົມທົບ​ແລກ​ປ່ຽນ​ຂໍ້​ມູນ​ຂ່າວສານ, ​ໃຫ້​ຄຳ​ປຶກສາ​ແລະ​ຈັດ​ກິດຈະກຳ​ຕ່າງໆ, ​ເພື່ອ​ແນະນຳ​ແລະ​ໂຄສະນາ​ສິນຄ້າ,​ໂອກາດ​ລົງທຶນ, ຊັບພະຍາກອນ​ການທ່ອງ​ທ່ຽງ​, ວັດທະນະທຳ​ແລະ​ການ​ສຶກ​ສາ​ຂອງ​ຈີນ​ແລະ​ອາ​ຊຽນ​ໃຫ້​ແກ່​ຝ່າຍ​ຕ່າງໆ. ສ້າງສາ​ງຂໍ້​ມູນ​ຂ່າວສານ​ລວມ​​ກ່ຽວ​ກັບ​ການ​ຄ້າ​,ການ​ລົງທຶນ, ການ​ທ່ອງ​ທ່ຽວ, ວັດ​ທະ​ນະ​ທຳ​ແລະ​ການ​ສຶກສາ​ໃຫ້​ແກ່​ນັກທຸລະກິດ​ແລະ​ປະຊາຊົນ​ຈີນ​ກັບ​ອາ​ຊຽນ,​ແລະ​ດຳ​ເນີນ​ການ​ຄົ້ນຄວ້າ​ໃນ​ຂົງ​ເຂດ​ການ​ຄ້າ​ກັບ​ການ​ລົງທຶນ.

ຂ່າວ​ແຈ້ງວ່າ:ຈີນ​ກັບ 10 ປະ​ເທດ​ອາ​ຊຽນ​ແມ່ນ​ສະມາຊິກ​ຂອງ​ສູນ​ຈີນ​ອາ​ຊຽນ,ວິ​ສາ​ຫະກິດ​​ແລະ​ອົງການ​ຈັດ​ຕັ້ງທາງ​ສັງຄົມ​ຕ່າງໆ​ຂອງ​ຈີນ​ແລະ​ອາ​ຊຽນສາມາດ​ຜ່ານ​ການຮ້ອງ​ຂໍ​ນຳ​ກອງ​ເລ​ຂາ​ຂອງ​ສູນ​ນີ້​ເພື່ອ​ກາຍ​ເປັນ​ສະມາຊິກ.

ທ່ານ​ມາ​ມິ​ງສຽງ​ກ່າວ​ວ່າ, ສູນ​ນີ້​ຈະ​ເສີມ​ຂະຫຍາຍ​ທ່າ​ແຮງ​ທີ່​ມີ​ພະນັກງານ​ຈີນ​ແລະ​ອາ​ຊຽນ​ເຮັດ​ວຽກຮ່ວມ​ກັນ, ​ເພື່ອ​ໃຫ້ການ​ບໍລິການ​ແບບ​ປະຕູ​ດຽວ​ໃຫ້​ແກ່​ການ​ຮ່ວມ​ມື​ລະຫວ່າງ​ສອງ​ຝ່າຍ​​ໃນ​ທຸກ​ຂົງ​ເຂດ.ສູນ​ຈີນ​ອາ​ຊຽນຈະ​ພະຍາຍາມ​ຊຸກ​ຍູ້​ການ​ຮ່ວມ​ມື​ດ້ວຍ​ການ​ປະຕິບັດ​ຕົວ​ຈິງ​ລະຫວ່າງ​ຈີນ​ກັບ​ອາ​ຊຽນ​ໃນ​ຂົງ​ເຂດ​ຕ່າງໆ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ