ທ່ານ​ຫຼີ​ເຄີ້​ຊຽງ​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ໂຊ​ຢົງ​ຣິມ

(GMT+08:00) 2011-10-24 17:16:18     cri
ວັນ​ທີ23​ຕຸລາ​ນີ້,ຢູ່​ຫໍ​ມັນ​ຊູ​ໄດ​ທີ່​ພຽງ​ຢາງ,ທ່ານຫຼີ​ເຄີ້ຊຽງ,ກຳມະການ​ປະຈຳ​ກົ ມການ​ເມືອງ ສູນ​ກາງ​ພັກ​ຄອມ​ມູ​ນິດ​ຈີນ,​ຮອງ​ນາ​ຍົກ​ລັດ​ຖະ​ມົນ​ຕີ​ຈີນ​ໄດ້​ພົບ​ປະ​ເຈ​ລະ​ຈາ​ກັບ​ທ່ານ​ໂຊ​ຢົງ​ຣິມ,​ກຳ​ມະ​ການ​ປະ​ຈຳ​ກົມ​ການ​ເມືອງ​ສູນ​ກາງ​ພັກ​ແຮງ​ງານ​ເກົາ​ຫຼີ,​ນາ​ຍົກ​ລັດ​ຖະ​ມົນ​ຕີ​ສປປ​ເກົາ​ຫຼີ.​ທ່ານ​ຫຼີ​ເຄີ້​ຊຽງ​ກ່າວ​ວ່າ,​ພາຍ​​ໃຕ້​ສະ​ຖາ​ນະ​ການ​ໃໝ່,​ຈີນ​ຍິນ​ດີ​ຮ່ວມ​ກັບ​ສປປ​ເກົາ​ຫຼີ,​ຕັ້ງ​ໜ້າ​ປະ​ຕິ​ບັດ​ຕາມ​ຄວາມ​ເຫັນ​ທີ່​ເປັນ​ເອ​ກະ​ສັນ​ກັນ​ຂອງ​ຜູ່​ນຳ​ສູງ​ສຸດ​ສອງ​ປະ​ເທດ,​ເພີ່ມ​ທະ​ວີ​ການ​ແລກ​ປ່ຽນ​ຢ່າງ​ມີ​ໄມຕີ​ຈິດ​ມິດ​ຕະ​ພາບ​ແລະ​ການ​ຮ່ວມ​ມື​ປະ​ຕິ​ບັດ​ຕົວ​ຈິງ​ໃນ​ທຸກ​ຂົງ​ເຂດ​ລະ​ຫວ່າງ​ສອງ​ປະ​ເທດ​ຕື່ມ​ອີກ,​ຊຸກ​ຍູ້​ໃຫ້​ການ​ພົວ​ພັນ​ຈີນ​ສປປ​ເກົາ​ຫຼີ​ສືບ​ຕໍ່​ກ້າວ​ໄປ​ໜ້າ​ຢ່າງ​ປອດ​ໄສ​ແລະ​ໝັ້ນ​ທ່ຽງ.​ທ່ານ​ຫຼີ​ເຄີ້​ຊຽງ​ຍັງ​ກ່າວ​ວ່າ,ຈີນ​ສະ​ໜັບ​ສະ​ໜູນ​ສປປ​ເກົາ​ຫຼີ​ທີ່​ຍຶດ​ໝັ້ນ​ການ​ຕິດ​ຕໍ່​ພົວ​ພັນ​ແລະ​ເຈ​ລະ​ຈາ​ກັນ ​ເຊິ່ງ​ເປັນ​ທິດ​ທີ່​ຖືກ​ຕ້ອງ,​ຈັດ​ການ​ເຈ​ລະ​ຈາ​6​ຝ່າຍ​ຄືນ​ໃໝ່​ໂດຍ​ໄວ​ເທົ່າ​ທີ່​ຈະ​ໄວ​ໄດ້.

ທ່ານ​​ໂຊ​ຢົງຣິມກ່າວ​ວ່າ,ການ​ເພີ່ມ​ທະວີ​ມິດຕະພາບ​ອັນ​ເປັນ​ມູນ​ເຊື້ອ​ແລະ​ລົງ​ເລິກ​ການ​ຮ່ວມ​ມື​​ລະຫວ່າງ​ສປປ​ເກົາ​ຫຼີ​ກັບ​ຈີນ​​ແມ່ນ​ທິດ​ທາງ​ນະ​ໂຍບາຍ​ທີ່​ໝັ້ນ​ໜຽວ​ບໍ່​ປ່ຽນ​ແປງ​ຂອງ​ພັກ​ແລະ​ລັດ​ຖະ​ບານ​ສປປ​ເກົາ​ຫຼີ,​ເຊິ່ງ​ສອດ​ຄ່ອງ​ກັບ​ຜົນ​ປະ​ໂຫຍດ​ທາງ​ດ້ານ​ຍຸດ​ທະ​ສາດ​ຂອງ​ສອງ​ພັກ​ແລະ​ສອງ​ລັດ​​.ທ່ານ​ໂຊ​ຢົງ​ຣິມ​ກ່າວ​ວ່າ,​ສປປ​ເກົາ​ຫຼີ​ມີ​ຈຸດ​ຢືນ​ທີ່​ຢາກ​ໃຫ້​ຈັດ​ການ​ເຈ​ລະ​ຈາ​6ຝ່າຍ​ຄືນ​ໃໝ່​ຢ່າງ​ບໍ່​ມີ​ເງື່ອນ​ໄຂ,​ຈັດ​ຕັ້ງ​ປະ​ຕິ​ບັດ​ຖະ​ແຫຼງ​ການ​ຮ່ວມ​"19​ກັນ​ຍາ" ​ຢ່າງ​ຮອບ​ດ້ານ,​ເຮັດ​ໃຫ້​ແຫຼມ​ເກົາ​ຫຼີ​ປອດ​ນິວ​ເຄຼຍ,​ແລະ​ຫຼັກ​ໝັ້ນ​ດັ່ງ​ກ່າວ​ແມ່ນ​ສະ​ເໝີ​ຕົ້ນ​ສະ​ເໝີ​ປາຍ.

​ໃນ​ມື້​ດຽວ​ກັນ,ຜູ່​ຮັບຜິດຊອບ​ທີ່​ກ່ຽວຂ້ອງ​ຂອງສອງ​ປະ​ເທດ​ຍັງ​ໄດ້​ລົງ​ລາຍ​ເຊັນ​ເອ​ກະ​ສານ​ຕ່າງໆ ຄື ສັນ​ຍາ​ວ່າ​ດ້ວຍ​ການ​ຮ່ວມ​ມື​ດ້ານ​ເສດ​ຖະ​ກິດ​ເຕັກ​ໂນ​ໂລ​ຊີ​ຈີນ​ສປປ​ເກົາ​ຫຼີ​ດັ່ງ​ນີ້​ເປັນ​ຕົ້ນ.
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ