ຈີນ​ຈະ​ປັບປຸງ​ກົດໝາຍວ່າ​ດ້ວຍ​ກາ​ນດຳ​ເນີນ​ຄະດີແພ່ງ​ເພື່ອ​ຮັບປະກັນ​ສິດຟ້ອງ​ຮ້ອງ​ຂອງ​ຜູ່​ກ່ຽວຂ້ອງຕື່ມ​ອີກ

(GMT+08:00) 2011-10-24 16:41:57     cri

ວັນ​ທີ 24 ຕຸລາ​ນີ້, ຄະນະ​ປະຈຳ​ສະພາ​ປະ​ຊາ​ຊົນ​​ແຫ່ງ​ຊາດ​ຈີນ ​ເຊິ່ງ​ເປັນ​ອົງການ​ນິຕິບັນຍັດ​ຈີນ​ ໄດ້ຄົ້ນ​ຄວ້າ​ພິຈາລະນາ​ຮ່າງກົດໝາຍວ່າ​ດ້ວຍ​ການ​ດຳ​ເນີນ​ຄະດີ​​ແພ່ງ​ສະບັບ​ດັດ​ແກ້​ເປັນ​ເທື່ອ​ທຳ​ອິດ, ​ເພື່ອຮັບປະກັນ​ສິດຟ້ອງ​ຮ້ອງ​ຂອງ​ຜູ່​ກ່ຽວຕື່ມ​ອີກ.

ນີ້​ແມ່ນກົດໝາຍວ່າ​ດ້ວຍ​ການ​ດຳ​ເນີນ​ຄະດີຈີນ​​ໄດ້​ຮັບ​ການ​ປັບປຸງ​​ເປັນ​ເທື່ອ​ທຳ​ອິດນັບ​ແຕ່​ຜ່ານການ​ຮັບຮອງ​​ໃນ​ປີ 1991. ​ໂດຍ​ແນ​ໃສ່​ບັນຫາ​ໃນ​ພຶດຕິ​ກຳຕົວ​ຈິງ, ຮ່າງ​ກົດໝາຍສະບັບ​ດັດ​ແກ້​ນອກຈາກປັບປຸງລະບຽບ​ການ​ຟ້ອງ​ຮ້ອງ ​ແລະ ຮັບ​ເອົາ ພ້ອມ​ທັງ​ລະບຽບການ​ກະກຽມ​ກ່ອນພິຈາລະນາ​ຄະດີ​ໃນ​ຄະນະ​ສານໃຫ້​ສົມບູນ​ຂຶ້ນ​​​ແລ້ວ,ຍັງ​ເພິ່ມລະບົບ​ຮ້ອງ​ຟ້ອງ​ສາທາລະນະ​ປະ​ໂຫຍ​ດ. ຮ່າງ​ກົດໝາຍ​ກຳນົດ​ວ່າ: ສຳລັບ​ການ​ກະທຳ​ຕ່າງໆ​ທີ່ທຳລາຍ​ສາທາລະນະ​ປະ​ໂຫຍ​ດ​ໃນສັງຄົມ ​ເຊັ່ນ, ​ສ້າງ​ມົນ​ລະ​ດິດຕໍ່ສິ່ງ​ແວດ​ລ້ອມ ​ແລະ ລ່ວງ​ລະ​ເມີດ​ສິດ ​ແລະ ຜົນ​ປະ​ໂຫຍ​ດອັນຊອບ​ກົດໝາຍ​ຂອງ​ຜູ່​ບໍລິ​ໂພ​ກຈຳນວນ​ຫຼາຍ​ເປັນ​ຕົ້ນ, ອົງການສຳນັກງານ ​ແລະ ຄະນະ​ສັງຄົມ​ທີ່​ກ່ຽວຂ້ອງ​ສາມາດ​ຮ້ອງ​ຟ້ອງຕໍ່​ສານ​ປະຊາ​ຊົນ.

ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ