ສະ​ເໜ່ຂອງແຂວງ​ຈຳປາ​ສັກດຶງ​ດູດ​ປະຊາຊົນ​ຈີນ​ເຂົ້າ​ຊົມ​ຢ່າງ​ຫຼວງ​ຫຼາຍ

(GMT+08:00) 2011-10-25 14:23:04     cri
ຕາມ​ຂ່າວCRI: ວັນ​ທີ 25 ຕຸລາ​ນີ້ງານ​ວາ​ງສະ​ແດງ​ສິນຄ້າ​ຈີນ​ອາ​ຊຽນຄັ້ງ​ທີ​ 8 ​ໄດ້​ເຂົ້າ​ສູ່​ມື້​ທີ5​ແລ້ວ, ​ຕອນ​ເ​ຊົ້າຫໍ​ວາງສະ​ແດງ​ຂອງ​ປະ​ເທດຕ່າງໆ​ກໍ່​ໄດ້​​ເປີດ​ໃຫ້​ປະຊາຊົນ​ຢ່າງ​ຫຼວງ​ຫຼາຍ​​ໄດ້​ເຂົ້າ​ຊົມ, ​ເຂົ້າ​ສຳ​ພັດ​ກັບສຳ​ພັດ​ຮີດຄອງ​ປະ​ເພນີ​ຂອງ​ອາຊີ​ອາຄະ​ເນ​ແລະ​​ຊື້​ສິນຄ້າ​ອາຊີ​ອາຄະ​ເນ. ​ໃນ​ນັ້ນ, ຫໍ​ວາງສະ​ແດງ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ທີ່​ສຸດ​ແມ່ນ"ຕົວ​ເມືອງ​ທີ່​ມີ​ສະ​ເໜ່"
ວງ​ຫຼາຍ​​ໄດ້​ເຂົ້າ​ຊົມ, ​ເຂົ້າ​ສຳ​ພັດ​ກັບສຳ​ພັດ​ຮີດຄອງ​ປະ​ເພນີ​ຂອງ​ອາຊີ​ອາຄະ​ເນ​ແລະ​​ຊື້​ສິນຄ້າ​ອາຊີ​ອາຄະ​ເນ. ​ໃນ​ນັ້ນ, ຫໍ​ວາງສະ​ແດງ​ທີ່​ໄດ້​ຮັບ​ຄວາມ​ນິຍົມ​ທີ່​ສຸດ​ແມ່ນ"ຕົວ​ເມືອງ​ທີ່​ມີ​ສະ​ເໜ່"

"ຕົວ​ເມືອງ​ທີ່​ມີ​ສະ​ເໜ່ຂອງ​ລາວ"​ໃນ​ງານ​ວາງສະ​ແດງ​ສິນຄ້າ​ເທື່ອ​ນີ້​ແມ່ນ​ແຂວງ​ຈຳປາ​ສັກທາງພາກ​ໃຕ້​ຂອງ​ລາວ. ​ໃນ​ເຂດ​ວາງສະ​ແດງ​ຂອງ​ແຂວງ​ຈຳປາ​ສັກ​ໄດ້​ສະ​ແດງ​ຮີດຄອງ​ປະ​ເພນີທີ່​ມີ​ເອກະລັກ​ພິ​ເສດ​, ສະພາບ​ການ​​ເຄື່ອງ​ປູກ​ຂອງ​ຝັງ​, ສິ່ງ​ກໍ່ສ້າງ​ທີ່​ມີ​ລັກສະນະ​ຂອງ​ລາວ​ແລະ​ສິນຄ້າ​ລາວ​ທີ່​ດີ​ເດັ່ນ​ຂອງ​ຈຳປາ​ສັກ. ປະຊາຊົນ​ຈຳນວນ​ຫຼວງຫຼາຍ​ພາກັນ​ຖ່າຍຮູບ​ຢູ່​ເຂດ​ວາງສະ​ແດງ​ຍ້ອນ​​ໄດ້​ຮັບ​ແຮງດຶງ​ດູດ​ຈາກ​ສະ​ເໜ່ຂອງ​ຈຳປາ​ສັກ, ​ຮີດຄອງ​ປະ​ເພນີ​ອັນດີງາມ, ຄຳ​ເວົ້າ​ອັນ​ເສາະ​ໃສ, ນ້ຳ​ໃຈ​ທີ່​ຊື່ສັດ​ແລະ​ທິວ​ທັດ​ອັນ​ສວຍ​ງາມ​ຂອງ​ຈຳປາ​ສັກ, ຜູ້​ເຂົ້າ​ທ່ຽວ​ຊົມຍັງ​ໄດ້​ຖາມ​ສະພາບ​ທົ່ວ​ໄປຂອງ​ຈຳປາ​ສັກ​​ໂດຍ​ສະ​ເພາະ​ແມ່ນກ່ຽວ​ກັບ​ວັດທະນະທຳ, ​ເສດຖະກິດ​ແລະ​ປ່າ​ໄມ້​ຂອງ​ຈຳປາ​ສັກນຳພະນັກງານບໍລິການ​ເພື່ອ​ຫວັງ​ໄປ​ລົງທຶນ​ຢູ່​ແຂວງ​ຈຳປາ​ສັກ.

"​ເຂດ​ວາງສະ​ແດງ​ຈຳປາ​ສັກ​ເຮັດ​ໃຫ້​ຂ້ອຍ​ມີ​ຄວາມ​ຮູ້ສຶກ​ວ່າ​ໄດ້ໃກ້ຊິດ​ກັບ​ທຳ​ມະ​ຊາດ, ​ແລະ​​ໄດ້​ພັກຜ່ອນຍ່ອນອາລົມ, ທິວ​ທັດ​ທຳ​ມະ​ຊາດ​ກໍ່​ມີ​ຄວາມ​ເປັນ​ທຳ​ມະ​ຊາດ​ມາ​ແຕ່​ດຶກ​ດຳ​ບັນ.

"ຂ້ອຍ​ຢາກ​ຊອກ​ຫາ​ໂຄງການ​ຈຳນວນ​ໜຶ່ງ​ກ່ຽວ​ກັບ​ຜະ​ລິດ​ຕະພັນ​ປ່າ​ໄມ້​ຂອງ​ລາວ, ສະ​ນັ້ນ​ຂ້ອຍ​ມາ​ເບິ່ງ​ເຂດ​ວາງສະ​ແດງ​ລາວ, ຮູ້ສຶກ​ວ່າ​ເຂດ​ວາງສະ​ແດງ​ຂອງ​ລາວ​ໃນ​ແຕ່ລະ​ປີ​ຈະ​ມີ​ຄວາມ​ແຕກ​ຕ່າງ​ກັນ."
ຂ່າວ-ບົດທີ່ກ່ຽວຂ້ອງ
ຄຳເຫັນ
Webradio
ລາຍການ FM
ລາຍການຫຼ້າສຸດ ຂອງພວກເຮົາ
ຮຽນພາສາຈີນ