ຈີນ​ຮຽກຮ້ອງ​ໃຫ້​ສ.​ເກົາຫຼີ​ແກ້​​ໄຂ​ບັນຫາ​​ເຮືອ​ປະມົງຂອງ​ຈີນ​ຖືກ​ກັກ ​ນັ້ນຢ່າງ​ເໝາະ​ສົມ

(GMT+08:00) 2011-10-24 17:08:14     cri
ຕາມ​ຂ່າວ​ລາຍ​ງານ​ວ່າ, ວັນ​ທີ22ຕຸລາ​ນີ້,ຕຳ​ຫຼວດທາງ​ທະ​ເລ​ທີ່​ປະກອບ​ອາວຸດ​ຄົບມືຂອງ​ສ.​ເກົາຫຼີ​ໄດ້​ກັກ​ເຮືອ​ປະມົງຂອງ​ຈີນ3ລຳ​ພ້ອມ​ດ້ວຍ​ລູກ​ເຮືອ31ຄົນ.

ກ່ຽວ​ກັບ​ເລື່ອງ​ນີ້, ວັນ​ທີ24ຕຸລາ​ນີ້, ທ່ານ​ນາງ​ຈ່ຽງອີ, ​ໂຄສົກ​ກະຊວງ​ການ​ຕ່າງປ​ະ​ເທດ​ຈີນ​ກ່າວ​ໃນ​ກອງ​ປະຊຸມ​ຂ່າວວ່າ,ສະຖານກົງສູນ​ໃຫຍ່​ຈີນ​ປະຈຳ​ເມືອງກວາງ​ຈູ​ຂອງ​ສ.​ເກົາ​ຫຼີພວມ​​ແກ້​ໄຂ​ບັນຫາ​ທີ່​ກ່ຽວຂ້ອງ​ຢ່າງ​ສຸກ​ເສີນ. ຈີນ​ຮຽກຮ້ອງ​ໃຫ້​ສ.​ເກົາຫຼີ​ຫຼີກ​ເວັ້ນການ​ໃຊ້ຄວາມ​ຮຸນ​ແຮງ​ໃນ​​ເວລາ​ແກ້​ໄຂ​ເຫດການ,ປະຕິບັດຕາມກົດໝາຍ​ຢ່າງ​​ເປັນ​ທຳ,​ແກ້​ໄຂ​ບັນຫາ​ທີ່​ເກີດ​ຂຶ້ນ​ຢ່າງ​ເໝາະ​ສົມ,ຮັບປະ​ກັນ​ສິດ​ແລະ​ຜົນ​ປະ​ໂຫຍ​ດຂອງ​ກຸ່ມຄົນ​ທີ່​ກ່ຽວຂ້ອງ​ຂອງ​ຈີນ.ຈີນ​ຈະ​ເອົາ​ໃຈ​ໃສ່​ສະພາບ​ການ​ດຳ​ເນີນ​ງານ​ຢ່າງ​​ແໜ້ນ​ແຟ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ